ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ວັນນີ້ 651 ຄົນ

    ທ່ານນາງ ດຣ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ລາຍງານກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ປະຈໍາວັນທີ 14 ຕຸລາ 2021 ໃຫ້ຮູ້ວ່າ: ວັນທີ 13 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6.855 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 651 ຄົນ (ຕິດເຊື້ອພາຍໃນ ມີ 644 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ).

    ການຕິດເຊື້ອພາຍໃນໃໝ່ທັງໝົດ 644 ຄົນ ເຊິ່ງມີ: ຫຼວງພະບາງ 215 ຄົນ ນະຄອນຫຼວງພະບາງ 13 ບ້ານ (135 ຄົນ) ບ້ານຜາໂອ 112 ຄົນ (ຢູ່ໃນສະຖານທີ່ຄຸມຂັງ) ບ້ານໂພສີ 5 ຄົນ ບ້ານຜາສຸກ 6 ຄົນ ບ້ານພູຊ້າງຄໍາ 2 ຄົນ ບ້ານໂພນສະອາດ 2 ຄົນ ບ້ານຄົກວາ ບ້ານດອນໃໝ່ ບ້ານນາຊ່າງເຫວີຍ ບ້ານນາຫຼວງ ບ້ານປ່ອງຄໍາ (ພະນັກງານສາທາ) ບ້ານປົ່ງຫວ້ານ ບ້ານພູໝອກ ບ້ານຫາດຮ່ຽນ ມີບ້ານລະ 1 ຄົນ ເມືອງນໍ້າບາກ 4 ບ້ານ (15 ຄົນ) ບ້ານໂພນສະອາດ 8 ຄົນ ບ້ານນໍ້າລາ 5 ຄົນ ບ້ານຟ້າ ແລະ ບ້ານດອນຄ່ຳ ມີບ້ານ ລະ 1 ຄົນ ເມືອງຊຽງເງິນ 2 ບ້ານ (3 ຄົນ) ບ້ານຊຽງເງິນ 2 ຄົນບ້ານມູດ 1 ຄົນ ເມືອງງອຍ 1 ບ້ານ (61 ຄົນ) ບ້ານສົບຮຸນ 6 ຄົນ ອີກ 55 ຄົນ ກຳລັງເກັບກຳຂໍ້ມູນເມືອງຈອມເພັດ 1 ຄົນ ຈາກບ້ານ ຊຽງແມນ

    ນະຄອນຫຼວງວຽງຈັນ 185 ຄົນ: ມາຈາກ 73 ບ້ານ ໃນ 7 ເມືອງຄື: ເມືອງຈັນທະບູລີ 10 ບ້ານ (20 ຄົນ) ເມືອງສີໂຄດຕະບອງ 12 ບ້ານ (31 ຄົນ) ເມືອງໄຊເສດຖາ 10 ບ້ານ (23 ຄົນ) ເມືອງສີສັດຕະນາກ 12 ບ້ານ (26 ຄົນ) ເມືອງນາຊາຍທອງ 10 ບ້ານ (53 ຄົນ) ເມືອງໄຊທານີ 13 ບ້ານ (35 ຄົນ) ເມືອງຫາດຊາຍຟອງ 6 ບ້ານ (8 ຄົນ) ສືບຕໍ່ເອົາຂໍ້ມູນ 5 ຄົນ

    ຄໍາມ່ວນ 148 ຄົນ ມີ: ເມືອງທ່າແຂກ 145 ຄົນ ຢູ່ໃນສະຖານທີ່ຄຸມຂັງ 92 ຄົນ ກໍາມະກອນຢູ່ໂຮງງານລາວຄາຍຢວນ ກັກກັນຢູ່ສູນພະນົມພອນ (ກວດຕົວຢ່າງຄັ້ງທີ 2) ມີ 44 ຄົນ ກໍາມະກອນຢູ່ໂຮງງານນໍ້າດື່ມກາກະຕ່າຍທອງ 4 ຄົນ ບ້ານສຸກສະຫວັນ 2 ຄົນ ກໍາມະກອນຢູ່ສວນນົກກະຈອກເທບ 2 ຄົນ ບ້ານດົງມ່ວງໄຂ່ 1 ຄົນ ເມືອງຫີນບູນ 1 ຄົນ ບ້ານຄໍາແກ້ວ ເມືອງຄູນຄໍາ ມີ 1 ຄົນ ບ້ານຜາແຫ້ງ ບ້ານໂພນໝາດ ເມືອງຍົມມະລາດ 1 ຄົນ

    ສະຫວັນນະເຂດ 35 ຄົນ ມີ: ເມືອງອຸທຸມພອນ 24 ຄົນ 4 ບ້ານ ບ້ານໄຊຍະເພັດ 20 ຄົນ ບ້ານຈະເລີນສຸກ 2 ຄົນ ແລະ ບ້ານຈອມເພັດ 1 ຄົນ ບ້ານສີບຸນເຮືອງ 1 ຄົນ ນະຄອນໄກສອນ 11 ຄົນ  7 ບ້ານ  ບ້ານຫົວເມືອງເໜືອ 3 ຄົນ ບ້ານຊອກ 2 ຄົນ ບ້ານໄຊຍະພູມ 2 ຄົນ 4 ຄົນ ຈາກບ້ານສະພານເໜືອ ບ້ານສຸນັກທາ ບ້ານອຸດົມວິໄລ ແລະ ບ້ານໂພໄຊ ມີບ້ານລະ 1 ຄົນ

    ບໍ່ແກ້ວ 25 ຄົນ ມີ: ເມືອງ ຫ້ວຍຊາຍ 2 ກໍລະນີ (ຈາກບ້ານພັກຫົວລູຍ ບ້ານອຸດົມ ແລະ ບ້ານນໍ້າປຸກ) ເມືອງ ຕົ້ນເຜີ້ງ 10 ກໍລະນີ (ບ້ານ ຄວ້ານ 5 ດອນມູນ 2 ໂພນໂຮມ 2 ແລະ ພຽງງາມ 1) ເຂດເສດຖະກິດພິເສດ 14 ກໍລະນີ (ກຳມະກອນ ຄົນມຽນມາ 12 ຄົນ ຈີນ 1 ແລະ ຄົນລາວ 1)

    ວຽງຈັນ 22 ຄົນ ມີ : ເມືອງແກ້ວອຸດົມ 10 ຄົນ 3 ບ້ານ ບ້ານແສງສະຫວ່າງ 5 ຄົນ ບ້ານພູເຂົາຄໍາ 4 ຄົນ ບ້ານທ່າຊັນ 1 ຄົນ ເມືອງທຸລະຄົມ 2 ຄົນ 2 ບ້ານ ບ້ານນາແພງ ແລະ ບ້ານນາຫຼ້າ ບ້ານລະ 1 ຄົນ ເມືອງໜື່ນ ບ້ານນາສ້າງໄຜ່ 1 ຄົນ ຄົນຕ່າງແຂວງ 9 ຄົນ ກໍາມະກອນກໍ່ສ້າງ ໄຟຟ້າໂຄງການຈັກເບີ 9 ຄົນ ມີ 6 ຄົນ ຈາກບ້ານດົງຄໍາຊ້າງ ມີ 4 ຄົນ ແລະ ບ້ານຊຽງດາ ມີ 2 ຄົນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ບ້ານຫ້ວຍເລກ ເມືອງສຸຂຸມາ ແຂວງຈໍາປາສັກ ມີ 1 ຄົນ

    ຈໍາປາສັກ 11 ຄົນ ມີ: ນະຄອນປາກເຊ 5 ຄົນ 3 ບ້ານ ບ້ານນາແກ ມີ 2 ຄົນ ບ້ານໂນນສະຫວ່າງ 2 ຄົນ ບ້ານຈັດສັນ 1 ຄົນ ໂພນທອງ 4 ຄົນ 4 ບ້ານ ພະນັກງານແຟນຊິບຊຸບເປີມາກ 2 ຄົນ (ບ້ານຫໍພະແກ້ວ ແລະ ບ້ານໂພໄຊ ມີບ້ານລະ 1 ຄົນ) ບ້ານສະໝໍລຽບ 1 ຄົນ ບ້ານຄັນແຍງ 1 ຄົນ (ຄ້າຂາຍ ເພດຍິງ ອາຍຸ 40 ປີ ເຂົ້າມາກວດຢູ່ໂຮງໝໍແຂວງ ດ້ວຍຮູບການຊືມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ (SARI) ເມືອງບາຈຽງຈະເລີນສຸກ ບ້ານລົ່ມສັກເໜືອ 1 ຄົນ ເມືອງປາກຊ່ອງ ບ້ານຫຼັກ 1 ຄົນ ຫຼວງນໍ້າທາ 2 ຄົນ (ສັນຊາດຈີນທັງ 2 ຄົນ)

    ບໍລິຄໍາໄຊ 1 ຄົນ ມີ: ບ້ານ ທົ່ງນາມີ ເມືອງ ປາກກະດິງ (ເດັກຊາຍ ອາຍຸ 2 ປີ).

    ສໍາລັບຜູ້ຕິດເຊື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 7 ຄົນ: 5 ຄົນ ຈາກແຂວງສະຫວັນນະເຂດ ແລະ 2 ຄົນ ຈາກແຂວງສາລະວັນ ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

    ມາຮອດວັນທີ 13 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 30.615 ຄົນ ເສຍຊີວິດສະສົມ 36 (ໃໝ່ 1) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 315 ຄົນ ກໍາລັງປິ່ນປົວ 7.102 ຄົນ ສໍາລັບຂໍ້ມູນຜູ້ເສຍຊິວິດ 1 ຄົນ ແມ່ນເພດຊາຍ ອາຍຸ 60 ປີ ບ້ານ ນາຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຜູ້ກ່ຽວມີພະຍາດປະຈໍາຕົວ ຄື ເປັນອໍາມະພາດ ແລະ ໄຂ່ຫຼັງຊຸດໂຊມ ຜ່ານມາ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19 ຜູ້ກ່ຽວມາໂຮງໝໍໃນວັນທີ 9 ຕຸລາ 2021 ຍ້ອນຫາຍໃຈຝຶດ ແລະ ແໜ້ນໜ້າເອິກ ວັນທີ 10 ຕຸລາ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ ແລະ ຜົນກວດ ພົບເຊື້ອໂຄວິດ-19 ໃນວັນທີ 11 ຕຸລາ 2021 ມາຮອດວັນທີ 13 ຕຸລາ 2021 ຜູ້ກ່ຽວເສຍຊີວິດລົງ.

# ຂ່າວ & ພາບ : ວຽງມາ

error: Content is protected !!