ນະຄອນຫຼວງມີນັກຮຽນເກ່ງເຂົ້າຮ່ວມສອບເສັງຄັດເລືອກທັງໝົດ 558 ຄົນ

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດການສອບເສັງນັກຮຽນເກ່ງ ປະຈຳສົກຮຽນ 2020-2021 ຂຶ້ນວັນທີ 2 ມີນາ 2021 ທີ່ໂຮງຮຽນມັດທະຍົມສຶກສາຕອນປາຍມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນ ຫຼວງໂຮຈີມິງ ເປັນປະທານຂອງທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ (ສສກ ນວ) ມີທ່ານຮອງຫົວໜ້າພະແນກ ສສກ ນວ ພ້ອມດ້ວຍຄະນະຜູ້ບໍລິຫານການສຶກສາຈາກ 9 ເມືອງ ທ່ານຜູ້ອໍານວຍການ ພະນັກງານຄູ-ອາຈານ ແລະ ນັກສອບເສັງເຂົ້າຮ່ວມ.

    ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນ ພະແນກ ສສກ ນວ ໄດ້ລາຍງານການກະກຽມສອບເສັງນັກຮຽນເກ່ງລະດັບນະຄອນຫຼວງວຽງຈັນ ສົກຮຽນ 2020-2021 ໃຫ້ຊາບວ່າ: ສົກຮຽນນີ້ ນວ ມີຈໍານວນໂຮງຮຽນປະຖົມທັງໝົດ 544 ແຫ່ງ ໃນນັ້ນມີ ປ5 ຈຳນວນ 494 ແຫ່ງ ແລະ ນັກຮຽນຂັ້ນ ປ5 ມີ 15.049 ຄົນ ຍິງ 7.373 ຄົນ ໂຮງຮຽນມັດທະຍົມສຶກສາທັງໝົດ 188 ແຫ່ງ ຈໍານວນ ມ4 ມີ 161 ແຫ່ງ (ມັດທະຍົມຕອນຕົ້ນ+ມັດທະຍົມສົມບູນ) ແລະ ມີນັກຮຽນ ມ4 ມີ 11.926 ຄົນ ຍິງ 5.869 ຄົນ ຈໍານວນໂຮງຮຽນ ມ7 ມີທັງໝົດ 100 ແຫ່ງ (ມັດທະຍົມຕອນປາຍ+ມັດທະຍົມສົມບູນ) ແລະ ນັກຮຽນ ມ7 ມີ 10.363 ຄົນ ຍິງ 5.491 ຄົນ

    ສຳລັບການແຂ່ງຂັນ ແບ່ງເປັນ 3 ຂັ້ນ ຂັ້ນໂຮງຮຽນໄດ້ເລີ່ມແຂ່ງຂັນແຕ່ເດືອນຕຸລາ 2020 ເປັນຕົ້ນມ າເພື່ອຄັດເລືອກເອົານັກຮຽນເປັນຕົວແທນຂອງແຕ່ລະໂຮງຮຽນ ເຂົ້າຮ່ວມການແຂ່ງຂັນລະດັບເມືອງ ສຳລັບຂັ້ນ ມ4 ແລະ ມ7 ການຈັດຕັ້ງສອບເສັງໃນລະດັບເມືອງ ແມ່ນໄດ້ຈັດເປັນເອກະພາບກັນທົ່ວ ນວ ສໍາເລັດໃນວັນທີ 11 ກຸມພາ 2021 ຜ່ານມາ

    ສະເພາະການແຂ່ງຂັນລະດັບ ນວ ຄັ້ງນີ້ ມີນັກຮຽນສອບເສັງທັງໝົດ 558 ຄົນ ຍິງ 383 ຄົນ ຈັດເປັນ 26 ຫ້ອງ ຂັ້ນປ5 ມີ 122 ຄົນ ຍິງ 90 ຄົນ ຈັດເປັນ 6 ຫ້ອງ ຂັ້ນ ມ4 ມີ 220 ຄົນ ຍິງ 160 ຄົນ ຈັດເປັນ 10 ຫ້ອງ ຂັ້ນມ7 ມີ 215 ຄົນ ຍິງ 132 ຄົນ ຈັດເປັນ 10 ຫ້ອງສອບເສັງ ພາຍຫຼັງສໍາເລັດການສອບເສັງຄັ້ງນີ້ ຈະໄດ້ຄັດເລືອກເອົານັກຮຽນເກັ່ງ ອັນດັບທີ 1 ອັນດັບທີ 2 ອັນດັບທີ 3 ແລະ ຊົມເຊີຍ ຂອງຊັ້ນ ປ5 ມ4 ແລະ ມ7 ເພື່ອນໍາສົ່ງລາຍຊື່ໃຫ້ແກ່ກົມສາມັນ ກະຊວງສຶກສາທິການ ແລະ ກີລາ ຕາມແຈ້ງການທີ່ເພີ່ນກໍານົດໄວ້ ມອບໃຫ້ພະແນກສຶກສາແຂວງ ນວ ຈັດຕັ້ງການສອບເສັງແຂ່ງຂັນນັກຮຽນເກ່ງພາຍໃນແຂວງຕົນເອງ ພ້ອມທັງຈັດພິທີສະຫຼຸບຕາມຄວາມເໝາະສົມ.

# ຂ່າວ & ພາບ : ບຸນມີ

error: Content is protected !!