ຊາວກະສິກອນເມືອງໄຊທານີ ປັກດຳເຂົ້ານາແຊງຄືບໜ້າ 65%

    ມາຮອດປັດຈຸບັນ ປະຊາຊົນທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດ ໄດ້ຂຸ້ນຂ້ຽວປັກດຳເຂົ້ານາແຊງເພື່ອໃຫ້ສຳເລັດຕາມລະດູການ ໂດຍສະເພາະແມ່ນຊາວກະສິກອນທົ່ວເມືອງໄຊທານີ ແມ່ນໄດ້ປັກດຳເຂົ້ານາແຊງສຳເລັດແລ້ວ 65% ຂອງແຜນການ 4 ພັນກວ່າເຮັກຕາ ຄາດວ່າຈະໃຫ້ສຳເລັດ 100% ໃນກາງເດືອນກຸມພາທີ່ຈະມາເຖິງນີ້.

    ທ່ານ ທອງສຸກ ບົວລິຂັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໃນປີ 2021 ທົ່ວເມືອງໄຊທານີມີເນື້ອທີ່ເຂົ້ານາແຊງທັງໝົດ 4.490 ເຮັກຕາ ແນວພັນທີ່ນຳມາເຮັດການຜະລິດແມ່ນ 359 ໂຕນ ສະເລ່ຍສະມັດຕະພາບຈະໃຫ້ໄດ້ 4,65 ໂຕນຕໍ່ເຮັກຕາ ຜົນຜະລິດໄດ້ 2 ໜື່ນກວ່າໂຕນ ທົ່ວເມືອງມີຈັກສູບນໍ້າ 25 ສະຖານີ ມີອ່າງເກັບນໍ້າ 4 ແຫ່ງ ມີຈັກສູບນໍ້າທັງໝົດ 67 ເຄື່ອງ ໃນນັ້ນ ສາມາດນຳໃຊ້ໄດ້ 50 ເຄື່ອງ ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄດ້ສະໜອງນໍ້າໃຫ້ແກ່ຊາວກະສິກອນເພື່ອເຮັດການຜະລິດປູກເຂົ້ານາແຊງໄດ້ແລ້ວ 24 ແຫ່ງ ໃນນີ້ ມີ 21 ສະຖານີ ມີອ່າງເກັບນໍ້າ 3 ແຫ່ງ ແລະ ຍັງບໍ່ທັນໄດ້ເປີດໃຊ້ 1 ສະຖານີ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!