ວັນທີ 23 ກັນຍາ 2021 ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຂອງບັນດາປະເທດກໍາລັງພັດທະນາທີ່ບໍໍ່ມີຊາຍແດນຕິດຈອດກັບທະເລ (The Annual Ministerial Meeting of the Landlocked Developing Countries) ຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້: Leaving No One behind: Sustainable Recovery from COVID-19 in LLDCs and accelerated implementation of the Vienna Programme of Action and the Special Roadmap. ກອງປະຊຸມດັ່ງກ່າວ ແມ່ນຈັດຂື້ນທຸກໆປີ ໃນໄລຍະກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ເພື່ອປຶກສາຫາລືແລກປ່ຽນວິໄສທັດ ການຮັບມື ແລະ ການແກ້ ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອການຟຶ້ນຟູທີ່ຍືນຍົງ ໃຫ້ຄຽງຄູ່ກັນກັບການຈັດຕັ້ງປະຕິບັດແຜນດໍາເນີນງານຂອງກຸ່ມປະເທດ LLDCs.
ໃນກອງປະຊຸມຄັ້ງນີ້ ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງຕໍ່ຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ເສດຖະກິດ-ສັງຄົມ ແລະ ຊີວິດຂອງມວນມະນຸດໃນທົ່ວໂລກ ໂດຍສະເພາະ ບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDCs) ກໍຍິ່ງໄດ້ຮັບຜົນກະທົບຢ່າງຮອບດ້ານ ໂດຍອີງໃສ່ສະພາບພູມສາດປະເທດທີ່ມີບໍ່ຊາຍແດນຕິດກັບທະເລນັ້ນ ແມ່ນມີຄວາມຫຍຸ້ງຍາກໃນການຟຶ້ນຟູເສດຖະກິດຂອງຕົນ.
ນອກຈາກນັ້ນ ທ່ານຮອງລັດຖະມົນຕີ ກໍໄດ້ນໍາສະເໜີຕໍ່ກອງປະຊຸມວ່າ: ສປປ ລາວ ກໍເປັນປະເທດໜື່ງທີ່ຢູ່ໃນສະຖານນະພາບປະເທດດ້ອຍພັດທະນາ (LDC) ແລະ ທັງເປັນປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDC). ສະນັ້ນ ສປປ ລາວ ຈຶ່ງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ໂດຍສະເພາະແມ່ນໃນໄລຍະການລະບາດຂອງໂຄວິດ-19 ເຖິງຢ່າງໃດກໍຕາມ ສປປ ລາວ ກໍມີຄວາມພະຍາຍາມສ້າງພື້ນຖານໃຫ້ກາຍເປັນປະເທດທີ່ເຊື່ອມຈອດກັບພາກພື້ນ ເພື່ອໃຫ້ສາມາດປະຕິບັດໄດ້ແຜນບຸລິມະສິດທີ່ກຳນົດໄວ້ໃນແຜນງານວຽນນາສຳລັບກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (VPoA). ສິ່ງສຳຄັນພົ້ນເດັ່ນອີກອັນໜື່ງ ໃນໄລຍະໃກ້ໆນີ້ ແມ່ນຈະມີການປະກາດເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ພາຍໃຕ້ໂຄງການ “ໜຶ່່ງແລວໜຶ່ງເສັ້ນທາງ” ເຊິ່ງຈະກາຍເປັນຂີດໝາຍອັນສຳຄັນຂອງ ສປປ ລາວ ໃນການສ້າງພື້ນຖານໂຄງລ່າງອັນດີ ເພື່ອການເຊື່ອມຈອດທາງດ້ານເສດຖະກິດໃນພາກພື້ນ ແລະ ການຕິດຕໍ່ສື່ສານກັບປະເທດຕ່າງໆ.
ພ້ອມດຽວກັນນີ້ ທ່ານຮອງລັດຖະມົນຕີຮຽກຮ້ອງໃຫ້ຄະນະຍາດສາກົນ ສະໜອງຢາວັກຊິນໃຫ້ແກ່ປະເທດ LLDCs ເພື່ອຮັບ ປະກັນການເຂົ້າເຖິງຢາວັກຊິນທີ່ເທົ່າທຽມ ແລະ ພຽງພໍ ລວມທັງຮຽກຮ້ອງໃຫ້ບັນດາປະເທດທີ່ເປັນທາງຜ່ານ ໃຫ້ການຮ່ວມມືອຳນວຍຄວາມສະດວກດ້ານການຄ້າ ແລະ ເຊື່ອມໂຍງກັບພາກພື້ນໄດ້ຢ່າງມີປະສິດທິຜົນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານຮອງລັັດຖະມົນຕີ ໄດ້ຢໍ້າຄືນຄໍາໝາຍໝັ້ນຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍຂອງແຜນດຳເນີນງານ VPoA ແລະ ຈະສືບຕໍ່ຮ່ວມມືກັບບັນດາປະເທດທາງຜ່ານ ຄູ່ຮ່ວມພັດທະນາ ອົງການເຄືອຂ່າຍ ສປຊ ອົງການຈັັດຕັ້ງສາກົນ ແລະ ພາກເອກະຊົນອື່ນໆ ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງສາກົນທີ່ມີຕໍ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າຈະໄດ້ຮັບການຮ່ວມມືຢ່າງກວ້າງຂວາງອີກໃນຕໍ່ໜ້າ.
# ຂ່າວ – ພາບ : ໄຊບັນດິດ