ກວດພົບຜູ້ຕິດເຊືື້ອໂຄວິດ-19 ໃໝ່ 1.049 ຄົນ ເສຍຊີວິດ 3 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 9 ພະຈິກ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 8 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 7.107 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.049 ຄົນ (ຕິດເຊື້ອພາຍໃນ ມີ 1.045 ຄົນ ແລະ ຕິດເຊື້ອນໍາເຂົ້າ 4 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1.045 ຄົນ ຈາກ 14 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 512 ຄົນ: ມາຈາກ 159 ບ້ານ ໃນ 8 ເມືອງ • ເມືອງຈັນທະບູລີ ມີ 15 ບ້ານ (57 ຄົນ) • ເມືອງສີໂຄດຕະບອງ ມີ 23 ບ້ານ (63 ຄົນ) • ເມືອງໄຊເສດຖາ ມີ 31 ບ້ານ (144 ຄົນ) • ເມືອງສີສັດຕະນາກມີ 11 ບ້ານ (40 ຄົນ) • ເມືອງນາຊາຍທອງ ມີ 06 ບ້ານ (9 ຄົນ) • ເມືອງໄຊທານີ ມີ 39 ບ້ານ (128 ຄົນ) • ເມືອງຫາດຊາຍຟອງ ມີ 22 ບ້ານ (38 ຄົນ) • ເມືອງປາກງື່ມ 12 ບ້ານ (40 ຄົນ) • ຕ່າງແຂວງ 3 ຄົນ ຈາກໂຮງໝໍເສດຖາທິລາດ
  2. ຫຼວງພະບາງ ມີ 137 ຄົນ ໃນ 29 ບ້ານ ແລະ 6 ເມືອງ
  3. ແຂວງວຽງຈັນ ມີ 86 ຄົນ ໃນ 31 ບ້ານ ແລະ 9 ເມືອງ
  4. ບໍ່ແກ້ວ ມີ 81 ຄົນ ໃນ 3 ເມືອງ
  5. ຈຳປາສັກ ມີ 44 ຄົນ ໃນ 15 ບ້ານ ແລະ 3
  6. ຫຼວງນ້ຳທາ ມີ 44 ຄົນ ໃນ 23 ບ້ານ ແລະ 2 ເມືອງ
  7. ຜົ້ງສາລີ ມີ 31 ຄົນ ໃນ 9 ບ້ານ ແລະ 2 ເມືອງ
  8. ບໍລິຄຳໄຊ ມີ 25 ຄົນ ໃນ 6 ບ້ານ ແລະ 1 ເມືອງ
  9. ສະຫວັນນະເຂດ ມີ 19 ຄົນ ໃນ 11 ບ້ານ ແລະ 2 ເມືອງ
  10.  ເຊກອງ ມີ 21 ຄົນ ໃນ 5 ບ້ານ ແລະ 2 ເມືອງ
  11.  ຄຳມ່ວນ ມີ 16 ຄົນ ໃນ 5 ບ້ານ ແລະ 1 ເມືອງ
  12.  ອຸດົມໄຊ ມີ 14 ຄົນ ໃນ 10 ບ້ານ ແລະ 3 ເມືອງ
  13.  ໄຊຍະບູລີ ມີ 12 ຄົນ ໃນ 5 ບ້ານ ແລະ 1 ເມືອງ
  14.  ໄຊສົມບູນ ມີ 3 ຄົນ ໃນ 1 ບ້ານ ແລະ 1 ເມືອງ

    ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

    ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ ຈາກແຂວງສະຫວັນນະເຂດ 2 ຄົນ ແລະ ຈໍາປາສັກ 2 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

    ມາຮອດວັນທີ 9 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 48.892 ຄົນ ເສຍຊີວິດສະສົມ 89 ຄົນ (ໃໝ່ 3) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 8 ພະຈິກ 2021 ມີ 469 ຄົນ ກໍາລັງປິ່ນປົວ 9.348 ຄົນ.

    ລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນ ມີດັ່ງນີ້:

  • ຜູ້ທີ 1: ເພດຍິງ 52 ປີ ອາຊີບ ປະຊາຊົນ ບ້ານດອນຂາຊ້າຍ ເມືອງຫາດຊາຍຟອງ ນະຄອນຫຼວງ
  • ຜູ້ທີ 2: ເພດຍິງ ອາຍຸ 65 ປີ ອາຊີບ ແມ່ເຮືອນ ບ້ານສາຍລົມ ນະຄອນຫຼວງພະບາງ ແຂວງຫລວງພະບາງ
  • ຜູ້ທີ 3: ເພດຊາຍ 40 ປີ ອາຊີບ ປະຊາຊົນ ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

# ຂ່າວ & ພາບ :  ສີພອນ  

error: Content is protected !!