ປະທານສະພາ ຕິດຕາມຊຸກຍູ້ກະກຽມດຳເນີນການເລືອກຕັ້ງ ສສຊ-ສສນວ

    ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ  ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II  ວັນທີ 7 ມັງກອນ  2021 ຢູ່ປົກຄອງເມືອງໄຊເສດຖາ ນວ ໃຫ້ກຽດຕ້ອນຮັບໂດຍທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ມີທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງໄຊເສດຖາ ບັນດາຄະນະກຳມະການເລືອກຕັ້ງຂັ້ນ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ອານຸພາບ ຕຸນາລົມ ໄດ້ລາຍງານວ່າ: ພາຍຫຼັງທີ່ໄດ້ຮັບລັດຖະດໍາລັດ ມະຕິຂອງກົມການເມືອງສູນກາງພັກ ແຈ້ງການ ແລະ ຄຳແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ເອກະສານອື່ນໆທີ່ຕິດພັນກັບວຽກງານເລືອກຕັ້ງສະພາປະຊາຊົນນະຄອນຫຼວງ ໄດ້ປະສານສົມທົບກັບອົງການປົກຄອງນະຄອນຫຼວງ ໃນການອອກຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນ ນວ  ແລະ ໄດ້ດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງຕົນ ເພື່ອປຶກສາຫາລືກະກຽມວຽກງານເລືອກຕັ້ງ ມີການແບ່ງວຽກແບ່ງງານ ແບ່ງຄວາມຮັບຜິດຊອບພາຍໃນຄະນະ ແລະ ແຕ່ງຕັ້ງອະນຸກຳມະການຊ່ວຍວຽກ ແລະ ຄະນະກຳມະການເລືອກຕັ້ງຂັ້ນນະຄອນຫຼວງ 5 ອະນຸກໍາມະການຄື: ອະນຸກຳມະການ ເລຂານຸການ ອະນຸກຳມະການ ໂຄງປະກອບການຈັດຕັ້ງ ແລະ ບຸຄະລາກອນ ອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອະນຸກຳມະການງົບປະມານ.

    ພ້ອມນີ້ ຍັງໄດ້ສ້າງແຜນດຳເນີນງານເພື່ອກະກຽມວຽກງານເລືອກຕັ້ງອອກເປັນ 4 ບາດກ້າວ ແລະ ເອົາໃຈໃສ່ຊີ້ນຳ-ນຳພາ ບັນດາອະນຸກຳມະການຊ່ວຍວຽກ ເຄື່ອນໄຫວຕາມສິດ ແລະ ໜ້າທີ່ຂອງແຕ່ລະອະນຸກຳມະການ ເປັນຕົ້ນວຽກງານເລຂານຸການ ໄດ້ຈັດຕັ້ງຜັນຂະຫຍາຍແຈ້ງການ ຄໍາແນະນຳ ແລະ ເອກະສານອື່ນໆທີ່ຕິດພັນກັບວຽກງານເລືອກຕັ້ງທີ່ຂັ້ນເທິງສົ່ງໃຫ້ລົງສູ່ທ້ອງຖິ່ນ ແລະ ບັນດາອະນຸກໍາມະການຊ່ວຍວຽກ ຂອງຄະນະກຳມະການເລືອກຕັ້ງຂັ້ນນະຄອນຫຼວງ ປັດຈຸບັນ ໄດ້ອອກແຈ້ງການ ແລະ ຄໍາແນະນຳກ່ຽວກັບວຽກງານເລືອກຕັ້ງຂອງຄະນະກຳມະການເລືອກຕັ້ງຂັ້ນນະຄອນຫຼວງ 19 ສະບັບ ໄດ້ຂຶ້ນບັນຊີພົນລະເມືອງຜູ້ມີສິດເລືອກຕັ້ງ ແລະ ການກໍານົດໜ່ວຍປ່ອນບັດເລືອກຕັ້ງທົ່ວ ນວ ຄື: ມີພົນລະເມືອງທັງໝົດ 864.242 ຄົນ ເປັນຍິງ 440.348 ຄົນ ຜູ້ມີສິດປ່ອນບັດເລືອກຕັ້ງ 592.865 ຄົນ ຍິງ 280.208 ຄົນ ຄາດຄະເນໜ່ວຍປ່ອນບັດເລືອກຕັ້ງ 764 ໜ່ວຍ  ໄດ້ຂຶ້ນແຜນບັນຊີຄວາມຕ້ອງການວັດຖຸອຸປະກອນຮັບໃຊ້ວຽກງານເລືອກຕັ້ງ ຄື: ຫີບປ່ອນບັດ ສສຊ ໜ່ວຍເກົ່າ ມີ 272 ໜ່ວຍ ຂໍເພີ່ມໃໝ່ 492 ໜ່ວຍ ຫີບປ່ອນບັດ ສສ ນວ ໜ່ວຍເກົ່າ ມີ 257 ໜ່ວຍ  ຂໍເພີ່ມ 507 ໜ່ວຍ  ກາປະທັບຄະນະກຳມະການເລືອກຕັ້ງຂັ້ນເມືອງ  ຂໍເພີ່ມ 9 ໜ່ວຍ ກາປະທັບໜ່ວຍປ່ອນບັດເລືອກຕັ້ງ ສັ່ງຜະລິດໃໝ່ທັງໝົດ ຕາມແຈ້ງການຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກາປະທັບປ່ອນແລ້ວ ແລະ ໜ່ວຍເກົ່າມີ 465 ໜ່ວຍ ຂໍເພີ່ມ 299 ໜ່ວຍ ນອກນີ້ ໄດ້ຕິດຕາມ ຊຸກຍູ້ ບັນດາອົງການປົກຄອງເມືອງ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນເມືອງ ແລະ ອະນຸກໍາມະການຊ່ວຍວຽກຂັ້ນເມືອງ  ແລະ ວຽກໂຄສະນາປຸກລະດົມຂະບວນການ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ ໄດ້ກະກຽມສຳລັດໂດຍພື້ນຖານ.

      ໂອກາດນີ້ ທ່ານປະທານສະພາແຫ່ງຊາດ ກໍໄດ້ມີຄໍາເຫັນຊີ້ນຳໃຫ້ອະນຸກຳມະການເລືອກຕັ້ງ ເອົາໃຈໃສໃນການຈັດຕັ້ງປະຕິບັດການກະກຽມວຽກງານດັ່ງກ່າວໃຫ້ສຳເລັດ ເປັນຕົ້ນ ໄດ້ເນັ້ນໃຫ້ຄະນະອະນຸກຳມະການເລືອກຕັ້ງຂັ້ນເມືອງ ແລະ ບ້ານ ເອົາໃຈໃສ່ຈັດຕັ້ງປະຕິບັດການເຜີຍແຜ່ມະຕິ ແຈ້ງການ ແລະ ຄຳແນະນຳ ຂອງຄະນະກຳມະການເລືອກຕັ້ງລະດັບຊາດໃຫ້ລົງຮອດປະຊາຊົນຢ່າງທົ່ວເຖິງ ໃຫ້ຄະນະກຳມະການເລືອກຕັ້ງຂັ້ນ ນວ ເມືອງ ແລະ ບັນດາບ້ານ ເອົາໃຈໃສ່ແຕ່ງຕັ້ງໜ່ວຍປ່ອນບັດເລືອກຕັ້ງ ເກັບກຳສະຖິຕິພົນລະເມືອງ ເຜີຍແຜ່ເຊື່ອມຊຶມເອກະສານ ຄະນະກຳມະການເລືອກຕັ້ງຕ້ອງກະກຽມວຽກງານໃຫ້ລະອຽດ ສອດຄ່ອງ  ແລະ ທົ່ວເຖິງ ເພື່ອແນໃສ່ເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ສຳເລັດທັນຕາມກຳນົດເວລາ.

error: Content is protected !!