ຂະແໜງອຸດສາຫະກໍາຂະຫຍາຍຕົວ ຂະນະທີ່ປະລິມານການຜະລິດແຮ່​ທາດຫຼຸດລົງ

    ໃນໄລຍະ 5 ປີ ຜ່ານມາ ຂະແໜງອຸດສາຫະກຳໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປະຕິບັດໄດ້ 52.700,2 ຕື້ກີບ ຂະນະທີ່ລາຄາແຮ່ທາດໃນຕະຫຼາດ ສົ່ງຜົນໃຫ້ປະລິມານການຜະລິດຫຼຸດລົງ.

    ອີງຕາມຂໍ້ມູນຈາກແຜນວຽກຈຸດສຸມທີ 1: ຮັບປະກັນໃຫ້ເສດຖະກິດແຫ່ງຊາດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໝັ້ນທ່ຽງ ແລະ ສົມດຸນ ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ເຫັນໄດ້ວ່າ: ໃນໄລຍະ 5 ປີຜ່ານມາ ຂະແໜງອຸດສາຫະກໍາແມ່ນມີການຂະຫຍາຍຕົວໄວ ພົ້ນເດັ່ນແມ່ນ: ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປະຕິບັດ ໄດ້ 52.700,2 ຕື້ກີບ ສະເລ່ຍເພີ່ມຂຶ້ນ 9,2% ຕໍ່ປີ (ແຜນການ: 15% ຕໍ່ປີ) ການຜະລິດກະແສໄຟຟ້າ (ຕົວເລກສະສົມ 5 ປີ) ຄາດຄະເນປະຕິບັດໄດ້ 161.923 ລ້ານກິໂລວັດໂມງ ສະເລ່ຍເພີ່ມຂຶ້ນ 19% ຕໍ່ປີ ຍ້ອນສໍາເລັດໂຄງການຜະລິດໄຟຟ້າທັງໝົດ 56 ແຫ່ງ ລວມກໍາລັງຕິດຕັ້ງ 4.501,78 MW ລວມກໍາລັງການຜະລິດ 22.100,70 GWh/ປີ.

    ສ່ວນການຜະລິດແຮ່ທາດ ປະຕິບັດໄດ້ 7.526,56 ລ້ານໂດລາສະຫະລັດ ແລະ ຄາດວ່າມູນຄ່າການສົ່ງອອກແຮ່ທາດ ປະຕິບັດໄດ້ 6,66 ຕື້ໂດລາສະຫະລັດ  ແຕ່ມີທ່າອ່ຽງຫຼຸດລົງໃນແຕ່ລະປີ ຍ້ອນໂຄງການຈໍານວນໜຶ່ງຫຼຸດປະລິມານການຜະລິດລົງ ເນື່ອງຈາກລາຄາແຮ່ທາດຫຼຸດລົງ ເຊິ່ງບໍ່ເປັນສິ່ງຈູງໃຈຕໍ່ການຜະລິດ ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ 26.429 ລ້ານໂດລາສະຫະລັດ ສະເລ່ຍເພີ່ມຂຶ້ນ 10,4% ຕໍ່ປີ ຫຼຸດແຜນການວາງໄວ້ (ແຜນການ: 15% ຕໍ່ປີ) ໃນນັ້ນ ການສົ່ງອອກສິນຄ້າອຸດສາຫະກຳປຸງແຕ່ງກວມເອົາ 43% ຂອງມູນຄ່າການສົ່ງອອກສິນຄ້າທັງໝົດ ມູນຄ່າການສົ່ງອອກໃນເຂດເສດຖະກິດພິເສດ ຄາດວ່າປະຕິບັດໄດ້ 1,52 ຕື້ໂດລາສະຫະລັດ (ໃນນີ້ ພົ້ນເດັ່ນແມ່ນເຂດເສດຖະກິດພິເສດສະຫວັນ-ເຊໂນ ຄາດວ່າຈະສົ່ງອອກໄດ້ 1,28 ຕື້ໂດລາ ສະຫະລັດ)  ລະດັບການເປີດຕົວຂອງການຄ້າສິນຄ້າກັບສາກົນ (ບໍ່ລວມບໍລິການ) ບັນລຸໄດ້  61,5%  (ຄາດໝາຍ 70%).

                 # ຂ່າວ & ພາບ : ສຸລິໂຍ

error: Content is protected !!