ເຈົ້າຄອງນະຄອນຫຼວງວຽງຈັນ ເຄື່ອນໄຫວເຮັດວຽກຮ່ວມກັບອົງການປົກຄອງເມືອງສີໂຄດຕະບອງ

    ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຂອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມ ແລະ ເຮັດວຽກຮ່ວມກັບອົງການປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ວັນທີ 15 ມິຖຸນາ 2021 ທີ່ອົງການປົກຄອງເມືອງດັ່ງກ່າວ ຖືກຕ້ອນຮັບຈາກທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ພ້ອມຄະນະ. 

    ການເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງ ເມືອງສີໂຄດຕະບອງ ຈາກທ່ານ ທະວີໄຊ ເໝົາຊົມພູ ພ້ອມນັ້ນ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ໃຫ້ກຽດ ໂອ້ລົມ ເພື່ອໃຫ້ທິດຊີ້ນໍາແກ່ການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງເມືອງ ແລະ ໂອກາດດັ່ງກ່າວ ກໍໄດ້ມອບຄອມພິວເຕີຈໍານວນ 12 ຊຸດ ເພື່ອປະກອບສ່ວນຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງ ອົງການປົກຄອງເມືອງສີໂຄດຕະບອງຕື່ມອີກ.

# ຂ່າວ-ພາບ: ຂັນທະວີ

error: Content is protected !!