ຫຼາຍພາກສ່ວນປະກອບສ່ວນວຽກງານຕ້ານໂຄວິດ-19 ຢູ່ເມືອງຫາດຊາຍຟອງ

     ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນວຽກງານຄ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ວັນທີ 20 ຕຸລາ 2021 ທີ່ປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ບັນດາຜູ້ປະກອບການໄດ້ນໍານໍ້າດື່ມ ແລະ ອຸປະກອນການແພດຈໍານວນໜຶ່ງ ມອບໃຫ້ເຈົ້າໜ້າທີ່ປ້ອງກັນຕາມບ້ານທີ່ເປັນບ້ານແດງ ເຈົ້າໜ້າທີ່ປະຈັນບານຢູ່ສູນປິ່ນປົວດາວເຮືອງ ຄອບຄົວຜູ້ຕິດເຊື້ອ ແລະ ຄອບຄົວຜູ້ທີ່ຈໍາກັດບໍລິເວນ 14 ວັນ ທີ່ບໍ່ສາມາດໄປທໍາມາຫາກິນໄດ້ ໂດຍຕ່າງໜ້າຮັບຂອງທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ຫົວໜ້າຄະນະສະເພາະກິດໂຄວິດ-19 ເມືອງຫາດຊາຍຟອງ.

     ບັນດາຫົວໜ່ວຍທຸລະກິດທີ່ມອບຄັ້ງນີ້ມີ ທ່ານ ນາງ ກ້ຽງ ຜູ້ອໍານວຍການບໍລິສັດ POP ມອບນໍ້າດື່ມ ມູນຄ່າ 3.200.000 ກີບ ທ່ານ ນາງ ສົມບູນ ບໍລິສັດຄໍາພູ ຂຸດຄົ້ນຫີນຊາຍ ມອບ ຜ້າອັດປາກ-ອັດດັງ ເຈວລ້າງມື ແລະ ນໍ້າດື່ມ ມູນຄ່າ 1.750.000 ກີບ ຄະນະດ່ານພາສີຂົວມິດຕະພາບລາວ-ໄທແຫ່ງທີ 1 ມອບນໍ້າດື່ມ ສະເປຂ້າເຊື້ອ  ຜ້າອັດປາກ-ອັດດັງ ມູນຄ່າ 6.200.000 ກີບ ແລະ ທ່ານ ພູທອນ ກໍລະສັກ ພ້ອມຄອບຄົວ ມອບນໍ້າດື່ມ 100 ແພັກ ຜ້າອັດປາກ-ອັດດັງ 2 ແກັດ ເຫຼົ້າເກົ້າສິບ 24 ຕຸກ ລວມມູນຄ່າ 5.000.000 ກີບ.

error: Content is protected !!