ຮ່ວມກັນສ້າງຮູບເງົາເພື່ອປຸກລະດົມຢຸດການທົດລອງນຳສັດເພື່ອເຮັດເຄື່ອງສຳອາງ

    ວັນທີ 7 ເມສາ 2021 ຜູ້ສ້າງຮູບເງົາ ແລະ ດາລາ-ນັກສະແດງຫຼາຍຄົນຂອງຮໍລີວູດ ຮ່ວມກັບHumane Society International ໄດ້ຜະລິດຮູບເງົາກາຕູນເຄື່ອນໄຫວສັ້ນທີ່ມີປະສິດຕິຜົນ “Save Ralph” ເພື່ອຢຸດການນຳສັດມາທົດລອງເພື່ອເຮັດເຄື່ອງສຳອາງທົ່ວໂລກ ເຖິງວ່າ 40 ປະເທດໄດ້ມີກົດ  ໝາຍຫ້າມ ແຕ່ການທົດລອງກໍຍັງຖືກກົດໝາຍໃນຫຼາຍປະເທດ ແລະ ມີການກັບມາທົດລອງຄືນໃນບາງສ່ວນຂອງໂລກ ສັດຫຼາຍພັນໂຕຕ້ອງຖືກທໍລະມານ ແລະ ຕາຍໂດຍບໍ່ຈຳເປັນ ໂດຍເລື່ອງບໍ່ໄດ້ກ່າວເຖິງ.

    Taika waititi, Ricky Gervais, Zac Efron, Olivia Munn, Pom Klementieff, Tricia Helfer ແລະ ຄົນອື່ນໆ ໄດ້ຮ່ວມກັນຊ່ວຍ HSI ປ່ຽນແປງໂດຍໃຫ້ສຽງເພື່ອເລື່ອງ Save Ralph ໂດຍມີເປົ້າໝາຍສ່ອງແສງເຖິງການອົດທົນຂອງສັດທີ່ກຳລັງທໍລະມານ ແລະ ເຂົ້າເຖິງຜູ້ຊົມໃຊ້ ແລະ ຜູ້ໃຫ້ນະ ໂຍບາຍໃນພາລະກິດ HSI ໃນການຢຸດການກະທຳ ນັກຂຽນ ແລະ ຜູ້ກໍາກັບຮູບເງົາ Spencer Susser (Hesher, the Greatest Showman) ແລະ ຜູ້ສ້າງຮູບເງົາ Jeff Vespa (Voices of Parkland) ໄດ້ຮ່ວມມືກັນນຳ Arch Model Studio of puppet maker supreme Andy Gent ໃນການສ້າງແລະ ນຳ Ralph ໃຫ້ມີຊີວິດ ໜັງໄດ້ອອກມາໃນພາສາປອກຕຸຍການ ຝຣັ່ງ ແລະ ຫວຽດນາມ ນຳ Rodrigo Santoro, Denis Villeneu ແລະ ຄົນອື່ນໆໃນການໃຫ້ສຽງໂຕລະຄອນໃນເລື່ອງໃນພາສານັ້ນໆ ແລະ Maggie Q ໄດ້ຕອບສະໜອງການສະໜັບສະໜູນໂດຍວິດີໂອຂໍ້ຄວາມ.

    ທ່ານ Jeffrey Flocken ປະທານ Humane Society lnternational ກ່າວວ່າ: Save Ralph ແມ່ນການປຸກໃຫ້ຮູ້ວ່າສັດຍັງຖືກທໍລະມານ ເພື່ອເຄື່ອງສຳອາງ ແລະ ຕອນນີ້ໄດ້ເວລາທີ່ພວກເຮົາຄວນມາຮ່ວມມືກັນເພື່ອຫ້າມບໍ່ໃຫ້ມີການທົດລອງທົ່ວໂລກ ປັດຈຸບັນພວກເຮົາມີຫຼາຍວິທີການເພື່ອຮັບປະກັນຄວາມປອດໄພຂອງສິນຄ້າທີ່ບໍ່ຕ້ອງທົດລອງນຳສັດ ຈຶ່ງບໍ່ມີຂໍ້ອ້າງນໍາໃຊ້ສັດ ຄື Ralph ຕ້ອງມາທໍລະມານກັບການທົດລອງເຄື່ອງສຳອາງ ຫຼື ສ່ວນປະສົມຂອງເຄື່ອງສຳອາງ ຮູບເງົາປະລະດົມຂອງ HSI ຈຸດເດັ່ນຂອງຕົວລະຄອນກະຕ່າຍ ຣາບ ໃຫ້ສຽງໂດຍ Taika Waititi ກຳລັງຖືກສຳພາດຄືລາວເຮັດກິດຈະກຳປະຈຳວັນຂອງລາວ ຄື “ໂຕທົດລອງ” ໃນສູນທົດລອງເຄມີ ການປຸກລະດົມຂອງ HSI’s “SaveRalph” ຈັດ ການກັບບັນຫາທີ່ລົບກວນຂອງການທົດລອງນຳສັດໃນຕົວຈິງ ແລະ ແບບທີ່ບໍ່ຕັ້ງໃຈ ນຳໃຊ້ເລື່ອງຂອງກະ ຕ່າຍໂຕໜຶ່ງ ເພື່ອສ່ອງແສງໃຫ້ເຫັນຄວາມລຳບາກຂອງກະຕ່າຍ ແລະ ສັດອື່ນໆທີ່ທໍລະມານໃນສູນທົດລອງຢູ່ທົ່ວໂລກ ໃຫ້ຜູ້ຊົມມີສ່ວນຮ່ວມໃນການຫ້າມບໍ່ໃຫ້ເຄື່ອງສຳອາງທົດລອງນຳສັດຕະຫຼອດໄປ.     ທ່ານ Spencer Susser ຜູ້ກຳກັບຮູບເງົາ ກ່າວວ່າ: ການທົດລອງນຳສັດໃນຫ້ອງທົດລອງຂອງເຄື່ອງສຳອາງ ບໍ່ມີທາງເລືອກ ແລະ ແມ່ນຄວາມຮັບຜິດຊອບຂອງເຮົາທີ່ຈະຕ້ອງເຮັດອັນໃດອັນໜຶ່ງ ເມື່ອມີໂອກາດຂຶ້ນມາທີ່ຈະເຮັດການປຸກລະດົມໃໝ່ ໃຫ້ Humane Society International ຕົນຮູ້ສຶກວ່າເພື່ອຢຸດເຄື່ອນໄຫວການສົ່ງຂໍ້ຄວາມແມ່ນດີທີ່ສຸດ ເວລາເຫັນຄວາມເປັນຕາຢ້ານຕົວຈິງໃນການທີ່ສັດຖືກທົດລອງພວກເຮົາຈະບໍ່ສາມາດເບິ່ງຂ້າມມັນໄປໄດ້ ຮູບເງົາເລື່ອງນີ້ແມ່ນເພື່ອສ້າງອັນໃດອັນໜຶ່ງທີ່ສົ່ງຄວາມໝາຍໂດຍທີ່ບໍ່ຮຸນແຮງເກີນໄປ ເຊິ່ງຫວັງວ່າຜູ້ຊົມຈະຫຼົງຮັກ Ralph ແລະ ຕ້ອງການທີ່ຈະສູ້ເພື່ອລາວ ແລະ ສັດອື່ນໆ ພວກເຮົາສາມາດຫ້າມບໍ່ໃຫ້ມີການທົດລອງນຳສັດຕະຫຼອດໄປ.

error: Content is protected !!