ພິທີຈັບສະຫຼາກການແຂ່ງຂັນດັ່ງກ່າວ ຈັດຂຶ້ນວັນທີ 7 ຕຸລາ 2020 ຢູ່ສະຫະພັນບານເຕະແຫ່ງຊາດ ໂດຍມີທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນຮອງປະທານ ແລະ ເລຂາທິ ການຄະນະກຳມະການໂອແລມປິກແຫ່ງຊາດລາວ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ສື່ມວນຊົນ ເຂົ້າຮ່ວມ.

ການແຂ່ງຂັນປະເພດທີມຊາຍ ມີທີມເຂົ້າຮ່ວມ 18 ທີມປະກອບມີ: ນະຄອນຫຼວງວຽງຈັນ ແລະ 17 ແຂວງ ຂະນະທີ່ ປະເພດທີມຍິງ ມີທີມເຂົ້າຮ່ວມ 8 ທີມຄື: ນະຄອນຫຼວງວຽງຈັນ ແຂວງອຸດົມໄຊ ແຂວງຫຼວງນ້ຳທາ ແຂວງຊຽງຂວາງ ແຂວງໄຊຍະບູລີ ແຂວງວຽງຈັນ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ. ການແຂ່ງຂັນດັ່ງກ່າວ ຈະຈັດຂຶ້ນລະຫວ່າງວັນທີ 7-21 ພະຈິກ 2020 ຢູ່ນະຄອນຫຼວງວຽງຈັນ.

# ຂ່າວ & ພາບ: ສີພອນ