ທະນາຄານພົງສະຫວັນ ອວຍພອນໜັງສືພິມວຽງຈັນໃໝ່ ເນື່ອງໃນໂອກາດປີໃໝ່ສາກົນ 2021

    ວັນທີ 14 ມັງກອນ 2021 ທ່ານ ດາໄນ ທິບພະຍາການົກ ຫົວໜ້າຝ່າຍການຕະຫຼາດ ແລະ ພັດທະນາທຸລະກິດ ທະນາຄານພົງສະຫວັນ ໄດ້ນຳກະຕ່າຂອງຂວັນມາອວຍພອນໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ  ເປັນກຽດຕ້ອນຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈມາຍັງທະນາຄານພົງສະຫວັນ ທີ່ມາອວຍພອນຄັ້ງນີ້ ອັນເປັນການປະກອບສ່ວນຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງໜັງສືພິມວຽງຈັນໃໝ່ ແລະ ທະນາຄານພົງສະຫວັນ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ແລະ ອວຍພອນໃຫ້ການດຳເນີນທຸລະກິດຂອງທະນາຄານພົງສະຫວັນ ປະສົບຜົນສຳເລັດ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

                 # ຂ່າວ & ພາບ : ລັດເວລາ

error: Content is protected !!