ສູນເລືອດ ຂອງອົງການກາແດງລາວແຂວງຫຼວງພະບາງ ໄດ້ຮ່ວມກັບຄະນະບໍລິຫານງານຊາວໜຸ່ມແຂວງ ສະຫະພັນແມ່ຍິງແຂວງ ແລະ ການຈັດຕັ້ງຂັ້ນຕ່າງໆ ດຳເນີນການປຸກລະດົມ ແລະ ຈັດພິທີຮັບບໍ ລິຈາກເລືອດ ໃນປີ 2020 ໄດ້ຫຼາຍກວ່າ 197 ຄັ້ງ ມີຜູ້ເຂົ້າຮ່ວມບໍລິຈາກເລືອດ 12.895 ຄົນ ໃນນີ້ ໄດ້ຮັບເລືອດຕົວຈິງ 4.587 ຖົງ ລື່ນຄາດໝາຍຂອງແຜນການທີ່ວາງໄວ້.

ທ່ານ ດຣ ວຽງສະຫັວນ ກະເສີມສຸກ ຫົວໜ້າອົງການກາແດງລາວ ປະຈຳແຂວງຫຼວງພະບາງ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ໃນປີຜ່ານມາ ຈຳນວນຜູ້ບໍລິຈາກເລືອດແບບສະໝັກໃຈ ກວມເອົາ 90% ຂອງການບໍລິຈາກເລືອດທັງໝົດ ສຳລັບປີ 2021 ຄາດໝາຍສູ້ຊົນການປຸກລະດົມ ແລະ ຈັດຫາເລືອດ ຈະໃຫ້ບັນລຸ 4.800 ຖົງ ໃນໂອກາດວັນທີ 14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກຈະໄດ້ໜູນວຽນມາອີກເທື່ອໜຶ່ງ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງມາຍັງບຸກຄົນ ກໍຄືການຈັດຕັ້ງທີ່ໄດ້ປະກອບສ່ວນໃນຂະບວນການບໍລິຈາກເລືອດຢ່າງຕັ້ງໜ້າ ທັງເຮັດການປຸກລະດົມ ເຊີນຊວນ ແລະ ປະກອບສ່ວນດ້ານວັດຖຸປັດໄຈ ເຂົ້າໃນກິດຈະກຳສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດແຕ່ລະປີ.
ສຳລັບກິດຈະກຳສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກປີນີ້ ເນື່ອງຈາກມີການລະບາດຂອງພະ ຍາດໂຄວິດ-19 ສູນເລືອດຂອງອົງການກາແດງລາວແຂວງຫຼວງພະບາງ ຈະຈັດຮັບພິທີບໍລິຈາກເລືອດແບບເປີດກວ້າງ ຢູ່ຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງ ວັນທີ 14 ມິຖຸນາ 2021 ໂດຍປະຕິບັດມາດຕະການຂອງຄະນະສະເພາະກິດວາງອອກ ເປັນຕົ້ນ ການໃສ່ຜ້າອັດປາກ-ດັງ ລ້າງມືດ້ວຍນ້ຳສະອາດ ຫຼື ເຈວລ້າງມື ແລະ ການປະຕິບັດໄລຍະຫ່າງ ເຊິ່ງຈະມີອາສາສະໝັກຊາວໜຸ່ມ ອາສາສະໝັກກູ້ໄພ ຖ້າໃຫ້ຄໍາແນະນໍາ ແລະ ຊ່ວຍເຫຼືອຜູ້ທີ່ຮ່ວມບໍລິຈາກເລືອດພາຍໃນພິທີຕື່ມອີກ.
# ຂ່າວ & ພາບ: ສະບາໄພ