ສືບຕໍ່ດຳເນີນວຽກງານການປ້ອງກັນ-ໃຫ້ບໍລິການປິ່ນປົວ HIV

    ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ລັດຖະບານສະຫະລັດອາເມຣິກາ ໄດ້ສືບຕໍ່ໃຫ້ການສະໜັບສະໜູນໂຄງການແກ່ລັດຖະບານ ສປປ ລາວ ເພື່ອລົບລ້າງ HIV ແລະ ພະຍາດ Aids ໃນໄລຍະທີ່ມີການແຜ່ລະບາດພະຍາດໂຄວິດ-19 ພາຍໃຕ້ມາດຕະການຄວບຄຸມການລະບາດ ແລະ ມີຄວາມຈຳກັດໃນການເດີນທາງສັນຈອນໄປມາ ພາກສ່ວນລັດຖະບານທີ່ກ່ຽວຂ້ອງ ແລະ ອົງການຮ່ວມມືທີ່ບໍ່ສັງກັດລັດຖະບານກໍດຳເນີນ ແລະ ສົ່ງເສີມການບໍລິການວຽກງານປ້ອງກັນ ແລະ ປິ່ນປົວ HIV ຢ່າງມີຄຸນນະພາບ ໂຄງການໄດ້ພະຍາຍາມລິເລີ່ມແນະນຳ ແລະ ດຳເນີນການບໍລິການໃຫ້ຢາປ້ອງກັນພະຍາດ HIV ກ່ອນການສຳຜັດເຊື້ອ ໃນ ສປປ ລາວ ອົງການ USAID ໄດ້ສະໜັບສະໜູນອາສາສະໝັກຊຸມຊົນໃນການຊອກຄົ້ນຫາກຸ່ມສ່ຽງ ແລະ ລະດົມໃຫ້ເຂົາເຈົ້າຮັບການກວດເພື່ອຮູ້ສະຖານະການຕິດເຊື້ອຂອງຕົນເອງ ແລະ ລະດົມເອົາຜູ້ທີ່ຕິດເຊື້ອເຂົ້າຮັບບໍລິການຮັບຢາຕ້ານໄວຣັສໃຫ້ໄດ້ໄວທີ່ສຸດ.

    ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຖອດຖອນບົດຮຽນສົກປີ 2021 ຂຶ້ນວັນທີ 15 ກັນຍາ 2021 ທີ່ ແຂວງວຽງຈັນ ເປັນປະທານຂອງ ທ່ານ ດຣ ສົມຈິດ ຜາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ທ່ານ ດຣ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດ ແລະ ພະຍາດຕີດຕໍ່ທາງເພດສໍາພັນ ທ່ານ ດຣ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ແລະ ມີບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງເຊັ່ນ ພະນັກງານແພດໝໍ ແລະ ວິຊາການສະໜັບສະໜູນໂຄງການຈາກພາກຊຸມຊົນເຂົ້າຮ່ວມຜ່ານລະບົບອອນລາຍ.

    ໃນກອງປະຊຸມ ໄດ້ສົນທະນາແລກປ່ຽນຂໍ້ມູນຜົນໄດ້ຮັບຂອງການຈັດຕັ້ງປະຕິບັດໃນໜຶ່ງປີຜ່ານມາ ບັນຫາສິ່ງທ້າທາຍໃນໄລຍະທີ່ມີການແຜ່ລະບາດພະຍາດໂຄວິດ-19 ຕະຫຼອດເຖິງຍຸດທະສາດໃນການດຳເນີນການໃນຕໍ່ໜ້າໃນສົກປີຈະມາເຖິງນີ້ ທັງນີ້ກໍແມ່ນເພື່ອຫຼຸດຜ່ອນອັດຕາການຕິດເຊື້ອ HIV ໃນກຸ່ມຄົນທີ່ມີຄວາມສ່ຽງໃນນະຄອນຫຼວງວຽງຈັນ ສະຫວັນນະເຂດ ແລະ ຈຳປາສັກ ໂດຍສຸມໃສ່ຍົກລະດັບວຽກງານປ້ອງກັນ HIV ກວດຊອກຫາເຊື້ອ HIV ສົ່ງຕໍ່ຄົນຕິດເຊື້ອເຂົ້າຮັບການບໍລິການປິ່ນປົວ ແລະ ພັດທະນາຄວາມສາມາດໃນການປ້ອງກັນ ແລະ ຮັກສາມາດຕະການຄວບຄຸມການລະບາດແບບຍືນຍົງ.

..

#  ຂ່າວ – ພາບ :  ວຽງມາ

error: Content is protected !!