ທ່ານ ຈັນທະວົງ ປັນຍາສີລິ ເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ທັງເປັນຫົວໜ້າຄະນະນຳພານັກກີລາ ເຂົ້າຮ່ວມການແຂ່ງຂັນກີລາເທຄວັນໂດເຕະໄວອອນລາຍ ແຈ້ງໃຫ້ຮູ້ວ່າ: ອີງຕາມແຜນການໃນການເຄື່ອນໄຫວເຝິກອົບຮົມ ແລະ ແຂ່ງຂັນປະຈຳປີ 2020 ຂອງສະຫະພັນເທຄວັນໂດແຫ່ງຊາດລາວ ແລະ ໜັງສືເຊີນຂອງສະຫະພັນເທຄວັນໂດອາຊຽນ ຄັ້ງວັນທີ 19 ສິງຫາ 2020 ເພື່ອໃຫ້ເຂົ້າຮ່ວມແຂ່ງຂັນລາຍການໃໝ່ ເປັນລາຍການແຂ່ງຂັນເທຄວັນໂດເຕະໄວອອນລາຍ ຈັດຂຶ້ນທີ່ປະເທດຟິລິບປິນ ຮັບກຽດເປັນເຈົ້າພາບ ມີ 6 ປະເທດ ສົ່ງນັກກີລາເຂົ້າຮ່ວມການແຂ່ງຂັນ ປະກອບມີ ເຈົ້າພາບຟິລິບປິນ ລາວ ອິນໂດເນເຊຍ ຫວຽດນາມ ມຽນມາ ແລະ ກຳປູເຈຍ ໃນນັ້ນ ແຕ່ລະຊາດຕ້ອງໄດ້ເປີດກ້ອງສື່ອອນລາຍກັບປະເທດເຈົ້າພາບ ເພື່ອສະດວກໃນການແຂ່ງຂັນ ເນື່ອງຈາກສະພາບປັດຈຸບັນຫຼາຍຊາດມີຜົນກະທົບຈາກພະຍາດໂຄວິດ-19 ສະນັ້ນ ຈຶ່ງໄດ້ແຂ່ງຂັນແບບວິທີນີ້ຂຶ້ນ ສຳລັບນັກກີລາລາວສົ່ງເຂົ້າຮ່ວມໃນຮຸ່ນອະນຸຊົນ ເຍົາວະຊົນ ແລະ ຊາວໜຸ່ມທົ່ວໄປ ໂດຍຈັດຂຶ້ນທີ່ສະໂມສອນນັນດານະຄອນຫຼວງວຽງຈັນ.
ຜ່ານການແຂ່ງຂັນຜົນປາກົດວ່າ: ນັກກີລາເທຄວັນໂດລາວ ພາຍໃຕ້ການນຳພາຂອງທ່ານ ຈັນທະວົງ ປັນຍາສິລິ ຫົວໜ້າຄະນະ ທ່ານ ພຸດທະສອນ ທຳມະວົງ ຫົວໜ້າຄູເຝິກ ແລະ ທ່ານ ສອນໄຊ ມັງເຄືອ ຜູ້ຊ່ວຍຄູເຝິກ ສາມາດຍາດໄດ້ 2 ຫຼຽນຄຳ 6 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 10 ຫຼຽນ ໃນນີ້ 2 ຫຼຽນຄຳ ໄດ້ຈາກຜົນງານຂອງທ້າວ ສຸລະເດດ ຄັນທະວົງ ແລະ ນາງ ສຸຈິດຕາ ໂຄດຕະວົງ ຈາກຮຸ່ນ ຊາວໜຸ່ມທົ່ວໄປ ສ່ວນ 6 ຫຼຽນເງິນ ໄດ້ຈາກຮຸ່ນອະນຸຊົນໄດ້ 4 ລາຍການ ປະກອບມີ ທ້າວ ກະບິວ ຕັ້ນ ທ້າວ ອານຸພົງ ຊານິກວຽນ ນາງ ແສງດາວ ຫອມສົມບັດ ນາງ ແກ້ວມະນີວອນ ໂຄດຕະວົງ ແລະ ອີກ 2 ຫຼຽນເງິນ ໄດ້ຈາກຮຸ່ນຊາວໜຸ່ມທົ່ວໄປ ປະກອບມີ ທ້າວ ກິດສະດາ ແກ່ນທອງລາດ ແລະ ນາງ ມົນຕາ ເພຍພົນ ຂະນະທີ່ 2 ຫຼຽນທອງ ໄດ້ຈາກນາງ ພອນນະພາ ຊານິກວຽນ ຈາກຮຸ່ນອະນຸຊົນ ແລະ ທ້າວ ພູມວິໄລ ຍົມມະລາດ ຈາກຮຸ່ນຊາວໜຸ່ມທົ່ວໄປ.