ທຄຕລ ຊ່ວຍເຫຼືອດ້ານການສຶກສາ ໃຫ້ໂຮງຮຽນຫ່າງໄກສອກຫຼີກ

ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ​ມະ­ຫາ­ຊົນ (ທຄຕລ) ໄດ້​ຖື​ສຳ­ຄັນ​ໃນ​ການ​ຊ່ວຍ­ເຫຼືອ​ສັງ­ຄົມ ໂດຍ​ສະ­ເພາະ​ເນັ້ນ​ໜັກ​ດ້ານ​ການ​ສຶກ​ສາ ແລະ ສຸ­ຂະ­ພາບ​ຂອງ​ປະ­ຊາ­ຊົນ ໃນ​ເຂດ​ຫ່າງ​ໄກ​ສອກ­ຫຼີກ​ໃນ​ທົ່ວ​ປະ­ເທດ ເຊິ່ງ​ໃນ​ມໍ່ໆ​ຜ່ານ​ມາ​ທະ­ນາ­ຄານ​ດັ່ງ­ກ່າວ ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ທາງ​ດ້ານ​ການ​ສຶກ​ສາ ແກ່​ໂຮງ­ຮຽນ​ປະ­ຖົມ​ທ່າ­ເຮືອ​ເໜືອ ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ.

ທ່ານ ຫົງ​ສະ­ຫວັນ ວົງ​ສຳ­ພັນ ຫົວ­ໜ້າ​ຂະ­ແໜງ​ຫ້ອງ­ການ-ບັນ­ຊີ-ໄອ​ທີ ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ ມະ­ຫາ­ຊົນ ສາ­ຂາ​ວັງ​ວຽງ ໄດ້​ຜ່ານ​ບົດ​ລາຍ​ງານ​ໂດຍ​ຫຍໍ້​ຂອງ​ໂຄງ­ການ​ຊ່ວຍ­ເຫຼືອ​ດ້ານ​ການ​ສຶກ​ສາ ໃຫ້​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ວ່າ: ໂດຍ​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ຂອງ​ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ​ມະ­ຫາ­ຊົນ ກ່ຽວ​ກັບ​ວຽກ​ງານ​ຊ່ວຍ­ເຫຼືອ​ສັງ­ຄົມ ໂດຍ​ສະ­ເພາະ​ແມ່ນ ເນັ້ນ​ໝັກ​ດ້ານ​ການ​ສຶກ​ສາ ແລະ ດ້ານ​ສຸ­ຂະ­ພາບ​ຂອງ​ປະ­ຊາ­ຊົນ​ເຂດ​ຫ່າງ​ໄກ​ສອກ­ຫຼີກ​ໃນ​ທົ່ວ​ປະ­ເທດ ເຊິ່ງ​ມີ​ງົບ­ປະ­ມານ​ທັງ​ໝົດ​ປະ­ມານ 1 ຕື້​ກວ່າ​ກີບ ສະ­ເພາະ​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ແມ່ນ​ໄດ້​ຮັບ​ການ​ແບ່ງ­ປັນ​ແຫຼ່ງ​ທຶນ ປະ­ມານ 53 ລ້ານ​ກວ່າ​ກີບ ໃນ​ນັ້ນ​ເປັນ​ທຶນ​ການ​ສຶກ​ສາ 14 ລ້ານ​ກີບ ແລະ ເປັນ​ທຶນ​ດ້ານ​ສຸ­ຂະ­ພາບ 39 ລ້ານ​ກວ່າ​ກີບ ການ​ນຳ​ໃຊ້​ທຶນ​ສຳ­ລັບ​ໂຄງ­ການ​ຊ່ວຍ­ເຫຼືອ​ດ້ານ​ການ​ສຶກ​ສາ​ໃຫ້​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ໃນ​ຄັ້ງ​ນີ້​ປະ­ກອບ​ມີ ອຸ­ປະ­ກອນ​ເຄື່ອງ​ຫຼິ້ນ ແລະ ປຶ້ມ​ນິ­ທານ​ສຳ­ລັບ​ນ້ອງ​ນ້ອຍ​ອະ­ນຸ­ບານ ອຸ­ປະ­ກອນ​ການ​ຮຽນ​ສຳ­ລັບ​ນ້ອງ​ນ້ອຍ ປ 1 ຫາ ປ 5 ໝາກ­ບານ​ເຕະ​ໃຫ້​ແກ່​ໂຮງ­ຮຽນ​ປະ­ຖົມ​ທ່າ­ເຮືອ ຫ້ວຍ​ຊີ ນ້ຳ​ພາວ ແລະ ໂພນ​ສູງ ຕິດ​ຕັ້ງ​ເພ­ດານ ແລະ ພັດ​ລົມ​ໃຫ້​ແກ່​ໂຮງ­ຮຽນ​ປະ­ຖົມ​ໂພນ​ສູງ ລວມ​ມູນ​ຄ່າ​ທັງ​ໝົດ 14.000.000 ກີບ.

ໃນ​ວັນ​ທີ 19 ກັນ­ຍາ 2020 ທີ່​ໂຮງ­ຮຽນ​ປະ­ຖົມ​ທ່າ­ເຮືອ​ເໜືອ ໄດ້​ຈັດ​ພິ­ທີ​ເຊັນ​ບົດ​ບັນ­ທຶກ​ມອບ-ຮັບ​ໂຄງ­ການ​ຊ່ວຍ­ເຫຼືອ​ດ້ານ​ການ​ສຶກ​ສາ ໃຫ້​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ຕາງ­ໜ້າ​ເຊັນ​ໂດຍ​ທ່ານ ກໍ​ລະ​ກັນ ບຸນ​ຍາ​ລາດ ວ່າ­ການ​ຫົວ­ຫນ້າ​ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ​ມະ­ຫາ­ຊົນ ສາ­ຂາ​ວັງ​ວຽງ ແລະ ຕາງ­ໜ້າ​ຮັບ​ໃນ​ຄັ້ງ​ນີ້ ໂດຍ​ທ່ານ ສີ​ປະ​ເສິດ ວົງ­ສາ ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ ເມືອງ​ວັງ​ວຽງ ໂດຍ​ຊ່ອງ​ໜ້າ​ອຳ­ນາດ​ການ​ປົກ­ຄອງ​ເມືອງ ແລະ ບ້ານ.

ໃນ​ພິ­ທີ​ດັ່ງ­ກ່າວ ທ່ານ ບຸນ​ສີ ລັດ­ດາ​ວົງ ຫົວ­ໜ້າ​ຫ້ອງ​ການ­ຈັດ­ຕັ້ງ​ເມືອງ​ວັງ​ວຽງ ໄດ້​ໃຫ້​ກຽດ​ຂຶ້ນ​ມອບ​ໃບ​ສົມ​ມະ​ນາ​ບຸນ­ຄຸນ​ຂອງ​ທ່ານ​ເຈົ້າ­ເມືອງ​ວັງ​ວຽງ ໃຫ້​ແກ່ ທຄຕລ ສາ­ຂາ​ວັງ​ວຽງ ຕາງ­ໜ້າ​ຂຶ້ນ​ຮັບ​ໂດຍ​ທ່ານ ກໍ​ລະ​ກັນ ບຸນ​ຍາ​ລາດ ວ່າ­ການ​ຫົວ­ໜ້າ​ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ​ມະ­ຫາ­ຊົນ ສາ­ຂາ​ວັງ​ວຽງ.

error: Content is protected !!