ວັນທີ 14 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ອົງຄະນະພັກແຂວງສະຫວັນນະເຂດ ປະກອບສ່ວນເງິນ 30 ລ້ານກີບ ເພື່ອຊຸກຍູ້ການຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ມອບໂດຍທ່ານ ຈິນດາວັນ ບຸດສາລີ ຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ ແລະ ຕາງໜ້າຮັບຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງການເງິນ ຫົວໜ້າອະນຸກໍາມະການງົບປະມານຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.
