ພິທີລົງນາມຮ່ວມມືລະຫວ່າງສະຖານທູດຍີ່ປຸ່ນປະຈຳລາວ ແລະ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ພາຍໃຕ້ໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ດ່ານສາກົນຢູ່ປະເທດລາວ ໃນການຍົກລະດັບດ້ານເຕັກໂນໂລຊີ” ຈັດຂຶ້ນວັນທີ 24 ກຸມພາ 2021 ທີ່ອົງການສະຫະປະຊາຊາດ ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ທາເກວະກະ ເຄໂຊ ເອກອັກຄະລາຊະທູດຍີ່ປູ່ນ ປະຈຳລາວ ແລະ ທ່ານນາງ ຊາຣີນ ທູລາດາລ ຫົວໜ້າອົງການຈັດຕັ້ງສາກົນ IOM ປະຈຳລາວ ມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ອົງການ IOM ປະຈຳລາວ ໃນການເສີມສ້າງຂີດຄວາມສາມາດໃຫ້ແກ່ປະເທດລາວ ໃນການຄຸມຄອງດ່ານສາກົນຢູ່ປະເທດລາວ ເຊິ່ງລັດຖະບານຍີ່ປຸ່ນໄດ້ປະກອບສ່ວນໃນການຊ່ວຍເຫຼືອມູນຄ່າ 220 ລ້ານເຢັນ ຫຼື 2 ລ້ານໂດລາສະຫະລັດ ເພື່ອສົ່ງເສີມວຽກງານການເຄື່ອນຍ້າຍຖິ່ນຖານທີ່ປອດໄພ ແລະ ຖືກຕ້ອງຕາມກົດໝາຍໃນປະເທດລາວ ໂດຍການໃຫ້ທຶນຊ່ວຍເຫຼືອແກ່ແຜນງານກ່ຽວກັບການກວດຄົນເຂົ້າ-ອອກເມືອງ ແລະ ການຄຸ້ມຄອງດ່ານໃນປະເທດລາວ ຂອງອົງການ IOM ເຊິ່ງອົງການດັ່ງກ່າວໄດ້ປຶກສາຫາລື ແລະ ເຮັດວຽກຮ່ວມກັບກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບຢ່າງໃກ້ຊິດ ໂຄງການດັ່ງກ່າວ ມີໄລຍະໃນການຈັດຕັ້ງປະຕິບັດເປັນເວລາ 2 ປີ ເຊິ່ງຈະເນັ້ນໃສ່ການຮັບປະກັນການເຄື່ອນຍ້າຍເຂົ້າ-ອອກຜ່ານດ່ານຊາຍແດນໃຫ້ມີຄວາມປອດໄພ ແລະ ຖືກຕ້ອງຕາມລະບຽບກົດໝາຍ ເປັນຕົ້ນ ການບໍລິຫານດ່ານ ການຄຸ້ມຄອງຜູ້ເດີນທາງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍການນຳໃຊ້ວິທີການປະສົມປະສານ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ