ພັດທະນາລະບົບການຮັບ ແລະ ການຍື່ນຄຳຮ້ອງຂໍຈົດທະບຽນແບບອຸດສາຫະກໍາ ຜ່ານລະບົບອອນລາຍ

     ວັນທີ 20 ທັນວາ 2021 ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ) ໄດ້ເປີດພິທີການແບ່ງຂັ້ນຄຸ້ມຄອງ ໃນການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ ເຄື່ອງໝາຍການຄ້າ ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍໍ້ຂັດແຍ່ງຊັບສິນທາງປັນຍາດ້ານບໍລິຫານ ແລະ ພິທີເຊັນສັນຍາວ່າດ້ວຍການບໍລິການຊຳລະຄ່າທຳນຽມ  ແລະ ຄ່າບໍລິການກ່ຽວກັບການຈົດທະບຽນແບບອຸດສາຫະກໍາ ເຄື່ອງໝາຍການຄ້າ ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີ ແກ້ໄຂຂໍໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານທາງເອເລັກໂຕຣນິກ (online) ຜ່ານລະ ບົບ Bill Payment ລະຫວ່າງ ກົມຊັບສິນທາງປັນຍາ ກະຊວງ ອຄ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. 

    ລົງນາມໃນເອກະສານສຳຄັນຄັ້ງນີ້ ລະຫວ່າງທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ ແລະ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ພ້ອມຫົວໜ້າຫ້ອງການ ກົມ ສະຖາບັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. 

    ເລີ່ມແຕ່ປີ 2019 ກົມຊັບສິນທາງປັນຍາ ໄດ້ຮ່ວມກັບອົງການຊັບສິນທາງປັນຍາໂລກ (WIPO) ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບການຮັບ ແລະ ການຍື່ນຄຳຮ້ອງຂໍຈົດທະບຽນແບບອຸດສາຫະກໍາ ເຄື່ອງໝາຍການຄ້າ ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານທາງເອເລັກໂຕຣນິກ ທາງອົງການຊັບສິນທາງປັນຍາໂລກ (WIPO) ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ໃນການສ້າງລະບົບນີ້ຂຶ້ນ ເຊິ່ງລະບົບນີ້ແມ່ນເປັນລະບົບສາກົນ ເຊື່ອມຕໍ່ກັບລະບົບຄົ້ນຫາຂໍ້ມູນຂໍຈົດທະບຽນຊັບສິນອຸດສາຫະກຳສາກົນ ແລະ ອາຊຽນ ໃນປີ 2020 ກົມຊັບສິນທາງປັນຍາ ກໍໄດ້ສົ່ງພະນັກງານວິຊາການໄປເບິ່ງການຈັດຕັ້ງປະຕິບັດລະບົບຕົວຈິງທີ່ປະເທດກຳປູເຈຍ ແລະ ປະເທດມຽນມາ ພ້ອມກັນນັ້ນ ກໍໄດ້ຮ່ວມກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນການກະກຽມ ພັດທະນາລະບົບການຊໍາລະຄ່າທຳນຽມ ແລະ ຄ່າບໍລິການກ່ຽວກັບວຽກງານການຈົດທະບຽນແບບອຸດສາຫະກໍາ ເຄື່ອງໝາຍການຄ້າ ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານທາງເອເລັກໂຕຣນິກ ຜ່ານລະບົບ Bill Payment.

# ຂ່າວ- ພາບ : ຊິລິການດາ

error: Content is protected !!