ໃນວັນທີ 23 ພະຈິກ 2020 ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວຢືນຢັນວ່າ ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 14 ກໍລະນີ ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ ສົ່ງຜົນໃຫ້ຍອດຜູ້ຕິດເຊື້ອສະສົມເພີ່ມຂຶ້ນເປັນ 39 ກໍລະນີ.

ໃນ 14 ກໍລະນີໃໝ່ທີ່ໄດ້ຮັບການຢືນຢັນຕິດເຊື້ອພະຍາດໂຄວິດ-19 ນັ້ນ ມີຄົນລາວ 1 ຄົນ ແລະ ຄົນຕ່າງປະເທດ 13 ຄົນ ປັດຈຸບັນ ທັງໝົດ 14 ຄົນໄດ້ແຍກປ່ຽວເພື່ອປິ່ນປົວຢູ່ໂຮງໝໍມິດຕະພາບ 150 ຕຽງ ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມທັງໝົດມີ 39 ກໍລະນີ ປິ່ນປົວຫາຍດີ 24 ກໍລະນີ ຍັງສືບຕໍ່ປິ່ນປົວ 15 ກໍລະນີ.

ໃນໂອກາດນີ້ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 14 ກໍລະນີ ໃນນັ້ນມີອາຍຸຕ່ຳສຸດ 12 ປີ ແລະ ສູງສຸດ 51 ປີ ເປັນເພດຊາຍ 11 ຄົນ ແລະ ຍິງ 3 ຄົນ ເຊິ່ງມາຮອດວັນທີ 22 ພະຈິກ 2020 ມີຜູ້ເດີນທາງເຂົ້າມາທັງໝົດ 1.326 ຄົນ ໃນນັ້ນ ຜ່ານດ່ານລາວ-ໄທ 512 ຄົນ ມີແຮງງານລາວມາແຕ່ໄທ 43 ຄົນ ຜ່ານດ່ານ ລາວ-ຈີນ 20 ຄົນ ດ່ານລາວ-ຫວຽດນາມ 793

ຄົນ ດ່ານລາວ-ກຳປູເຈຍ 1 ຄົນ ມາຮອດວັນທີ 22 ພະຈິກ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 514 ຕົວຢ່າງ ກວດພົບເຊື້ອ 14 ຕົວຢ່າງ.
ທ່ານ ພູທອນ ເມືອງປາກ ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຢ່າແຕກຕື່ນ ແລະ ພ້ອມກັນເປັນເຈົ້າການສືບຕໍ່ປະຕິບັດແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີທີ່ໄດ້ວາງອອກ ນັບທັງຄຳແນະນຳຂອງຂະແໜງການກ່ຽວຂ້ອງຢ່າງເຄັ່ງຄັດ ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນ ການໃສ່ຜ້າອັດປາກ-ດັງ ເມື່ອທ່ານອອກຈາກບ້ານ ການລ້າງມື ດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອເລື້ອຍໆ ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ທັງໝົດນີ້ ກໍແມ່ນເພື່ອພ້ອມກັນປ້ອງກັນການລະບາດຂອງພະຍາດດັ່ງກ່າວບໍ່ໃຫ້ແຜ່ລະບາດເປັນວົງກວ້າງ.
# ຂ່າວ & ພາບ: ເພັດສະໝອນ
