ກຸ່ມບໍລິສັດ Prince Holding Group ກຳປູເຈຍ ມອບເງິນປະກອບສ່ວນ 1 ລ້ານໂດລາ ເຂົ້າໃນວຽກງານຕ້ານໂຄວິດ-19 ຢູ່ ສປປ ລາວ

    ວັນທີ 30 ຕຸລາ 2021 ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງພະນົມເປັນ ໄດ້ມີພິທີມອບ-ຮັບເງິນຈຳນວນ 1 ລ້ານໂດລາສະຫະລັດ ຈາກກຸ່ມບໍລິສັດ Prince Holding Group ໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ຕາງໜ້າມອບໃນຄັ້ງນີ້ ໂດຍທ່ານ ເຊນ ສີ ປະທານກຸ່ມບໍລິສັດ Prince Holding Group ແລະ ຕາງໜ້າຮັບໂດຍ ທ່ານ ອຳໄພ ກິນດາວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳລາຊະອານາຈັກກຳປູ ເຈຍ ມີພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. 

    ໃນໂອກາດດັ່ງກ່າວ ທ່ານເອກອັກຄະລັດຖະທູດ ອໍາໄພ ກິນດາວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງກຸ່ມບໍລິສັດ Prince Holding Group ທີ່ໄດ້ໃຫ້ ການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ນໍ້າໃຈຈາກກຸ່ມບໍລິສັດ ພ້ອມທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມ ມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. 

    ກຸ່ມບໍລິສັດ Prince Holding Group ເປັນໜຶ່ງໃນບັນດາກຸ່ມບໍລິສັດທີ່ໃຫຍ່ທີ່ສຸດໃນກຳປູເຈຍ ບໍລິສັດ ດັ່ງກ່າວໄດ້ດຳເນີນທຸລະກິດຫຼັກ 3 ດ້ານ ຄື: ການພັດທະນາອະສັງຫາລິມະຊັບ (Real estate development) ການບໍລິການດ້ານການເງິນ (Financial services) ແລະ ການໃຫ້ບໍລິການຜູ້ບໍລິໂພກ (Consumer services). 

# ຂ່າວ – ພາບ :  ກົມການຂ່າວ

error: Content is protected !!