ຊຳຊຸງເປີດໃຫ້ຈອງ Galaxy S21 Series 5G

    ຊໍາຊຸງ ເປີດໃຫ້ຈອງ Galaxy S21 Series 5G ໃນ ສປປ ລາວ ເປັນທາງການ ຜ່ານຕົວແທນຈໍາໜ່າຍຊຳຊຸງທົ່ວປະເທດ ພ້ອມຮັບ Galaxy Buds ແລະ Smart Tag ນັບແຕ່ວັນທີ 15-28 ມັງກອນ 2021 ຫຼັງຈາກຊໍາຊຸງໄດ້ນໍາສະເໜີສະມາດໂຟນຮຸ່ນທັອບ (Flagship) Galaxy S21 Series 5G ຜ່ານສື່ອອນລາຍ ໃນງານ Samsung Galaxy Unpacked ວັນທີ 14 ມັງກອນ 2021.

     ນອກຈາກຜູ້ຈອງຈະໄດ້ສໍາຜັດປະສົບການການໃຊ້ເຕັກໂນໂລຊີສະມາດໂຟນໂຕໃໝ່ຫຼ້າສຸດຈາກຊໍາຊຸງກ່ອນໃຜແລ້ວ ຍັງຈະໄດ້ຮັບອຸປະກອນເສີມສຸດຫຼູຫຼາອີກ 2 ລາຍການ ຄື: ຫູຟັງ Galaxy Buds (ຮຸ່ນ Live ສຳຫຼັບຜູ້ຈອງ Galaxy S21+ ແລະ ຮຸ່ນ Pro ສຳຫຼັບຜູ້ຈອງ Galaxy S21 Ultra) ແລະ ອຸປະ ກອນລະບຸຕໍາແໜ່ງໄຮເທັກ Smart Tag ໂດຍບໍ່ໄດ້ເສຍຄ່າ ຕື່ມອີກ. 

     ສໍາຫຼັບເຄື່ອງໃນຊີຣີ Galaxy S21 ທີ່ເປີດໃຫ້ຈອງຄັ້ງນີ້ ມີ 2 ຮຸ່ນ ຄື: Galaxy S21+ (Phantom Violet ສີມ່ວງ Phantom Black ສີດຳ Phantom Silver ສີເງິນ) ແລະ Galaxy S21 Ultra (Phantom Black ສີດຳ Phantom Silver ສີເງິນ) ເຊິ່ງຮອງຮັບການໃຊ້ງານເທິງເຄືອຂ່າຍຄວາມໄວສູງລະດັບ 5G ພ້ອມເຕັກໂນໂລຊີໜ້າຈໍ Dynamic AMOLED 2x ທີ່ອັດຕຣາຣີເຟຣຊໜ້າຈໍ 120Hz ຮອງຮັບການຊາກໄວ 25 ວັດ ແລະ ກ້ອງປະສິດທິຜົນສູງຈາກຊໍາຊຸງທີ່ທົ່ວໂລກໃຫ້ການຍອມຮັບ ນອກນີ້ ການຈອງເພື່ອຮັບຂອງແຖມດັ່ງກ່າວ ຈໍາກັດສະເພາະຜູ້ທີ່ຈອງແຕ່ວັນທີ 15-28 ມັງກອນ 2021 ເທົ່ານັ້ນ ໂດຍກຳນົດຮັບເຄື່ອງພ້ອມຂອງແຖມແຕ່ວັນທີ 26 ມັງກອນ 2021 ເປັນຕົ້ນໄປ ເຊິ່ງສາມາດຂໍ້ມູນເພິ່ມເຕີມທີ່ໄດ້ Samsung Call Center 021-417333.

error: Content is protected !!