ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສັງທອງ ໃນ ວັນທີ 23 ຕຸລາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ພົບປະພະນັກງານຫຼັກແຫຼ່ງພາຍໃນເມືອງ ໂດຍການຕ້ອນຮັບຂອງທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ມີ ຫົວໜ້າພະແນກ ຫົວໜ້າຫ້ອງການ ເລຂາພັກບ້ານ ແລະ ນາຍບ້ານເຂົ້າຮ່ວມ.

ທ່ານ ພົງສະຫວັນ ສິລິພັນ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ ແຜນພັດທະນາເສດຖະກິດ-ສັງຄົມວ່າ: ການພັດທະນາເສດຖະກິດສັງຄົມໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ 7,4% ຕໍ່ປີ ໂຄງປະກອບເສດຖະກິດຫັນປ່ຽນຕາມທິດທີ່ຕັ້ງໜ້າ ລວມຍອດຜະລິດຕະພັນພາຍໃນໄດ້ 1.114 ຕື້ກີບ ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸ 34 ລ້ານກີບ ເທົ່າກັບ 3.885 ໂດລາສະຫະລັດຕໍ່ຄົນຕໍ່ປີ ສາມາດລົບລ້າງຄອບຄົວທຸກຍາກໄດ້ 100% ໂຄງປະກອບເສດຖະກິດຕາມຂະແໜງການໄດ້້ຂະຫຍາຍຕົວຕາມທິດ ການສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ ບັນລຸໝາກຜົນດີ ສາມາດລຶບລ້າງຄວາມທຸກຍາກໄດ້ໂດຍພື້ນຖານ ສຳລັບປິີ 2020 ການຈັດເກັບລາຍຮັບງົບປະມານທີ່ ນວ ມອບໃຫ້ 7,6 ຕື້ກີບ ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 13 ທັນວາ 2020 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 6,2 ຕື້ກວ່າກີບ ເທົ່າກັບ 80,81% ປະຕິບັດລາຍຈ່າຍໄດ້ 2,1 ຕື້ກວ່າກີບ ເທົ່າກັບ 49,75% ສ່ວນວຽກງານກະສິກຳ ສາມາດເກັບກູ້ຜົນຜະລິດເຂົ້ານາແຊງ ແລະ ນາປີ ໄດ້ 37 ພັນກວ່າໂຕນ ສະເລ່ຍໃສ່ຫົວຄົນໄດ້ 1.224 ກິໂລຕໍ່ຄົນຕໍ່ປີ ການປູກພືດອຸດສາຫະກຳ ປະຕິບັດໄດ້ 1.125 ເຮັກຕາ ເທົ່າກັບ 97,4% ປູກໄມ້ໃຫ້ໝາກປະຕິບັດໄດ້ 254 ເຮັກຕາ ເທົ່າກັບ 117,59% ການລ້ຽງສັດມີສັດລ້ຽງ 128.155 ໂຕ ໄດ້ລ້ຽງເປັນຟາມທັງໝົດ 11 ຟາມ ມີສັດລ້ຽງ 13.207 ໂຕ ພິເສດ ໄດ້ຮັບການສະໜັບສະໜູນຈາກໂຄງການນູແວນເຊລັງ ເປັນໂຄງການສົ່ງເສີມປະຊາຊົນລ້ຽງງົວໃຫ້ມີຄຸນນະພາບຊີ້ນ ປັດຈຸບັນມີ 26 ຄອບຄົວເຂົ້າຮ່ວມໂຄງການ ວຽກຊົນລະປະທານທົ່ວເມືອງມີ 10 ໂຄງການ ໃນນັ້ນ ມີ 5 ສະຖານີສູບນໍ້າ ອ່າງເກັບນໍ້າ 4 ແຫ່ງ ແລະ 1 ຝາຍນໍ້າລົ້ນ ສາມາດຕອບສະໜອງການຜະລິດໄດ້ 1.800 ກວ່າເຮັກຕາ ຕໍ່ກັບວຽກພັດທະນາຊົນນະບົດ ໄດ້ສຸມໃສ່ສ້າງບ້ານໃຫຍ່ນາຈະເລີນຕາມທິດສາມສ້າງ ແລະ ໄດ້ຮັບໂຄງການຮ່ວມມືລາວ-ຈີນ ໃນການພັດທະນາຊົນນະບົດໃໝ່ຕາມສີສັນຈີນຢູ່ບ້ານຊໍ້ ເຊິ່ງໄດ້ຮັບການປັບປຸງພື້ນຖານໂຄງລ່າງເປັນສ່ວນໃຫຍ່ ແລະ ໄດ້ສຸມໃສ່ສ້າງບ້ານເພຍລາດເປັນເທສະບານເມືອງ ຄຽງຄູ່ກັບການເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕາມທິດ 3 ຫຼຸດ 3 ເພີ່ມ 3 ຂະບວນການ ສຳລັບທິດທາງການພັດທະນາໃນຕໍ່ໜ້າ ແມ່ນສືບຕໍ່ຈັດຕັ້ງປະຕິບັດອີງໃສ່ມະຕິ V ໂດຍສະເພາະຕາມ 4 ທິດ 12 ຄາດ ໝາຍ ແລະ 8 ວຽກງານຈຸດສຸມທີ່ໄດ້ວາງອອກໃຫ້ບັນລຸຕາມເປົ້າໝາຍ.
ໃນການພົບປະໃນຄັ້ງນີ້ ທ່ານ ເຈົ້າເມືອງສັງທອງໄດ້ສະເໜີໃຫ້ ນວ ປັບປຸງ 2 ເສັ້ນທາງຄື: ເສັ້ນທາງແຕ່ເທສະບານ ຫາ ເຕົາໄຫ ແລະ ເສັ້ນທາງບ້ານນາປໍ ຫາ ບ້ານວັງມ້າ ເບີ່ງຄືນການອະນຸມັດໂຄຕ້າໄມ້ປ່ອງ ພາຫະນະຮັບໃຊ້ຍັງມີບໍ່ພຽງພໍ ແລະ ການສ້າງເຂື່ອນນໍ້າສັງ.

ໂອກາດນີ້ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ເປັນກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງເມືອງສັງທອງ ໂດຍໄດ້ເນັ້ນໃຫ້ຄະນະພັກເມືອງເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງເມືອງໃຫ້ເປັນແຜນໂຄງການດຳເນີນງານລະອຽດ ພ້ອມທັງກຳນົດໄລຍະໃນການຈັດຕັ້ງປະຕິບັດໃຫ້ເປັນ 2 ໄລຍະ ແລະ ພ້ອມກັນຈັດຕັ້ງປະຕິບັດ ແລະ ກຳນົດເປັນແຜນວຽກໄປໃນແຕ່ລະປີ ເພື່ອໃຫ້ມະຕິດັ່ງກ່າວບັນລຸໄດ້ຕາມເປົ້າໝາຍ ພ້ອມນັ້ນ ຕໍ່ກັບຂໍ້ສະເໜີດັ່ງກ່າວ ແມ່ນເນັ້ນໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ກວດກາຄືນ ຖ້າພົບເຫັນບັນຫາ ແມ່ນໃຫ້ສືບຕໍ່ແກ້ໄຂ ນອກຈາກນັ້ນ ໄດ້ເນັ້ນໃຫ້ຊອກໃຫ້ເປັນທ່າແຮງຂອງເມືອງ ແລະ ພ້ອມກັນຊຸກຍູ້ປະຊາຊົນຜະລິດເປັນສິນຄ້າເພື່ອສ້າງລາຍຮັບ ໄປພ້ອມກັບການເອົາໃຈໃສ່ປ້ອງກັນຄວາມສະຫງົບ ຕ້ານປາກົດການຫຍໍ້ທໍ້ຕ່າງໆ.
ພາຍຫຼັງສຳເລັດການພົບປະພະນັກງານຫຼັກແຫຼ່ງ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມຄອບຄົວຕົວແບບ ແລະ ພົບປະປະຊາຊົນຢູ່ບ້ານໃຫຍ່ນາຈະເລີນ ເດີນທາງໄປຢ້ຽມຢາມ ໂຮງງານອຸດສາຫະກຳໄມ້ປ່ອງຄົບວົງຈອນຢູ່ບ້ານຫ້ວຍຄຳ ແລະ ຢ້ຽມຢາມການປູກພືດປອດສານພິດຂອງບໍລິສັດລາວໂກລເອເຊຍຢູ່ບ້ານຄົກເພິງ.
# ຂ່າວ & ພາບ: ເພັດສະໝອນ