ເພື່ອເປັນການປະກອບສ່ວນສ້າງຂະບວນການຕ້ອນຮັບວັນແມ່ຍິງສາກົນ 8 ມີນາ ຄົບຮອບ 111 ປີ ແລະ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ເປັນການສ້າງຄວາມສາມັກຄີຮັກແພງລະຫວ່າງພະນັກງານຄູ-ອາຈານ ແລະ ສິດເກົ່າຂອງໂຮງຮຽນມັດທະຍົມສຶກສາສົມບູນນາຝາຍ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ໃຫ້ມີບັນຍາກາດຄຶກຄື້ນ ມ່ວນຊື່ນ ວັນທີ 27 ກຸມພາ 2021 ຜ່ານມາ ໂຮງຮຽນ ມສ ນາຝາຍ ເມືອງ ໄດ້ຈັດງານພົບປະສິດເກົ່າ ໂດຍມີທ່ານ ຄຳຟອງ ຈັນທະສອນ ເລຂາຄະນະພັກຮາກຖານກຸ່ມນາຝາຍ ທ່ານ ສີນວນ ແພງມະຈັນ ຜູ້ອຳນວຍໂຮງຮຽນ ມສ ນາຝາຍ ທ່ານສຸນິດ ພູຄຳໃບ ອະດີດຜູ້ອຳນວຍການຜູ້ທຳອິດຂອງໂຮງຮຽນ ມສ ນາຝາຍ ພ້ອມດ້ວຍພະນັກງານຄູ-ອາຈານ ອຳນາດການປົກຄອງ 11 ບ້ານອ້ອມຂ້າງໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ແຕ່ງ ພຽນສິນ ຫົວໜ້າຄະນະສິດເກົ່າ ໂຮງຮຽນ ມສ ນາຝາຍ ໄດ້ແຈ້ງໃຫ້ຊາບວ່າ: ກິດຈະກຳຄັ້ງນີ້ ນອກຈາກ ເປັນການປະກອບສ່ວນສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ຂອງພັກ ຍັງເປັນການເຕົ້າໂຮມຄວາມສາມັກຄີ ຮັກແພງລະຫວ່າງຄູອາຈານ-ນັກຮຽນ ແລະ ສິດເກົ່າທີ່ເຄີຍສຶກສາຮໍ່າຮຽນຢູ່ໂຮງຮຽນແຫ່ງນີ້ ອີກທັງເປັນການລະດົມທືນໃນ ການທະນຸບຳລຸງໂຮງຮຽນ ຈຶ່ງຈັດກິດຈະກຳນີ້ຂຶ້ນມາ ໂດຍເຊື້ອເຊີນພະນັກງານຄູ-ອາຈານບຳນານ ອຳນາດການປົກຄອງ ສະມາຄົມພໍ່ແມ່ນັກຮຽນ ພິເສດ ກໍແມ່ນບັນດາສິດເກົ່າຫຼາຍຮຸ່ນ ເຂົ້າຮ່ວມກິດຈະກຳແຂ່ງຂັນກີລາມິດຕະພາບບານເຕະ ລະຫວ່າງສິດເກົ່າ ກັບຄູອາຈານ ລະດົມທືນເພື່ອເຮັດປະຕູໃຫຍ່ໜ້າໂຮງຮຽນ ມູນຄ່າ 15 ລ້ານກີບ ພ້ອມມອບກະດານ ແລະ ກິດຈະກຳສັງສັນອີກຈຳນວນໜຶ່ງ ພິເສດ ແມ່ນໄດ້ປະຊາມະຕິເປັນເອກະພາບໃນການປຶກສາຫາລືຮ່ວມກັບອຳນາດການປົກ ຄອງ ຄູ-ອາຈານ ແລະ ສິດເກົ່າ ໃນການຕົກລົງເຫັນດີເອົາວັນທີ 27 ເດືອນກຸມພາຂອງທຸກໆປີ ເປັນວັນພົບປະສິດເກົ່າຂອງໂຮງ ຮຽນ ມສ ນາຝາຍ ໂດຍບໍ່ໄດ້ຈຳແນກນັກຮຽນຮຸ່ນໃດ ສົກຮຽນໃດ ພຽງແຕ່ເປັນນັກຮຽນທີ່ເຄີຍຮຽນຢູ່ໂຮງຮຽນແຫ່ງນີ້ ພໍເຖິງວັນເວລາທີ່ນັດໝາຍ ກໍສາມາດແຈ້ງເຈດຈຳນົງເຂົ້າຮ່ວມໄດ້.


# ຂ່າວ & ພາບ : ບຸນມີ