ອົບຮົມທິດສະດີການເມືອງ-ການປົກຄອງໃຫ້ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ

    ຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງໃຫ້ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ຊຸດທີ I ຈັດຂຶ້ນວັນທີ 16 ຕຸລາ-14 ພະຈິກ 2021 ທີ່ສຸນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດຊຸດທີ 9 ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ມີນັກສໍາມະນາກອນ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ການເຝິກອົມຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີມາກ-ເລນິນ ແນວຄິດໄກສອນ ພົມວິຫານ ທິດສະດີການເມືອງ-ການປົກຄອງ ແນວທາງນະໂຍບາຍຂອງພັກ-ລັດ ຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ຄວາມເປັນຜູ້ນໍາໃນການຄຸ້ມຄອງບໍລິຫານອົງການ ວຽກງານພັກ-ພະນັກງານ ໃຫ້ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໃຫ້ມີແນວຄວາມຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ ເຊື່ອໝັ້ນຕໍ່ອຸດົມການ ກໍຄືພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ມີຄວາມຫ້າວຫັນເປັນແບບຢ່າງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງ ແລະ ວິຊາສະເພາະຂອງຕົນ ກໍຄືການດໍາເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ ແນໃສ່ເພີ່ມທະວີແບບແຜນ ແລະ ຄວາມສາມາດໃນການນໍາພາ-ຊີ້ນໍາທຸລະກິດ ຕາມອຸດົມການຂອງພັກ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການພື້ນຖານຂອງພັກ ສາມາດປຸກລະດົມແນວຄວາມຄິດຂອງພະນັກງານໃນຫົວໜ່ວຍທຸລະກິດຂອງຕົນໃຫ້ມີຄວາມສາມັກຄີເປັນເອກະພາບກັບແນວທາງນະໂຍບາຍຂອງພັກ-ລັດ ນໍາເອົາທິດສະດີໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນຢ່າງມີຫົວຄິດປະດິດສ້າງ ເຮັດໃຫ້ການພັດທະນາປະເທດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເວົ້າລວມ ເວົ້າສະເພາະເຮັດໃຫ້ຫົວໜ່ວຍທຸລະກິດຂອງຕົນມີຄວາມເຂັ້ມແຂງ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້.

.

# ຂ່າວ & ພາບ : ຂັນທະວີ

error: Content is protected !!