ອາທິດແລ້ວນີ້ ທີ່ເມືອງນາຮົກ ຈ່າຍົມພິບານໄດ້ຮຽກເອົາບັນດາທະຫານຂອງຕົນ ມາປະຊຸມເປັນການດ່ວນ ທັງອອກຄຳສັ່ງວ່າ “ດຽວນີ້ຢູ່ເມືອງມະນຸດນັ້ນ ໂຄວິດ-19 ພວມລະບາດໜັກທີ່ສຸດ ດັ່ງນັ້ນ ພວກເຈົ້າຕ້ອງມີສະຕິລະວັງສູງ ຢ່າຢູ່ໃກ້ຄົນບາບຈາກເມືອງມະນຸດ ຕ້ອງໃສ່ໜ້າກາກເວລາທໍລະມານພວກເຂົາ ຖ້າອີກ 1 ເດືອນ ຖ້າໂຄວິດ-19…
Tag: ບ່າວກະບື
ຝາກຄວາມຫວັງໄວ້ກັບໜ້າກາກ
ວານນີ້ ສອງສາວສ່ຽວຮັກສ່ຽວແພງ ມີໂອກາດມາແລກປ່ຽນຂໍ້ມູນກ່ຽວກັບໂຄວິດ-19 ມັນເປັນເລື່ອງເດັດໆ ທີ່ບໍ່ເຄີຍເກີດຂຶ້ນກັບຄົນອື່ນ. ຜູ້ທີໜຶ່ງ: “ນັບແຕ່ໂຄວິດ-19 ອາລະວາດ ເຮົາງົດລົມໂທລະສັບມືຖື ເພາະຢ້ານໂຕພະຍາດມັນຊິຕິດມາຕາມຄື້ນສັນຍານ… ເຫັນບໍລະເຮົາມີວິທີປ້ອງກັນເດັດໆກວ່າມາດຕະການຂອງຄົນອື່ນ”. ຜູ້ທີສອງ: “ເຮົາແຮ່ງຄັກກວ່ານັ້ນ ເວລານອນເຮົາບໍ່ຍອມປົດໜ້າກາກອອກ ເພາະເວລາເຮົາຝັນພົບໝູ່ຄູ່ ເຮົາຢ້ານຕິດພະຍາດນຳພວກເຂົາ…