ເມືອງໄຊພູທອງ ເປີດງານບຸນນະມັດສະການຜາສາດເຮືອນຫີນປະຈໍາປີ 2021

    ເພື່ອເປັນການສືືບສານຮີດຄອງປະເພນີອັນດີງາມທີ່ປະຕິບັດມາແຕ່ບູຮານນະການ ນັ້ນກໍຄືງານບຸນນະມັດສະການຜາສາດເຮືອນຫີນ ປະຈໍາປີ 2021 ພິທີເປີດງານບຸນນະມັດສະການຜາສາດເຮືອນຫີນ ເມືອງໄຊພູທອງ ປະຈໍາປີ 2021 ໄດ້ຈັດຂື້ນຢ່າງເປັນທາງການໃນຕອນແລງຂອງວັນທີ 24 ກຸມພາ 2021 ຢູ່ທີ່ເດີ່ນວັດບ້ານເຮືອນຫີນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຫ່ວນ ຮັງບົວສອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ພັກ ພະນັກງານ ມີບັນດາທ່ານຄະນະປະຈໍາພັກເມືອງ-ກໍາມະການພັກເມືອງ ຫົວໜ້າຫ້ອງການ – ຄະນະຫ້ອງການ ອອ້ມຂ້າງເມືອງ ບັນດາເລຂາໜ່ວຍພັກ-ນາຍບ້ານ  ອົງການຈັດຕັ້ງມະຫາຊົນ  ຕະຫຼອດເຖິງປະຊາຊົນຜູ້ມາທ່ຽວງານບຸນເຂົ້າຮ່ວມ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!