ເປີດໂຕລາຍການໂທລະພາບສຳລັບເດັກກ່ອນໄວຮຽນ “ເຮືອນຂອງຂ້ອຍ”

    ລາຍການໂທລະພາບສຳລັບເດັກກ່ອນໄວຮຽນຊຸດໃໝ່ “ເຮືອນຂອງຂ້ອຍ” ແມ່ນໝາກຜົນຂອງການຮ່ວມມືອັນແໜ້ນແຟ້ນລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການອຸຍນີເຊັບ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ. 

    ລາຍການໂທລະພາບສຳລັບການພັດທະນາເດັກກ່ອນໄວຮຽນຊຸດໃໝ່ ແມ່ນມີທັງໝົດ 10 ຕອນ ສືບເນື່ອງຈາກຄວາມສໍາເລັດຂອງລາຍການໂທລະພາບສຳລັບເດັກກ່ອນໄວຮຽນ ບ້ານຂອງຂ້ອຍ ແລະ ຈະໄດ້ອອກອາກາດທາງໂທລະພາບແຫ່ງຊາດ ໂທລະພາບລາວສະຕາ ແລະ ສະຖານີໂທລະພາບຂອງກະຊວງສຶກສາທິການ ແລະ ກິລາ ຊ່ອງ 8 ຂອງສັນຍານດາວທຽມ ລາວເແຊັດ (LaoSat Channel 8) ແລະ ໂທລະພາບແຂວງຕ່າງໆ ລາຍການໂທລະພາບສໍາລັບເດັກກ່ອນໄວຮຽນຊຸດນີ້ ແມ່ນໄດ້ຮັບການສະໜັບສະໜູນ ຈາກລັດຖະບານຍີ່ປຸ່ນ ເພື່ອຕອບໂຕ້ກັບການລະບາດພະຍາດໂຄວິດ-19 ລາຍການນີ້ຍັງຈະໄດ້ເຜີຍແຜ່ໃນສື່ສັງຄົມອອນລາຍ ແລະ ຢູທູບ ອີກດ້ວຍ.

    ພິທີເປີດໂຕລາຍການໂທລະພາບສຳລັບເດັກກ່ອນໄວຮຽນ “ເຮືອນຂອງຂ້ອຍ” ຈັດຂຶ້ນໃນວັນທີ 25 ກັນຍາ 2020 ທີ່ໂຮງແຮມດອນຈັນພາເລດ ເປັນກຽດເຂົ້າຮ່ວມຂອງທ່ານນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍທ່ານນາງ ເພຍ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ ທ່ານ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!