ຜົນຈາກກອງປະຊຸມກວດແກ້ ແລະ ປັບປຸງຂັ້ນສຸດທ້າຍ ສຳລັບຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ3 ໃນອາທິດ ຜ່ານມາ ຢູ່ທີ່ທ່າລາດ ແຂວງວຽງຈັນ ເປັນປະທານໂດຍທ່ານ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກີລາ (ສວສ) ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະທີມງານວິຊາການຂຽນຫຼັກສູດ ແລະ ວາງແຜນ ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກິລາ ເຂົ້າຮ່ວມ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ ຫຼື (ບີຄວາ).

ທ່ານ ອ່ອນແກ້ວ ນວນນະວົງ ໄດ້ກ່າວເນັ້ນໃນກອງປະຊຸມຄັ້ງນີ້ວ່າ: ພາຍຫຼັງກອງປະຊຸມສຳເລັດ ຍັງຈະສືບ ຕໍ່ການກວດແກ້ຂັ້ນສຸດທ້າຍ ທັງຊຸດແບບຮຽນ ແລະ ຊຸດຄູ່ມືຄູທີ່ ສວສ ພ້ອມນີ້ ໃຫ້ຄະນະທີມງານວິຊາການຂຽນຫຼັກສູດ ເອົາໃຈໃສ່ເຮັດວຽກຢ່າງຂຸ້ນຂ້ຽວ ດ້ວຍຄວາມຮັບຜິດຊອບສູງ ແລະ ນຳເອົາບົດຮຽນທີ່ຖອດຖອນໄດ້ຈາກການປັບປຸງຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ1 ແລະ ຂັ້ນປ2 ໃຫ້ມີຄວາມຖືກຕ້ອງສອດຄ່ອງ ແລະ ພ້ອມທີ່ຈະນຳສະເໜີໃຫ້ຄະນະກຳມະການໄດ້ພິຈາລະນາ ເພື່ອຂໍອະນຸມັດຮັບຮອງຕາມແຜນທີ່ວາງໄວ້ໃນກາງເດືອນພະຈິກ 2020.

ຊຸດປຶ້ມແບບຮຽນສະບັບປັບປຸງໃໝ່ ລວມມີວິຊາ ພາສາລາວ ວິທະຍາສາດ ແລະ ສິ່ງແວດລ້ອມ ວິຊາພະລະສຶກສາ ແລະ ພາສາອັງກິດ ການຈັດພິມ ແລະ ການແຈກຢາຍ ຈະເລີ່ມໃນເດືອນກັນຍາ 2021 ແລະ ຄູສອນຊັ້ນປະຖົມສຶກສາ ຂັ້ນ ປ3 ຈະໄດ້ຮັບຊຸດຄູ່ມືຄູ ພ້ອມທັງຈະໄດ້ຮັບການເຝິກອົບຮົມໃນຫຼັກສູດສະບັບປັບປຸງໃໝ່.


# ຂ່າວ & ພາບ : ບຸນມີ