ຂ່າວດີ 6 ມື້ຕິດຕໍ່ກັນແລ້ວ ທີ່ ສປປ ລາວ ບໍ່ພົບກໍລະນີຜູ້ຕິດເຊື້ອໄວຣັສໂຄວິດ-19 ເຊິ່ງຕົວເລກຜູ້ຕິດເຊື້ອຍັງຢູ່ 19 ກໍລະນີຄືເກົ່າ ໃນນັ້ນ ກໍລະນີທີ 12 ແລະ 14 ແມ່ນປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ ສ່ວນຜູ້ຕິດເຊື້ອທີ່ຍັງເຫຼືອ 17 ຄົນ ປັດຈຸບັນ ອາການແມ່ນຄົງຕົວ ຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຜູ້ປະຈຳການຄະນະສະເພາະກິດ ລາຍງານໃນພິທີຖະແຫຼງຂ່າວວັນທີ 18 ເມສາ 2020 ໃຫ້ຮູ້ວ່າ: ໃນວັນທີ 17 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 27 ຄົນ ໃນນີ້ ຢູ່ນະຄອນຫຼວງວຽງຈັນ 23 ຄົນ ຫຼວງພະບາງ 1 ຄົນ ສະຫວັນນະເຂດ 3 ຄົນ ຜົນກວດທັງໝົດ 27 ກໍລະນີ ແມ່ນບໍ່ພົບເຊື້ອ ໝາຍວ່າໃນວັນທີ 17 ເມສານີ້ ບໍ່ມີກໍລະນີໃໝ່ເພີ່ມຂຶ້ນ.
ນັບແຕ່ເດືອນມັງກອນ ຮອດວັນທີ 17 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.318 ຄົນ ກວດພົບເຊື້ອທັງໝົດ 19 ຄົນ ຈຳນວນຜູ້ສຳຜັດໃກ້ຊິດທັງໝົດທີ່ໄດ້ຕິດຕາມແຕ່ວັນທີ 9 ມີນາ-7 ເມສາ 2020 ມີທັງໝົດ 313 ຄົນ ໝົດກຳນົດຕິດຕາມທັງໝົດ 263 ຄົນ ຍັງສືບຕໍ່ຕິດຕາມທັງໝົດ 50 ຄົນ ໃນນີ້ ຢູ່ນະຄອນຫຼວງວຽງຈັນ 24 ຄົນ ໃນນັ້ນ 13 ຄົນ ແມ່ນຕິດຕາມຢູ່ໂຮງໝໍ 103 ຕິດຕາມຢູ່ເຮືອນ 10 ຄົນ ແລະ ອີກ 1 ຄົນ ແມ່ນຕິດຕາມຢູ່ເຮືອນສວນ (ໂດຍສະເລ່ຍ ຍັງອີກ 7 ມື້ ແມ່ນຄົບກຳນົດຕິດຕາມ 14 ວັນ).

ໃນຂະນະທີ່ທົ່ວໂລກ ຕົວເລກຜູ້ຕິດເຊື້ອແມ່ນເພີ່ມຂຶ້ນໃນທຸກໆມື້ ເຊິ່ງມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 18 ເມສາ 2020 ທົ່ວໂລກມີການລາຍງານການລະບາດທັງໝົດ 210 ປະເທດ/ເຂດ ມີຜູ້ຕິດເຊື້ອທັງໝົດ 2.247.659 ຄົນ ເສຍຊິວິດ 154.086 ຄົນ ປີ່ນປົວຫາຍດີ 546.743 ຄົນ ມີບາງປະເທດ ຈຳນວນຄົນຕິດເຊື້ອມື້ດຽວ ມີເຖິງ 31.253 ຄົນ ແລະ ເສຍຊີວິດຫຼາຍກວ່າ 2.478 ຄົນຕໍ່ມື້.

ພ້ອມດຽວກັນນັ້ນ ທ່ານ ພູທອນ ເມືອງປາກ ຍັງຂໍແກ້ຂ່າວໃນການຖະແຫຼງກ່ຽວກັບການຊ່ວຍເຫຼືອຈາກຕ່າງປະເທດ ສະເພາະປະເທດອາເມຣິກາ ໄດ້ຊ່ວຍເຫຼືອ 2 ຄັ້ງ ຄັ້ງທີ 1 ແມ່ນຊ່ວຍເຫຼືອອຸປະກອນການແພດ ມູນຄ່າ 9.980 ໂດລາ ຄັ້ງທີສອງແມ່ນຊ່ວຍງົບປະມານ ມູນຄ່າ 1,9 ລ້ານໂດລາ ໃຫ້ອົງການອະນາໄມໂລກ ອຸຍນີເຊັບ ແລະ ອົງການຊ່ວຍເຫຼືອເດັກສາກົນປະຈຳ ສປປ ລາວ ເຊິ່ງບໍ່ແມ່ນຈຳນວນເງິນ 100 ລ້ານໂດລາ ຕາມທີ່ເປັນຂ່າວລື.