ເຜີຍແຜ່ຟາຍ​ວິ​ດີ​ໂອການ​ສອນສາ​ທິດ 21 ສຽງ ​ພາ​ສາ​ອັງ​ກິດ​ຂັ້ນ ປ3

    ວິດີໂອຊຸດໃໝ່ ສຳລັບຟາຍການສອນ​ສາ​ທິດສຽງພາສາອັງກິດຂັ້ນ ປ3 ຫຼາຍກວ່າ 100 ສຽງ ໄດ້ຖືກເຜີຍແຜ່ຜ່ານຊ່ອງຢູທູບທີ່ມີຊື່ວ່າ: “ ວິດີໂອສໍາລັບການພັດທະນາຄູ Teacher Development Videos ” ກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ພັດທະນາຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ຊຶ່ງວ່າການສອນສຽງໃນວິຊາພາສາອັງກິດຂັ້ນ ປ3 ເພື່ອຊ່ວຍໃຫ້ນັກຮຽນເລີ່ມອ່ານ ແລະ ຂຽນ ເປັນພາສາອັງກິດ.

    ການສອນສຽງນີ້ ແມ່ນເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈກ່ຽວກັບສຽງໃນພາສາເວົ້າ ແລະ ຕົວອັກສອນ ແລະ ການສະກົດຄຳຕ່າງໆຂອງສຽງເຫຼົ່ານັ້ນເວລາຂຽນເປັນຄຳສັບ ແຕ່ລະສຽງ ມີທ່າທາງປະກອບທີ່ບໍ່ຄືກັນ ທັງນີ້ ກໍເພື່ອໃຫ້ນັກຮຽນຈື່ສຽງ ພ້ອມທັງທ່າທາງປະກອບແບບສະໜຸກສະໜານ ແລະ ເບີກບານມ່ວນຊຶ່ນ.

    ສຳລັບວິດີໂອໃໝ່ນີ້ ແມ່ນຈະສອນການສາທິດກ່ຽວກັບວິທີການອອກສຽງທີ່ຖືກຕ້ອງ ພ້ອມດ້ວຍທ່າທາງປະກອບ ແລະ ວິທີຂຽນຕົວອັກສອນທີ່ຖືກຕ້ອງຕາມຮູບແບບໃນ 21 ສຽງ ແລະ ນັກຮຽນຈະໄດ້ຮຽນສຽງດັ່ງກ່າວ ໃນຂັ້ນ ປ3 ການສອນສຽງແມ່ນເປັນສິ່ງສຳຄັນ ເພື່ອໃຫ້ຄູ ແລະ ນັກຮຽນອອກສຽງໃຫ້ຖືກຕ້ອງ ເຊິ່ງເປັນສິ່ງສຳຄັນທີ່ຈະຕ້ອງສາທິດວິທີການສອນ ການຂຽນຕົວອັກສອນແຕ່ລະຕົວໃຫ້ຖືກຕ້ອງຕາມຮູບແບບຂອງມັນ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ໄດ້ເຜີຍແຜ່ຟາຍວິດີໂອການສອນສຽງຊຸດໃໝ່ຫຼາຍກວ່າ 100 ສຽງຢູ່ໃນຊ່ອງຢູທູບ “ ວິດີໂອສຳລັບການພັດທະນາຄູ Teacher Development Videos” ເພື່ອສະໜັບສະໜູນການດໍາເນີນການຮຽນການສອນຫຼັກສູດ ສະບັບປັບປຸງໃໝ່ ວິຊາພາສາອັງກິດໃຫ້ຄູສອນ ແລະ ນັກຮຽນຂັ້ນ ປ3.

    ທ່ານ ອຸທິດ ທີບພະຈັນ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ​ ກະຊວງ ສສກ ໄດ້ກ່າວວ່າ: “ຄູສອນຊັ້ນປະຖົມສຶກສາ ແລະ ຄູເຝິກ ສາມາດນຳໃຊ້ວິດີໂອສຳລັບການພັດທະນາຄູ ແລະ ວິດີໂອຊຸດຟາຍການສອນສຽງນີ້ ໃນການກະກຽມບົດສອນ ການຮຽນດ້ວຍຕົນເອງ ເພື່ອດໍາເນີການສອນຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ສຳລັບການຮຽນການສອນ ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ສາມາດເປີດຊຸດຟາຍການສອນສຽງເຫຼົ່ານີ້ ເພື່ອດໍາເນີນການສິດສອນໃນຫ້ອງຮຽນໂດຍຜ່ານທາງຊ່ອງຢູທູບໃນໄລ​ຍະປິດເມືອງ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີປະໂຫຍດຫຼາຍທີ່ສຸດ.

    ສຳລັບຊ່ອງຢູທູບ “ວິດີໂອສຳລັບການພັດທະຄູ Teacher Development Videos” ກ່ຽວກັບສື່ການຮຽນການສອນ ວິດີໂອສຳລັບການເຝິກອົບຮົມຄູ ແລະ ວິດີໂອຊຸດຟາຍການສອນສຽງ ແມ່ນໄດ້ເຜີຍແຜ່ແລ້ວໃນໄລຍະທີ່ໂຮງຮຽນຫຼາຍແຫ່ງຍັງປິດຢູ່ ແລະ ການຝຶກອົບຮົມຄູໃນບາງແຂວງທີ່ມີສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ກອງປະຊຸມເຝິກອົບຮົມໄດ້ເລື່ອນອອກໄປ ສະນັ້ນ ທີມງານຈາກສູນພັດທະນາສື່ການຮຽນການສອນ ສູນໂຄສະນາຂ່າວສານການສຶກສາທິການ ແລະ ກີລາ ແລະ ສູນພັດທະນາຫຼັກສູດຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ຈະຊ່ວຍໃຫ້ຄູສອນຊັ້ນປະຖົມສຶກສາ ໄດ້ພັດທະນາທັກສະຂອງຕົນ ເພື່ອດໍາເນີນການນໍາໃຊ້ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ແລະ ວິທີການຮຽນການສອນແບບໃໝ່ ທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ.

ເຊິ່ງສາມາດເຂົ້າເບິ່ງເວັບໄຊ ແລະ ຢູທູບ ທ່ານສາມາດກົດເຂົ້າລິ້ງ: ວິດີໂອ 17 ວິຊາພາສາອັງກິດຂັ້ນ ປ3 ການສອນສຽງ 21 ສຽງ: https://www.youtube.com/watch?v=PFhgqLYgq8Y ແລະ ຊຸດຟາຍການສອນສຽງ

   # ຂ່າວ – ພາບ :  ບຸນມີ

error: Content is protected !!