ກຸ່ມຊາວນາບ້ານໂຊກນ້ອຍຈະສຳເລັດການປັກດຳເຂົ້ານາແຊງທ້າຍເດືອນນີ້

    ໄລຍະນີ້ ປະຊາຊົນກຳລັງຂຸ້ນຂ້ຽວໃນການກະກຽມປັກດຳເຂົ້ານາແຊງ ໃນນີ້ ກຸ່ມຊາວນາບ້ານໂຊກນ້ອຍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ກໍກຳລັງສຸມໃສ່ການປັກດຳເຂົ້ານາແຊງເຊັ່ນດຽວກັນ ມີເນື້ອທີ່ທັງໝົດ 80 ເຮັກຕາ ປັດຈຸບັນແມ່ນສຳເລັດການຕົກກ້າ ແລະ ກະກຽມດິນໃນການປັກດຳ ຄາດວ່າຈະສຳເລັດໃນທ້າຍເດືອນມັນກອນນີ້.

    ທ່ານ ອ່ອນຕາ  ແກ້ວບຸນພັນ  ປະທານກຸ່ມຊາວນາບ້ານໂຊກນ້ອຍ ໃຫ້ສຳພາດວັນທີ 6 ມັງກອນ 2021 ວ່າ:  ໂດຍຕອບສະໜອງຕໍ່ນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍສະເພາະເປັນການສ້າງເງື່ອນໄຂໃນການສົ່ງເຂົ້າອອກຂອງພາກທຸລະກິດລາວໄປຕ່າງປະເທດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ຕາມເງື່ອນໄຂຂອງຕະຫຼາດໃຫ້ຫຼາຍຂຶ້ນ ຕາມມາດຕະຖານກະສິກຳທີ່ດີ ຈຶ່ງໄດ້ມີການຈັດຕັ້ງເປັນກຸ່ມການຜະລິດຂຶ້ນ ເຊິ່ງກຸ່ມຊາວນາບ້ານໂຊກນ້ອຍ ເລີ່ມສ້າງຕັ້ງມາແຕ່ປີ 2000 ໂດຍໄດ້ຮັບການຊີ້ນຳ ຊ່ວຍເຫຼືອຈາກພາກລັດ ໂດຍສະເພາະກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພະແນກ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຫຼັງຈາກນັ້ນ ກໍມີການສ້າງຊົນລະປະທານເພື່ອສະໜອງນໍ້າໃຫ້ພຽງພໍກັບຄວາມຕ້ອງການຂອງຊາວນາ.

    ປັດຈຸບັນມີສະມາຊິກກຸ່ມທັງໝົດ 100 ກວ່າຄອບຄົວ ເນື້ອທີ່ທັງໝົດ 105 ເຮັກຕາ ຜົນຜະລິດເຂົ້ານາແຊງສະເລ່ຍປະມານ 4,5-5 ໂຕນຕໍ່ເຮັກຕາ ບາງເຂດບໍ່ສາມາດເຮັດນາໄດ້ 2 ລະດູ ສຳລັບຊາວນາທີ່ຢູ່ລຽບບຶງທາດຫຼວງ ຈະເຮັດໄດ້ລະດູດຽວຄື ນາແຊງ ເນື່ອງຈາກວ່ານາປີຢູ່ເຂດດັ່ງກ່າວນໍ້າຖ້ວມ ສະຕະພາບການຜະລິດເຂົ້ານາປີປະມານ 3-4 ໂຕນຕໍ່ເຮັກຕາ.

                     # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!