ຫາລືປະຕິບັດຄວາມໝາຍໝັ້ນ ເພື່ອພັດທະນາທ່າແຮງເດັກຮອດປີ 2030

          ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ​ ແມ່-ເດັກ​ (ຄຊກມດ)​ ຈັດກອງປະຊຸມຄວາມໝາຍໝັ້ນຂອງຂອງບັນດາຮອງເຈົ້າແຂວງ ຕໍ່ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ຂຶ້ນວັນທີ​ 23​ ພະຈິກ​ 2020 ຢູ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງທ່ານ​ ອາລຸນແກ້ວ ກິດຕິຄຸນ​ ລັດຖະມົນຕີ​ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ​ ຮອງປະທານ ຄຊກມດ ທ່ານ​ ນາງ​ ເພຍ​ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນິເຊັບປະຈຳ​ລາວ ມີບັນດາຮອງລັດຖະມົນຕີຈາກກະຊວງ ຮອງເຈົ້າແຂວງ ແລະ​ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ​ ອາລຸນແກ້ວ​ ກິດຕິຄຸນ​ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມສຳຄັນ ເພື່ອປຶກສາຫາລືການຈັດຕັ້ງປະຕິບັດຄວາມໝາຍໝັ້ນເພື່ອພັດທະນາທ່າແຮງເດັກລາວບັນດາເຜົ່າແຕ່ນີ້ຮອດປີ 2030 ແລະ​ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ​ທີ 1 ແລະ 2 ພ້ອມທັງຫາລືວຽກງານອື່ນໆທີ່ກ່ຽວຂ້ອງ ໂດຍອີງໃສ່ຜົນທີ່ພວກເຮົາໄດ້ລົງທົບທວນ ແລະ ປະເມີນຮ່ວມກັນກັບບັນດາແຂວງໃນຂອບເຂດທົ່ວປະເທດ ພວກເຮົາຈະໄດ້ພ້ອມກັນປຶກສາຫາລືການຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອນຳໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກລາວບັນດາເຜົ່າຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 1 ແລະ 2 ທີ່ໄດ້ລົງນາມ ແລະ ຮັບຮອງເອົາໃນປີຜ່ານມາ ເພື່ອທົບທວນຜົນການວິໄຈຄວາມຂາດເຂີນແບບທັບຊ້ອນຫຼາຍມິຕິສໍາລັບເດັກຢູ່ ສປປ ລາວ ໂດຍສະເພາະບັນດາຕົວຊີ້ວັດ ຄາດໝາຍ ແລະ ແຜນວຽກຈຸດສຸມ ເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ສປປ ລາວ ຕິດພັນກັບການສ້າງແຜນດຳເນີນງານແຫ່ງຊາດ ເພື່ອແມ່​ ແລະ ເດັກໄລຍະ 2021-2025 ໂດຍສະເພາະ ແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກຢູ່ ລາວ ທີ່ກ່ຽວຂ້ອງກັບດ້ານໂພຊະນາການ ສຸຂະພາບ ການປົກປ້ອງເດັກ ນໍ້າສະອາດ ສຸຂະອານາໄມ ການສຶກສາ ການພັດທະນາເດັກກ່ອນໄວຮຽນ ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາໄສ.​

    ທ່ານ ອາລຸນແກ້ວ​ ກິດຕິຄຸນ ຍັງໄດ້ຮຽກຮ້ອງມາຍັງຄະນະຜູ້ແທນກອງປະຊຸມ ບັນດາທ່ານຮອງເຈົ້າແຂວງ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ​ຂັ້ນແຂວງທົ່ວປະເທດ ຈົ່ງຮ່ວມກັນຄົ້ນຄວ້າປຶກສາຫາລື ແລກປ່ຽນບົດຮຽນ ຕາມຈຸດພິເສດ ທ່າແຮງ ແລະ ສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນຕົນ ໂດຍກຳນົດໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບຄາດໝາຍບັນດາຕົວຊີ້ວັດ ແລະ ແຜນວຽກຈຸດສຸມຂອງແຂວງ ໃນແກ້ໄຂຄວາມທຸກຍາກຂອງເດັກຢູ່ ສປປ ລາວ ໃຫ້ຫຼຸດໜ້ອຍຖອຍລົງຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

     ນອກນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບຄວາມທຸກຍາກຂອງເດັກໃນແຕ່ລະແຂວງ​ ຄາດໝາຍຫຼຸດຜ່ອນ ແລະ​ ວຽກຈຸດສຸມລວມຄວາມທຸກຍາກຂອງເດັກຮອດປີ 2025 ນຳສະເໜີບັນດາຕົວຊີ້ວັດຄວາມທຸກຍາກຂອງເດັກຢູ່   ສປປ​ ລາວ ບັນດາແຂວງ  ກ່ຽວກັບຄາດໝາຍ 2025 ແລະ ແຜນວຽກຈຸດສຸມໃນການຫຼຸດຜ່ອນຄວາມທຸກຍາກຂອງເດັກ  ແລະ ນຳສະເໜີຄວາມຄິດເຫັນຂອງຕົວແທນເດັກ ແລະ ໄວໜຸ່ມ​  ເພື່ອຫາລືຄົ້ນຄວ້າພັດທະນາເດັກໃຫ້ມີຜົນສຳເລັດຫຼາຍຂຶ້ນ.

# ຂ່າວ & ພາບ : ລັດເວລາ

error: Content is protected !!