ຮຽກຮ້ອງທຸກພາກສ່ວນບໍລິຈາກເລືອດຊ່ວຍເຫຼືອສັງຄົມ

    ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບອົງການກາແດງລາວ ຈັດພິທີບໍລິຈາກເລືອດ ພາຍໃຕ້ຫົວຂໍ້ “ສິນໄຊແຫ່ງຍຸກສະໄໝ ຮ່ວມໃຈບໍລິຈາກເລືອດ” ຈັດຂຶ້ນວັນທີ 18 ຕຸລາ 2021 ທີ່ ສຊປລ ເປັນກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ພ້ອມດ້ວຍພະນັກງານເຂົ້າຮ່ວມ. 

    ທ່ານ ຈັນທະລາ ສຸກສາຄອນ ກ່າວວ່າ: ການບໍລິຈາກເລືອດມີຄວາມສຳຄັນ ແລະ ຈຳເປັນຢ່ງຍິ່ງ ຍ້ອນວ່າ ເລືອດບໍ່ສາມາດທີ່ຈະເອົາມາຈາກສິ່ງອື່ນໄດ້ ນອກຈາກເລືອດຂອງມະນຸດເທົ່ານັ້ນ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ພາຍຫຼັງມີການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຜູ້ບໍລິຈາກເລືອດໃນຂອບເຂດທົ່ວປະເທດຫຼຸດໜ້ອຍລົງ ແຕ່ຄວາມຕ້ອງການເລືອດຂອງຄົນເຈັບຊໍ້າພັດຫຼາຍຂຶ້ນ ສະນັ້ນ ໃນເວລາຄົນເຈັບທີ່ຕ້ອງການເລືອດຈຶ່ງມີຄວາມຈຳເປັນທີ່ຈະຮຽກຮ້ອງໃຫ້ມະນຸດດ້ວຍກັນຕ້ອງໄດ້ບໍລິຈາກ ສຳລັບເງື່ອນໄຂຂອງການບໍລິຈາກ ແມ່ນຜູ້ທີ່ມີອາຍຸ 17 ປີຂຶ້ນໄປ ນໍ້າໜັກ 45 ກິໂລຂຶ້ນໄປ ມີສຸຂະພາບແຂງແຮງ ແລະ ຜ່ານການກວດກາຈາກເຈົ້າໜ້າທີ່ແພດໝໍກ່ອນ ສຳລັບແມ່ຍິງ ແມ່ນບໍລິຈາກເລືອດໄດ້ 4 ເດືອນຕໍ່ຄັ້ງ ຜູ້ຊາຍ 3 ເດືອນຕໍ່ຄັ້ງ ປັດຈຸບັນ ເລືອດຍັງບໍ່ພຽງພໍຕາມຄວາມຕ້ອງການຂອງຄົນເຈັບ. 

    ໂອກາດນີ້ ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: ຄະນະບໍລິຫານງານສູນກາງຊາວໜຸ່ມ ແມ່ນເຫັນໄດ້ເຖິງຄວາມສຳຄັນໃນການບໍລິຈາກເລືອດຊ່ວຍເຫຼືອຊີວິດມະນຸດ ແຕ່ໃນສະພາບການທີ່ຫຍຸ້ງຍາກໃນສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ອຳນວຍຄວາມສະດວກໃນການປຸກລະດົມບໍລິຈາກເລືອດໃນຮູບແບບເກົ່າ ດັ່ງນັ້ນ ການຈັດພິທີຄັ້ງນີ້ ແມ່ນຈະຊ່ວຍຊຸກຍູ້ລະດົມທົ່ວສັງຄົມໃຫ້ເຂົ້າໃຈ ແລະ ເຂົ້າເຖິງການມີສ່ວນຮ່ວມໃນການບໍລິຈາກເລືອດແບບໃໝ່ ທີ່ສາມາດປ້ອງກັນຄວາມສ່ຽງຂອງການລະບາດພະຍາດໂຄວິດ-19 ໂດຍຈະເນັ້ນໃຫ້ເປັນລະບົບເຄື່ອນທີ່ລົງສູ່ຮາກຖານທີ່ມີການຮັບປະກັນຄວາມປອດໄພ ເນື່ອງຈາກການເຂົ້າເຖິງເປົ້າໝາຍໃນຮູບແບບເກົ່າມີສະພາບທີ່ຫຍຸ້ງຍາກ ສະນັ້ນ ຕ້ອງສ້າງວິທີໃໝ່ທີ່ຈະຊ່ວຍກັນລະດົມການບໍລິຈາກເລືອດໃຫ້ຫຼາຍຂຶ້ນພ້ອມທັງຮຽກຮ້ອງໃຫ້ຊາວໜຸ່ມຜູ້ເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດທີ່ມີເງື່ອນໄຂ ສຸຂະພາບແຂງແຮງ ຮ່ວມກັນບໍລິຈາກເລືອດໃຫ້ຄົນເຈັບທີ່ຕ້ອງການເລືອດ ແລະ ຕ້ອງຮັບປະກັນຄວາມປອດໄພຈາກພະຍາດໂຄວິດ-19.

.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!