ປະກາດການຈັດຕັ້ງກະຊວງພາຍໃນ

    ພິທີປະກາດການຈັດຕັ້ງກະຊວງພາຍໃນ ຈັດຂຶ້ນວັນທີ 11 ສິງຫາ 2021 ທີ່ກະຊວງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີຮອງລັດຖະມົນຕີ ຄະນະພັກກະຊວງ ຄະນະຫ້ອງການ ບັນດາກົມ ສະຖາບັນ ສູນ ແລະ ພະນັກງານຫຼັກແຫຼ່ງ.

    ໃນພິທີດັ່ງກ່າວ ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ເຊິ່ງໃນນີ້ ໄດ້ແຕ່ງຕັ້ງທ່ານ ນາງ ວິໄລທອນ ສູນທອນໄຊມົງຄຸນ ເປັນຫົວໜ້າຫ້ອງການ ທ່ານ ສຸລິວັນ ອ່ອນຕາວົງ ເປັນຫົວໜ້າກົມພັດທະນາການບໍລິຫານລັດ ທ່ານ ບຸນຈັນ ນິຍະວົງ ເປັນຫົວໜ້າກົມປົກຄອງທ້ອງຖິ່ນ ທ່ານ ສິງທະວອນ ດາລາວົງ ເປັນຫົວໜ້າກົມຄຸ້ມຄອງລັດຖະກອນ ແລະ ທ່ານ ທອງສະຫວັນ ປັນຍາວິຈິດ ເປັນຫົວໜ້າກົມປະເມີນຜົນ ແລະ ພັດທະນາລັດຖະກອນ  ນອກນີ້ທ່ານ ທອງຈັນ ມະນີໄຊ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!