ເນື່ອງໃນໂອກາດວັນຕ້ານການນໍາໃຊ້ແຮງງານເດັກສາກົນ ວັນທີ 12 ມິຖຸນາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ຂ້າພະເຈົ້າ ຕາງໜ້າໃຫ້ພັກ ແລະ ລັດຖະບານ ຂໍຝາກຄວາມສາມັກຄີຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງພວກລູກໆຫຼານໆ ເດັກນ້ອຍລາວບັນດາເຜົ່າທຸກຖ້ວນໜ້າ ໃນທົ່ວປະເທດ.

ເໝືອນດັ່ງໃນແຕ່ລະປີທີ່ຜ່ານມາ ປະເທດຕ່າງໆໃນໂລກ ກໍຄື ສປປ ລາວ ພວກເຮົາ ກໍໄດ້ມີການຈັດກິດຈະກໍາຕ່າງໆຂຶ້ນໃນວັນດັ່ງກ່າວ ດ້ວຍຮູບການ ແລະ ວິທີການທີ່ຟົດຟື້ນສົມຄວນ ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຂະບວນການຕ້ານການນຳໃຊ້ແຮງງານເດັກ ໂດຍສະເພາະແນໃສເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງຕ່າງໆຢ່າງຖືກຕ້ອງຕໍ່ບັນຫາແຮງງານເດັກ. ແຕ່ໃນປີນີ້ ເນື່ອງຈາກຍັງມີການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນຢູ່ ຊຶ່ງຈະເກີດຄວາມສ່ຽງຕໍ່ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືເດັກນ້ອຍລາວບັນດາເຜົ່າໃນປະເທດເຮົາ ຈຶ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້ເໝືອນດັ່ງແຕ່ລະປີທີ່ຜ່ານມາ. ເຖິງຢ່າງໃດກໍຕາມ ເພື່ອໃຫ້ການຈັດຕັ້ງ ພັກ-ລັດ ກໍຄືການຈັດຕັ້ງມະຫາຊົນ ແລະ ຜູ້ປົກຄອງເດັກທຸກຖ້ວນໜ້າໄດ້ຮັບຮູ້ ເຂົ້າໃຈເຖິງຄວາມໝາຍສຳຄັນຂອງວັນດັ່ງກ່າວ, ຂ້າພະເຈົ້າຈຶ່ງຂໍມີຄໍາເຫັນບາງຈຸດສໍາຄັນຄື:

ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ເດັກໃນມື້ນີ້ ແມ່ນຜູ້ໃຫຍ່ໃນມື້ໜ້າ ແລະ ເປັນອະນາຄົດອັນສົດໃສຂອງຊາດ ຖ້າເດັກໄດ້ຮັບການພັດທະນາຢ່າງມີຄຸນນະພາບ ແລະ ຕໍ່ເນື່ອງ ກໍຈະກາຍເປັນຜູ້ໃຫຍ່ທີ່ມີຄວາມຮູ້ ຄວາມສາມາດ ແລະ ປະເທດຊາດຈະມີຊັບພະຍາກອນມະນຸດທີ່ມີຄຸນນະພາບ. ແຕ່ໃນທາງກົງກັນຂ້າມ ເດັກນ້ອຍຢູ່ຫຼາຍປະເທດໃນໂລກ ລວມທັງຢູ່ປະເທດຂອງພວກເຮົາ ສ່ວນຫຼາຍແມ່ນຍັງບໍ່ທັນໄດ້ຮັບການພັດທະນາດີເທົ່າທີ່ຄວນ ໜຶ່ງໃນບັນຫາທີ່ເກີດຂຶ້ນ ແມ່ນຍັງມີການນໍາໃຊ້ເດັກນ້ອຍເຮັດວຽກ ໂດຍອີງຕາມຂໍ້ມູນຂອງອົງການແຮງງານສາກົນ (ILO) ໃຫ້ຮູ້ວ່າເດັກນ້ອຍເຖິງ 215 ລ້ານຄົນໃນທົ່ວໂລກ ໄດ້ເຮັດວຽກທີ່ໜັກໜ່ວງ ແລະ ເປັນອັນຕະລາຍຕໍ່ສຸຂະພາບ ກະທົບຕໍ່ການພັດທະນາທັງທາງດ້ານຮ່າງກາຍ ມັນສະໜອງ ແລະ ຈິດໃຈຂອງເດັກ ໂດຍສະເພາະແມ່ນກະທົບຕໍ່ການຮຽນຮູ້ ຫຼື ການສຶກສາຂອງເດັກໃນໄວຮຽນ ທັງຍັງຂັດກັບກົດໝາຍ ແລະ ລະບຽບການຂອງປະເທດ ແລະ ສາກົນ ອີກດ້ວຍ.
ສຳລັບ ສປປ ລາວ ພັກ ແລະ ລັດຖະບານ ຍາມໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຈິງຈັງໃນການພັດທະນາ ແລະ ປົກປ້ອງເດັກ ເພາະວ່າເດັກເປັນຊັບພະຍາກອນອັນລໍ້າຄ່າຂອງຊາດ ແລະ ເປັນຜູ້ສືບທອດພາລະກິດໃນການສ້າງສາ ແລະ ພັດທະນາປະເທດຊາດຢ່າງແທ້ຈິງ ຊຶ່ງໃນໄລຍະຜ່ານມາ ພວກເຮົາໄດ້ມີນະໂຍບາຍ ຍຸດທະສາດ ກົດໝາຍ ລະບຽບການຕ່າງໆ ໃນການປົກປ້ອງ ແລະ ຄຸ້ມຄອງເດັກນ້ອຍ ແລະ ໄວໜຸ່ມ ເພື່ອລຶບລ້າງການນຳໃຊ້ແຮງງານເດັກ. ເວົ້າສະເພາະ ການພົວພັນຮ່ວມມືຂອງ ສປປ ລາວ ໃນລະດັບພາກພື້ນ ແລະ ສາກົນ ລັດຖະບານລາວເຮົາກໍໄດ້ໃຫ້ການຮ່ວມມື ແລະ ເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆກ່ຽວກັບເດັກຢ່າງເປັນປົກກະຕິ ໂດຍການເຂົ້າເປັນພາຄີຂອງສົນທິສັນຍາສາກົນ ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທິເດັກຂອງອົງການສະຫະປະຊາຊາດ; ໃນປີ 2005 ສປປ ລາວ ເຮົາ ກໍໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາຂອງອົງການແຮງງານສາກົນ ວ່າດ້ວຍອາຍຸຕໍ່າສຸດຂອງການເຮັດວຽກ ແລະ ວ່າດ້ວຍການຫ້າມ ແລະ ດໍາເນີນການລຶບລ້າງການໃຊ້ແຮງງານເດັກໃນຮູບແບບທີ່ຮ້າຍແຮງ ແລະ ອື່ນໆ.
ພາຍຫຼັງທີ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາວັນທີ 12 ມິຖຸນາ ເປັນວັນຕ້ານການນຳໃຊ້ແຮງງານເດັກສາກົນ ໃນປີ 2002 ເປັນຕົ້ນມາ ບັນດາປະເທດໃນທົ່ວໂລກໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ແກ້ໄຂບັນຫາແຮງງານເດັກໃນທຸກຮູບແບບ ຢ່າງຈິງຈັງ.
ພວກເຮົາຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈນໍາກັນ ເຖິງເນື້ອແທ້ຂອງຄໍາວ່າແຮງງານເດັກ ເປັນຫຍັງຈຶ່ງມີການຫ້າມບໍ່ໃຫ້ມີການນຳໃຊ້ແຮງງານເດັກ ເພາະການຫ້າມບໍ່ໃຫ້ມີແຮງງານເດັກຢູ່ໃນໂລກນີ້ ບໍ່ໄດ້ໝາຍຄວາມວ່າຫ້າມບໍ່ໃຫ້ເດັກນ້ອຍເຮັດວຽກ ໂດຍສະເພາະແມ່ນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ທີ່ຢູ່ໃນສະພາບ ແລະ ເງື່ອນໄຂຕົວຈິງຂອງປະເທດ ບໍ່ວ່າທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ລວມໄປເຖິງຮີດຄອງປະເພນີຂອງແຕ່ລະປະເທດ ມັນເປັນໄປບໍ່ໄດ້ເລີຍ ທີ່ຈະໄປຫ້າມເດັດຂາດບໍ່ໃຫ້ເດັກເຮັດວຽກໄດ້. ເພາະສະນັ້ນ ຕ້ອງເຂົ້າໃຈວ່າ ການນໍາໃຊ້ແຮງງານເດັກແມ່ນໝາຍເຖິງການນຳໃຊ້ ຫຼືການໃຫ້ເດັກເຮັດວຽກທີ່ຂັດກັບກົດໝາຍ ແລະ ລະບຽບການຂອງປະເທດ ໂດຍສະເພາະແມ່ນກົດໝາຍວ່າດ້ວຍແຮງງານ ເຊັ່ນ: ໃຫ້ເດັກເຮັດວຽກລ່ວງເວລາ ຫຼືເກີນກວ່າ 8 ຊົ່ວໂມງຕໍ່ວັນ ເຮັດວຽກໃນຂະແໜງການທີ່ເປັນອັນຕະລາຍ ເຊັ່ນ: ຂະແໜງການກໍ່ສ້າງ ບໍ່ແຮ່ ເຮັດວຽກທີ່ພົວພັນສານເຄມີ ສິ່ງມຶນເມົາ ການພະນັນ ແລະ ອື່ນໆ ທີ່ມີຜົນກະທົບຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈຂອງເດັກ. ນອກຈາກນັ້ນ ແຮງງານເດັກແມ່ນການເອົາເດັກທີ່ອາຍຸຕ່ຳກວ່າເກນອາຍຸທີ່ກົດໝາຍກຳນົດ ເຊັ່ນ: ຕໍ່າກວ່າ 14 ປີ ໄປເຮັດວຽກ ໂດຍໃຫ້ປະລະການສຶກສາ ແລະ ອື່ນໆ. ສຳລັບເດັກເຮັດວຽກຊ່ວຍຄອບຄົວເຊັ່ນ: ວຽກໃນຄົວເຮືອນໃນຊີວິດປະຈຳວັນ ຫຼືການໄປເຮັດວຽກຫາເງິນຊ່ວຍຄອບຄົວແບບຊົ່ວຄາວໃນຊ່ວງພັກພາກຮຽນ ທີ່ເປັນການຊ່ວຍທຸລະກິດຄອບຄົວໃນແຕ່ລະວັນ ໂດຍບໍ່ມີຜົນກະທົບຕໍ່ການສຶກສາຕໍ່ພັດທະນາການທາງດ້ານຮ່າງກາຍ ແລະ ຈິດໃຈຂອງເດັກ ຈະບໍ່ຖືວ່າເປັນແຮງງານເດັກ.
ສະນັ້ນ ຖ້າບໍ່ມີການໄຈ້ແຍກ ແລະ ກໍານົດນິຍາມໃຫ້ຊັດເຈນ ກໍຈະສ້າງຄວາມສັບສົນ ສ້າງຄວາມເຂົ້າໃຈທີ່ບໍ່ຖືກຕ້ອງໃຫ້ແກ່ສັງຄົມ ພ້ອມທັງຈະກາຍເປັນອຸປະສັກໃຫ້ແກ່ການກໍານົດນະໂຍບາຍ ການວາງແຜນເພື່ອປ້ອງກັນ ແລະ ສະກັດກັ້ນການນໍາໃຊ້ແຮງງານເດັກ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງທາງດ້ານເສດຖະກິດ ວັດທະນະທໍາ-ສັງຄົມ ແລະ ຮີດຄອງປະເພນີຂອງປະເທດເຮົາ.
ເຫດການທີ່ພົ້ນເດັ່ນໃນປີ 2021 ນີ້ ບັນດາປະເທດສະມາຊິກຂອງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາປີນີ້ເປັນປີສາກົນ ເພື່ອລຶບລ້າງການນໍາໃຊ້ແຮງງານເດັກໃນທຸກຮູບແບບ ຊຶ່ງຈະເປັນໂອກາດອັນສໍາຄັນໃນການຈັດຕັ້ງປະຕິບັດແຜນຕ່າງໆ ເພື່ອບັນລຸເປົ້າໝາຍສະຫັດສະວັດ ຍຸດທະສາດການພັດທະນາແບບຍືນຍົງ ໃນເປົ້າໝາຍທີ 8.7 ໂດຍສະເພາະແມ່ນເປົ້າໝາຍຂອງການສິ້ນສຸດການນໍາໃຊ້ແຮງງານເດັກພາຍໃນປີ 2025 ແລະ ສິ້ນສຸດການນໍາໃຊ້ແຮງງານແບບບັງຄັບ ແລະ ທາລຸນ ໃນປີ 2030.
ເນື່ອງໃນໂອກາດວັນສໍາຄັນດັ່ງກ່າວ ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ເອກະຊົນ ອົງການຈັດຕັ້ງທຸກຂັ້ນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນຮ່ວມມືກັບ ສປປ ລາວ ຈົ່ງນຳເອົາເນື້ອໃນຈິດໃຈດັ່ງກ່າວໄປເຜີຍແຜ່ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງພວກທ່ານ ໂດຍການສ້າງເປັນແຜນການ ຍຸດທະສາດ ລະບຽບການຕ່າງໆ ໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຫຼາຍຂຶ້ນ ພ້ອມດຽວກັນນັ້ນ ກໍຂໍການຮ່ວມມື ແລະ ການສະໜັບສະໜູນທັງທາງດ້ານວິຊາການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຈາກພວກທ່ານ ໃນການເຮັດໃຫ້ບັນຫາແຮງງານເດັກ ໃນທຸກຮູບແບບທີ່ເປັນອັນຕະລາຍຮ້າຍແຮງຕໍ່ເດັກ ນັ້ນໄດ້ຖືກລຶບລ້າງ ແລະ ກ້າວໄປສູ່ລະບົບການຈ້າງງານທີ່ມີຄຸນຄ່າ ແລະ ເປັນທໍາ ເພື່ອເຮັດໃຫ້ເດັກໄດ້ມີໂອກາດໄດ້ເຂົ້າຮັບການສຶກສາຫຼາຍຂຶ້ນ ຫຼືຖ້າຈຳເປັນຕ້ອງໄດ້ເຮັດວຽກ ກໍຕ້ອງແມ່ນວຽກທີ່ມີຄວາມປອດໄພ ມີຄຸນຄ່າ ເປັນທໍາ ແລະ ມີລາຍໄດ້ທີ່ເໝາະສົມ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆຂອງ ສປປ ລາວ. ສໍາລັບຄອບຄົວ ແລະ ຊຸມຊົນທີ່ເດັກອາໄສຢູ່ນັ້ນ ກໍຂໍໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການຫຼຸດຜ່ອນການເຮັດວຽກຂອງເດັກລົງເທື່ອລະກ້າວ ທັງນີ້ກໍເພື່ອໃຫ້ເດັກ ໄດ້ມີເວລາໄດ້ຮັບການສຶກສາຮໍ່າຮຽນ, ໄດ້ຮັບການຝຶກຝົນຫຼໍ່ຫຼອມດ້ານຕ່າງໆ ຕາມໄວຂອງເດັກຢ່າງເໝາະສົມ.
ສຸດທ້າຍນີ້ ຂໍອວຍພອນໃຫ້ການນຳຂອງການຈັດຕັ້ງທຸກຂັ້ນ ທຸກພາກສ່ວນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນທຸກປະການ ເນື່ອງໃນວັນຕ້ານການນຳໃຊ້ແຮງງານເດັກສາກົນ ແລະ ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ທີ 1 ມິຖຸນາ 2021 ທີ່ຫາກໍຜ່ານພົ້ນໄປວ່າງມໍ່ໆນີ້ ຂ້າພະເຈົ້າຂໍອວຍພອນໃຫ້ເດັກນ້ອຍລາວທຸກຖ້ວນໜ້າໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ມີຄວາມສຸກທາງກາຍ ແລະ ໃຈ ເປັນເດັກຄຳຮູ້ຂອງພໍ່ແມ່ ເປັນລູກຫຼານທີ່ດີຂອງປະເທດຊາດອັນແສນຮັກຂອງພວກເຮົາ ເພື່ອກ້າວຂຶ້ນເປັນຜູ້ໃຫຍ່ທີມີຄຸນນະພາບ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີຂອງປະເທດຊາດໃນຕໍ່ໜ້າ.
# ຂ່າວ & ພາບ: ໄຊບັບດິດ