ມສ ສີທອງ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ

    ທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ພ້ອມດ້ວຍປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສປ ນວ ແລະ ຄະນະ ສືບຕໍ່ລົງຕິດຕາມການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4) ປະຈຳສົກຮຽນ 2020-2021 ຢູ່ສູນສອບເສັງມັດທະຍົມສົມບູນສີທອງ (ມສ ສີທອງ) ເມືອງສັງທອງ ວັນທີ 22 ກໍລະກົດ 2021 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ໄຊຍະບັດ ຊຸ່ມມະນີວົງ ຮອງເຈົ້າເມືອງສັງທອງ ມີທ່ານຮອງປະທານຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ບຸນເຖິງ ພັນທະວົງ ຜູ້ອຳນວຍການ ປະທານຄະນະກຳມະການສູນສອບເສັງ ມສ ສີທອງ ລາຍງານວ່າ: ສູນສອບເສັງເມືອງສັງທອງ ນວ ມີ 1 ສູນ ດຳເນີນການສອບເສັງວັນທີ 21-23 ກໍລະກົດ 2021 ແຕ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຫ້ອງສອບເສັງບໍ່ພຽງພໍທີ່ຈະຮອງຮັບຈຳນວນນັກຮຽນ ເນື່ອງຈາກຕ້ອງໄດ້ຮັກສາໄລຍະຫ່າງໃຫ້ນັກຮຽນຕາມມາດຕະການທີ່ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່່ລະບາດຂອງພະຍາດໂຄວິດ-19 ນວ ວາງອອກ ຈຶ່ງໄດ້ແບ່ງຈຸດສອບເສັງເປັນ 2 ຈຸດ ຄື: ມສ ສີທອງ ແລະ ໂຮງຮຽນປະຖົມສົມບູນເພຍລາດ ມີນັກຮຽນຈາກ ມສ ສີທອງ ມສ ນາທຽມ ມສ ປາກຕອນ ມສ ນ້ຳສັງ ມສ ສັງໄຊ ມຕ ສຳພັນນາ ມຕ ວັງມ້າ ເຂົ້າຮ່ວມສອບເສັງ 418 ຄົນ ມີກຳມະການຍາມຫ້ອງເສັງ 44 ທ່ານ ປ້ອງກັນ ແລະ ແພດໝໍຈຳນວນໜຶ່ງ ສຳລັບການກຽມຄວາມພ້ອມກ່ອນການສອບເສັງ ແຕ່ລະໂຮງຮຽນໄດ້ເນັ້ນໃສ່ການຮຽນ-ການສອນອອນລາຍ ເພື່ອໃຫ້ບັນລຸຕາມຫຼັກສູດທີ່ວາງໄວ້ ພ້ອມນີ້ ຍັງໄດ້ເຂົ້າຮ່ວມເຝິກອົບຮົມກ່ຽວກັບການເຮັດປຶ້ມທະບຽນ ເກັບກໍາສະຖິຕິນັກຮຽນເພື່ອຂຶ້ນສະຖິຕິການສອບເສັງ ກະກຽມອາຄານສະຖານທີ່ ສິ່ງອຳນວຍຄວາມສະດວກຕ່າງໆ ແລະ ໄດ້ປຶກສາຫາລືວິທີການນຳສົ່ງນັກຮຽນ ເພື່ອເຂົ້າມາສອບເສັງຢູ່ສູນສອບເສັງ ບົນພື້ນຖານການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

    ໂອກາດນີ້ ຜູ້ເຂົ້າຮ່ວມກໍໄດ້ມີຄໍາຄິດເຫັນ ແລະ ຄຳສະເໜີຕໍ່ຄະນະທີ່ລົງເຮັດວຽກຄັ້ງນີ້ ໂດຍສະເພາະອາຄານຫ້ອງຮຽນບໍ່ພຽງພໍໃນການຮອງຮັບນັກຮຽນ ຄວນມີຫຼັກສູດການຮຽນ-ການສອນທາງອອນລາຍ ເພື່ອຄວາມເປັນເອກະພາບໃຫ້ແຕ່ລະໂຮງຮຽນ ນັກຮຽນຈຳນວນໜຶ່ງຂາດຄວາມເອົາໃຈໃສ່ໃນການເຂົ້າຮ່ວມສອບເສັງ ຈາກນັ້ນ ຄະນະດັ່ງກ່າວກໍໄດ້ຊີ້ແຈງ ແລະ ໄດ້ຮັບເອົາບາງບັນຫາເພື່ອນໍາສະເໜີຕໍ່ພາກສ່ວນກ່ຽວຂ້ອງ ຊອກຫາວິທີແກ້ໄຂຮ່ວມກັນໃນຕໍ່ໜ້າ.

# ຂ່າວ & ພາບ : ສະບາໄພ

error: Content is protected !!