ກະຊວງ ຖວທ ຈະນຳໃຊ້ລະບົບສື່ສານພາກລັດ (G-Chat) ເຂົ້າໃນວຽກງານ

    ວັນທີ 22 ກໍລະກົດ 2021 ຢູ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ຽວທ່ອງ (ຖວທ) ເປີດຊຸດ ເຝິກອົບຮົມການຕິດຕັ້ງ ແລະ ນຳໃຊ້ລະບົບສື່ສານພາກລັດ (G-Chat) ເປັນປະທານຂອງທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖວທ ມີພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

    ທ່ານ ບົວໄລ ພານຸວົງ ກ່າວວ່າ: ການເປີດຊຸດເຝິກອົບຮົມຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ເພາະລະບົບ ການສື່ສານພາກລັດ G-Chat ນັ້ນ ເປັນວຽກໜຶ່ງທີ່ລັດຖະບານໃຫ້ຄວາມສຳຄັນ ເພື່ອນຳໃຊ້ເຂົ້າໃນກົນໄກ ການເຮັດວຽກຂອງລັດຖະບານ ຊຸດທີ IX ໃຫ້ມີຄວາມກະທັດຮັດ ວ່ອງໄວ ປະຢັດເວລາ ແລະ ປະຢັດຄ່າໃຊ້ຈ່າຍຕ່າງໆ ລວມທັງເປັນການປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ບັນດາກະຊວງ ກົມ-ກອງ ຂະແໜງການ ໜ່ວຍງານຕ່າງໆ ກໍໄດ້ເລີ່ມຫັນມາໃຊ້ເຂົ້າໃນວຽກງານນັບມື້ນັບຫຼາຍຂຶ້ນ ແລະ ແມ່ນວຽກທີ່ມີຄວາມຈຳເປັນຕ້ອງໄດ້ເຮັດ ຕ້ອງມີການພັດທະນາໄປຕາມຄວາມທັນສະໄໝຂອງສັງຄົມ ຖ້າພວກເຮົາບໍ່ພັດທະນາ ບໍ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຄືກັບພາກສ່ວນອື່ນ ພວກເຮົາກໍຈະຫຼ້າຫຼັງ ບໍ່ທັນກັບຍຸດສະໄໝ ສະນັ້ນ ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວ ແລະ ທັງເປັນການປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 628/ຫສນຍ ທີ່ສະເໜີໃຫ້ບັນດາກະຊວງ ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນ ຫັນມາຈັດກອງປະຊຸມ ແລະ ການນຳສົ່ງເອກະສານທາງການໄປຜ່ານລະບົບທັນສະໄໝ ໂດຍຜ່ານລະບົບ G-Chat ຫຼື E-mail ຫຼື G-Share/G-Drive ຂອງແຕ່ລະພາກສ່ວນໃນຂອບເຂດທົ່ວປະເທດ ເຊິ່ງແມ່ນສູນບໍລິຫານດ້ວຍເອເລັກໂຕຣນິກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ພັດທະນາຂຶ້ນມາ.

    ໄລຍະທີ່ຜ່ານມາ ວຽກງານຫ້ອງການ ເວົ້າລວມ ເວົ້າສະເພາະແມ່ນດ້ານເອກະສານທາງການ ການສົ່ງເອກະສານ ການເກັບຂໍ້ມູນເອກະສານ ເຖິງແມ່ນວ່າໄດ້ມີການປັບປຸງ ມີການພັດທະນາດີຂຶ້ນ ຖືກຕາມລະບຽບຫຼັກການຫຼາຍຂຶ້ນ ຫັນມາເປັນລະບົບຖານຂໍ້ມູນໃນການສົ່ງເອກະສານ ການບັນທຶກຕິດຕາມເອກະສານມີຄວາມຄ່ອງຕົວ ແລະ ວ່ອງໄວຂຶ້ນ ແຕ່ຍັງມີຫຼາຍກົມ-ກອງ ຫຼາຍພາກສ່ວນ ຫຼາຍບຸກຄົນ ທີ່ຮັບຜິດຊອບວຽກງານຫ້ອງການບໍລິຫານ ຍັງບໍ່ທັນໄດ້ຮຽນຮູ້ລົງເລິກຕົວຈິງ ແລະ ຍັງມີຫຼາຍພາກສ່ວນບໍ່ທັນໄດ້ຄົ້ນຄວ້ານຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຮັບໃຊ້ວຽກງານໃຫ້ວ່ອງໄວທັນການ ຈຶ່ງເຮັດໃຫ້ການຍື່ນເອກະສານບາງບ່ອນແກ່ຍາວເສຍເວລາ ບາງຄັ້ງ ເອກະສານຕົກເຮ່ຍ ຍ້ອນບໍ່ມີລະບົບຖານຂໍ້ມູນໃນການເກັບກຳ ສະນັ້ນ ການທີ່ພວກເຮົາມີລະບົບການສື່ສານພາກລັດ G-Chat ຈະເປັນການດີທີ່ສຸດ ທີ່ຈະຊ່ວຍນຳສົ່ງເອກະສານ ເກັບກຳເອກະສານ ແລະ ບັນຫາເອກະສານຕົກເຮ່ຍກໍຈະໝົດໄປ.

# ຂ່າວ & ພາບ:  ຊິລິການດາ

error: Content is protected !!