ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ເຊິ່ງຖືກມອບໝາຍເປັນຜູ້ຕາງໜ້າພິເສດຂອງພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ ຊຶ່ງໄດ້ຈັດຂຶ້ນໃນວັນທີ 24 ເມສາ 2021 ທີ່ສໍານັກງານກອງເລຂາອາຊຽນ ນະຄອນຫຼວງຈາກາກຕາ ສາທາລະນະລັດອິນໂດເນເຊຍ ພາຍໃຕ້ການເປັນປະທານຂອງສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນຖານະ ປະທານໝູນວຽນອາຊຽນ ປີ 2021 ພາຍໃຕ້ຄໍາຂວັນ: “ພວກເຮົາຫ່ວງໄຍ ພວກເຮົາກຽມພ້ອມ ພວກເຮົາພ້ອມກັນຈະເລີນ” ກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດທີ່ບັນດາຜູ້ນໍາອາຊຽນໄດ້ມີໂອກາດພົບປະກັນແບບເຊິ່ງໜ້າ ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ນັບຕັ້ງແຕ່ທ້າຍປີ2019 ເປັນຕົ້ນມາ.

ໃນກອງປະຊຸມ ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງອາຊຽນ ໃນການສືບຕໍ່ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂຜົນກະທົບດ້ານທາງດ້ານສຸຂະພາບ ແລະ ການພັດທະນາເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດການສ້າງປະຊາຄົມອາຊຽນ 2025 ການສ້າງຕັ້ງສູນສາທາລະນະສຸກເສີນ ແລະ ພະຍາດລະບາດອາຊຽນຮ່ວມມືກັບຍີ່ປຸ່ນ ການຈັດຊື້ຢາວັກຊິນ ໂດຍນໍາໃຊ້ກອງທຶນຕອບໂຕ້ພະຍາດໂຄວິດ-19 ອາຊຽນ ການຈັດຕັ້ງປະຕິບັດແຜນງານ ໂຄງການພາຍໃຕ້ແຜນຟື້ນຟູຮອບດ້ານອາຊຽນ ການຮ່າງ ຂອບຂໍ້ຕົກລົງວ່າດ້ວຍການສ້າງແລວການເດີນທາງພິເສດອາຊຽນ ແລະ ອື່ນໆ.

ນອກຈາກນີ້ ຜູ້ນໍາອາຊຽນຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາ ເຊິ່ງສະແດງອອກໃນບົດບາດຄວາມເປັນແກນກາງ ແລະ ບົດບາດຄວາມເປັນຜູ້ນໍາພາ ກໍຄືຫຼັກການຄວາມເປັນເອກະສັນຂອງອາຊຽນ ອັນໄດ້ເຮັດໃຫ້ບັນດາປະເທດນອກພາກພື້ນ ສະແດງຄວາມສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບເພີ່ມຂຶ້ນ ພິເສດແມ່ນການສະເໜີຂໍເຂົ້າເປັນຄູ່ເຈລະຈາອາຊຽນຂອງອັງກິດ ເຊິ່ງທັງໝົດນີ້ເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຄຽງຄູ່ກັນນີ້ ຜູ້ນໍາອາຊຽນຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການຮັບປະກັນການເຂົ້າເຖິງ ແລະ ການສະໜອງຢາວັກຊິນຕ້ານໂຄວິດ ຜ່ານໂຄງການຮ່ວມມືຢາວັກຊີນ ຫຼາຍຝ່າຍ ຫຼື ໂຄແວັກ (CO VAX). ບັນດາຜູ້ນໍາອາຊຽນ ຍັງໄດ້ແລກປ່ຽນທັດສະນະຕໍ່ບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ລວມທັງສະພາບການຢູ່ມຽນມາ.
ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ມີຄໍາເຫັນຕໍ່ທີ່ປະຊຸມ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງອາຊຽນໃນໄລຍະຜ່ານມາ ພ້ອມທັງຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງຂອງອາຊຽນ ສືບຕໍ່ເລັ່ງລັດການຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນໃຫ້ເປັນຮູບປະທໍາ ການສ້າງຊ່ອງທາງເດີນພິເສດອາຊຽນ ການຫັນເປັນເສດຖະກິດດີຈິຕອນ ໂດຍສະເພາະສະໜັບສະໜູນຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອໃຫ້ສາມາດດໍາເນີນທຸລະກິດທາງເອເລັກໂຕຣນິກ ການເຊື່ອມຈອດອາຊຽນ ການຮັດແຄບຄວາມແຕກໂຕນພາຍໃນອາຊຽນ ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາແບບຍືນຍົງ..
# ຂ່າວ & ພາບ: ໄຊບັນດິດ