ວັນທີ 7 ເມສາ 2021 ຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງນາຊາຍທອງ ຈັດຕັ້ງພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 66 ປີ (14/4/1955-14/4/2021) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 60 ປີ (5/4/1961-5/2021) ຂຶ້ນທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຊູ ພະວິເສດ ຮອງເລຂາຄະນະພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ເມືອງນາຊາຍທອງ ມີຄະນະບໍລິຫານງານຊາວໜຸ່ມ-ສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ.



ໃນໂອກາດນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 66 ປີ ຈາກທ່ານ ພັນປະສົງ ໄຊຍະວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ເຊິ່ງທ່ານໄດ້ເລົ່າເຫດການຕົວຈິງ ແລະ ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມປະຊາຊົນລາວ 66 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມປະຊາຊົນປະຕິວັດລາວ ທາດແທ້ ແລະ ມູນເຊື້ອຂອງຊາວໜຸ່ມປະຊາຊົນປະຕິວັດລາວ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 60 ປີ ຈາກທ່ານ ພັນໂທ ບຸນຊຸມ ເກິ່ງແກ້ວບຸນນອງ ອະດີດຄະນະປະຈໍາພັກເມືອງ ອະດີດຫົວໜ້າກອງບັນຊາການ ປສກ ເມືອງນາຊາຍທອງ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໄລຍະ 60 ປີແຫ່ງຫານເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ທາດແທ້ ແລະ ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ທັງນີ້ ກໍເພື່ອເຮັດໃຫ້ຄະນະຊາວໜຸ່ມເມືອງ ຕະຫຼອດຮອດສະມາຊິກຊາວໜຸ່ມທີ່ໄດ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ຖອດຖອນເອົາບົດຮຽນອັນລໍ້າຄ່ານີ້ ນໍາໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອປັບປຸງຊິວິດການເປັນຢູ່ ຄອບຄົວຂອງຕົນ ບ້ານ ເມືອງ ແລະ ປະເທດຊາດ ໃຫ້ດີຂຶ້ນເທື່ອລະກ້າວ.

# ຂ່າວ & ພາບ: ວຽງມາ