ສ້າງຂະບວນການບໍລິຈາກເລືອດຄໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງ ຜທ

    ວັນທີ 23 ຕຸລາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດຕັ້ງຂະບວນການບໍລິຈາກເລືອດຄໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຜທ ວັນສ້າງຕັ້ງພັກຄົບຮອບ 65 ປີ ແລະ ວັນປະກາດເອກະລາດ ຄົບຮອບ 75 ປີ ພາຍໃຕ້ຄໍາຂັວນ “ການບໍລິຈາກເລືອດ ແມ່ນຮັກຊາດ ແລະ ພັດທະນາ” ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ພ້ອມດ້ວຍບັນດາຮອງລັດຖະມົນຕີ ແລະ ພະນັກງານພາຍໃນກະຊວງຢ່າງເປັນຂະບວນຟົດຟື້ນ. 

     ການສ້າງຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມໃນຄັ້ງນີ້ ເຫັນໄດ້ວ່າມີຄວາມຈູບຈ້າວຫ້າວຫັນ ແລະ ມີຄວາມເສຍສະຫຼະເພື່ອສ່ວນລວມ ໃນການບໍລິຈາກເລືອດຂອງຕົນເອງ ເຊິ່ງໃນປີຜ່ານມາ ໄດ້ປະກອບສ່ວນເຂົ້າໃນກິດຈະກຳການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມທັງໝົດ 42 ເທື່ອຄົນ ລື່ນແຜນການ 2 ເທື່ອຄົນ ແລະ ຄາດໝາຍສູ້ຊົນໃນປີ 2020 ນີ້ ແມ່ນຈໍານວນ 57 ເທື່ອຄົນ ເຊິ່ງຈະຈັດຂຶ້ນ 2 ຄັ້ງຄື: ຄັ້ງທີ 1 ໄດ້ຈັດຂຶ້ນໃນວັນທີ 27 ມີນາ 2020 ມີຜູ້ບໍລິຈາກທັງໝົດ 23 ຄົນ ແລະ ໃນມື້ນີ້ ຈະໄດ້ຈັດຂຶ້ນເປັນຄັ້ງທີ 2 ຄາດວ່າຈະໃຫ້ໄດ້ຕາມແຜນການທີ່ວາງໄວ້.

                # ຂ່າວ & ພາບ: ວຽງມາ

error: Content is protected !!