ສສຊ ເນັ້ນອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຕ້ອງເຂັ້ມງວດເດັດຂາດຕໍ່ການສໍ້ລາດບັງຫຼວງ

    ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ 2021 ທີ່ຫໍສະພາແຫ່ງຊາດ ໂດຍຜ່ານຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ສຸມໃສ່ປະກອບຄຳເຫັນຕໍ່ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ການກວດກາຕາມຜົນການກວດສອບ ປີ 2019 ແລະ ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ແຜນການປີ 2022 ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020.

    ທ່ານນາງ ທັດສະດາພອນ ຈັນທະມາດ ສສຊ ປະຈຳເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ປະກອບຄຳເຫັນຕໍ່ວຽກງານອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດຢູ່ 2 ຈຸດຄື: ຢາກໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ເຊື່ອມຊຶມບັນດາກົດໝາຍ ເຝິກອົບຮົມບຸຄະລາກອນໃຫ້ມີຄວາມຊໍານານງານ ຖ້າພວກເຮົາຫາກມີຄວາມຈິງໃຈແກ້ໄຂ ຈະເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ດີ ຈະເຮັດໃຫ້ການສໍ້ລາດບັງຫຼວງຫຼຸດລົງ.

    ທ່ານ ແດງ ປະທຸມທອງ ສສຊ ເຂດ 18 ແຂວງໄຊສົມບູນ ປະກອບຄຳເຫັນຕໍ່ວຽກງານອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດວ່າ: ຕໍ່ບັນຫາດັ່ງກ່າວ ພວກເຮົາກວດກາເຫັນແລ້ວ ແຕ່ພວກເຮົາແກ້ບໍ່ໄດ້ ສຳຄັນແມ່ນຖ້າມອບເປັນຄວາມຮັບຜິດຊອບການເມືອງໃຫ້ຄະນະພັກ ຄະນະນຳຢູ່ຈຸດໃດ ຈຸດນັ້ນຕ້ອງເປັນຜູ້ແກ້ ຫາກບໍ່ແກ້ ຫຼືຈິງໃຈບໍ່ຢາກແກ້ ຕ້ອງແກ້ຜູ້ທີ່ເປັນຄະນະພັກ ຄະນະນໍາຢູ່ໃນຈຸດນັ້ນ ທີ່ບໍ່ແກ້ບັນຫາຜົນການກວດກາ ມັນຕ້ອງເຮັດແນວນັ້ນຈຶ່ງຊິໄດ້ ຖ້າບໍ່ແກ້ ມັນບໍ່ສາມາດໄປສະໜັບສະໜູນເພື່ອອັດປ່ອງການຮົ່ວໄຫຼເພື່ອໃຫ້ວາລະແຫ່ງຊາດສາມາດປາກົດຕົວເປັນຈິງ ຊິແກ້ໄຂຄວາມຫຍຸ້ງຍາກຂອງເສດຖະກິດບໍ່ໄດ້ຈັກເທື່ອ ຖ້າຜົນການກວດກາມັນໃຫຍ່ ມັນໜັກໜ່ວງ ເຮົາຕ້ອງໄປຕາມຂະບວນການຍຸດຕິທຳ.

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!