ອະດີດນັກສຶກສາເມືອງຕັດສະເກນ ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ໃຫ້ 3 ໂຮງໝໍ

    ອະດີດນັກສຶກສາຈາກສະຫະພາບໂຊຫວຽດ ປະຈຳຢູ່ເມືອງຕັດສະເກນ (ປັດຈຸບັນເອີ້ນວ່າປະເທດຣັດເຊຍ) ເກືອບ 300 ຄົນ ໃນທົ່ວປະເທດ ລະດົມເງິນຈັດຊື້ ໄຂ່ 150 ແຕະ ນໍ້າດື່ມ 120 ແພັກ ໝີ່ສໍາເລັດຮູບ 60 ແກັດ ແລະ ຜ້າອັດປາກ 40 ແກັດ ມູນຄ່າ 14 ລ້ານກວ່າກີບ ໄປມອບໃຫ້ແພດ-ໝໍໂຮງໝໍມິດຕະພາບ 150 ຕຽງ ໂຮງໝໍມະໂຫສົດ ແລະ ໂຮງໝໍເສດຖາທິຣາດ ເພື່ອຊຸກຍູ້ ແລະ ໃຫ້ກຳລັງໃຈໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດເປັນວົງກວ້າງໃນສັງຄົມລາວໃນປັດຈຸບັນ.   

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ຈັດຂຶ້ນວັນທີ 15 ຕຸລາ 2021 ຢູ່ 3 ໂຮງໝໍດັ່ງກ່າວ ເຊິ່ງມອບໂດຍທ່ານ ດຣ ພູທອນ ວັງກອນວິໄລ ອະດີດອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ປະທານສະມາຄົມນັກສາທາລະນະສຸກສາດລາວ ພ້ອມດ້ວຍຄະນະ ແລະ ຄະນະອຳນວຍການ 3 ໂຮງໝໍດັ່ງກ່າວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ດຣ ພູທອນ ວັງກອນວິໄລ ໃຫ້ສຳພາດວ່າ: ປັດຈຸບັນ ກຸ່ມອະດີດນັກສຶກສາເມືອງຕັດສະເກນ ມີສະມາຊິກເກືອບ 300 ທ່ານ ໃນນີ້ ໄດ້ກະແຈກກະຈາຍຢູ່ຂອບເຂດທົ່ວປະເທດ ເນື່ອງຈາກພະຍາດໂຄວິດ -19 ໄດ້ແຜ່ລະບາດເປັນວົງກວ້າງ ຫຼາຍຂະແໜງການໃນລາວ ເວົ້າສະເພາະນັກຮົບເສື້ອຂາວກຳລັງປະເຊີນໜ້າ ແລະ ຕໍ່ສູ້ກັບພະຍາດດັ່ງກ່າວຢ່າງຫ້າວຫັນ ພວກເຮົາຈຶ່ງເຫັນໄດ້ຄວາມສຳຄັນ ແລະ ຢາກປະກອບສ່ວນເປັນວັດຖຸເງິນຄຳ ເພື່ອຍູ້ແຮງໃຫ້ແພດ-ໝໍພວກເຮົາມີກຳລັງໃຈ ຈຶ່ງໄດ້ລະດົມທຶນກັນພາຍໃນກຸ່ມເລີ່ມມາແຕ່ກາງເດືອນກັນຍາຜ່ານມາ ປັດຈຸບັນສາມາດລະດົມທຶນໄດ້ 14 ລ້ານກວ່າກີບ ແລະ ໄດ້ນຳໄປຊື້ວັດຖຸອຸປະກອນທີ່ຈໍາເປັນທີ່ຈະນຳໃຊ້ໃນແຕ່ລະວັນ ເພື່ອຊຸຸກຍູ້ໃຫ້ກຳລັງໃຈໃຫ້ແພດ-ໝໍ ມີກຳລັງໃຈຕໍ່ສູ້ກັບພະຍາດດັ່ງກ່າວຢ່າງມີໄຊ ນອກນີ້ 30 ປີຜ່ານມາ ກຸ່ມອະດີດນັກສຶກສາເມືອງຕັດສະເກນ ຍັງໄດ້ລະດົມທຶນຊ່ວຍສັງຄົມຫຼາຍຄັ້ງ ໂດຍສະເພາະໄດ້ໄປຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພທຳມະຊາດນໍ້າຖ້ວມເຂດພາກໃຕ້ ແລະ ໃນຕໍ່ໜ້ານີ້ ກໍຈະສືບຕໍ່ລະດົມທຶນເພື່ອຊ່ວຍເຫຼືອໃຫ້ກະຊວງສາທາລະນະສຸກຕື່ມອີກ.  

# ຂ່າວ & ພາບ : ສະບາໄພ

error: Content is protected !!