
ອີງຕາມບົດລາຍງານປະຈໍາວັນທີ 16 ເມສາ 2020 ກ່ຽວກັບການສະກັດກັ້ນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຂອງເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍແມ່ນຈຸປະຈໍາການຂອງທ່ານ ພອນສິນ ສາວະດີ ຫົວໜ້າຫ້ອງວ່າການເມືອງສີສັດຕະນາກ ພ້ອມຄະນະ. ການຈັດຕັ້ງປະຕິບັດຕົວຈິງ ໄດ້ລົງສົມທົບກັບອໍານາດການປົກຄອງບ້ານ ໄປເບິ່ງສະຖານທີ່ບ່ອນພັກເຊົາແຍກປ່ຽວ 14 ວັນ ຢູ່ 3 ບ້ານຄື: ໂສກປ່າຫຼວງ ທົ່ງກາງ ແລະ ບ້ານດອນນົກຂຸ້ມ.

ຫ້ອງການອຸດສາຫະກໍາ-ການຄ້າ ລົງຕິດຕາມກວດກາລາຄາສິນຄ້າຢູ່ 3 ຕະຫຼາດພາຍໃນເມືອງ ເຫັນວ່າລາຄາສິນຄ້າແມ່ນປົກກະຕິ ກ່ອນເຂົ້າ-ອອກຕະຫຼາດ ໄດ້ລ້າງມື ວັດແທກອຸນຫະພູມທຸກຄົນ ພ້ອມນັ້ນ ໄດ້ລົງແຈກຢາຍນໍ້າດື່ມຕາມຈຸດກວດກາຂອງເຈົ້າໜ້າທີ່ຈະລາຈອນ 2 ຈຸດ ແລະ ກອງບັນຊາການທະຫານເມືອງ.
ນອກນີ້ ຄະນະສະເພາະກິດໄດ້ລົງມອບເຂົ້າສານ ໄຂ່ໄກ່ ນໍ້າດື່ມ ໃຫ້ຄອບຄົວທີ່ມີຜູ້ຕິດເຊື້ອ ແລະ ຄອບຄົວທີ່ຢູ່ໃກ້ກັບຄອບຄົວທີ່ມີຜູ້ຕິດເຊື້ອ ຢູ່ໜ່ວຍ 2 ບ້ານດອນກອຍ ນອກນັ້ນ ບ້ານທົ່ງພານທອງຍັງມາຊຸກຍູ້ໄຂ່ໄກ່ 10 ແຕະ ແລະ ນໍ້າຫວານອີກ 10 ຕຸກ.
ສໍາລັບແຮງງານທີ່ກັກບໍລິເວນໃນທົ່ວເມືອງສີສັດຕະນາກມີທັງໝົດ 52 ຄົນ ຍິງ 35 ຄົນ ໃນນີ້ແມ່ນໄດ້ກັກຕົນເອງຢູ່ເຮືອນ ໂດຍມີຄະນະສະເພາະກິດຕິດຕາມຢ່າງໃກ້ຊິດ ມາຮອດວັນທີ 15 ເມສາ 2020 ໄດ້ມອບໃບຢັ້ງຢືນໃຫ້ຜູ້ຄົບກໍານົດແຍກປ່ຽວ 14 ວັນ 6 ຄົນ ຍິງ 3 ຄົນ ໂດຍການມອບຂອງທ່ານ ສຸດທະນູ ຫຼວງພົນ ປະທານກວດກາພັກ-ລັດ ເມືອງສີສັດຕະນາກ ໂດຍມີທີມງານແພດໝໍເຂົ້າຮ່ວມຢ່າງພ້ອມພຽງ.
ຂ່າວ-ພາບ ໂດຍ: ຂັນທະວີ