ທາບທາມບຸກຄະລາກອນ ຄະນະບໍລິຫານງານພັກກະຊວງການເງິນ

ກອງ​ປະ­ຊຸມ​ທາບ​ທາມ​ບຸກ​ຄະ­ລາ​ກອນ ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ກະ­ຊວງ​ການ​ເງິນ ຮອບ II ຈັດ​ຂຶ້ນ​ວັນ​ທີ 24 ກັນ­ຍາ 2020 ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ສົມ​ດີ ດວງ​ດີ ກຳ­ມະ­ການ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ມີ​ຮອງ​ເລ­ຂາ​ຄະ­ນະ​ພັກ ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ຜູ້­ຕາງ­ໜ້າ​ຈາກ​ຄະ­ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ສະ­ມາ­ຊິກ​ພັກ​ສົມ­ບູນ​ເຂົ້າ​ຮ່ວມ.

ສະ­ຫາຍ ສົມ​ດີ ດວງ​ດີ ໄດ້​ສະ­ເໜີ​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການ­ເມືອງ​ຂອງ​ຄະ­ນະ​ພັກ​ກະ­ຊວງ​ການ​ເງິນ​ໂດຍ​ຫຍໍ້ ​ເພື່ອ​ໃຫ້​ບັນ­ດາ​ສະ­ມາ­ຊິກ​ພັກ​ໄດ້​ຮັບ​ຊາບ ເປັນ­ຕົ້ນ ການ​ປັບ­ປຸງ​ດ້ານ​ເນື້ອ​ໃນ​ຂອງ​ຮ່າງ​ເອ­ກະ­ສານ​ລາຍ​ງານ​ການ­ເມືອງ​ຂອງ​ອົງ­ຄະ​ນະ​ພັກ​ກະ­ຊວງ​ການ​ເງິນ​ໃຫ້​ຄົບ​ຖ້ວນ​ສົມ­ບູນ ເພື່ອ​ໃຫ້​ມີ​ຄວາມ​ຖືກ­ຕ້ອງ ສອດ­ຄ່ອງ​ກັບ​ສະ­ພາບ​ຄວາມ​ເປັນ​ຈິງ​ຂອງ​ວຽກ​ງານ​ຕ່າງໆ​ຂອງ​ກະ­ຊວງ​ການ​ເງິນ ເພື່ອ​ນຳ­ໄປ​ສະ­ເໜີ​ໃນ​ກອງ​ປະ­ຊຸມ​ໃຫຍ່​ຂອງ​ອົງ­ຄະ​ນະ​ພັກ​ກະ­ຊວງ​ການ​ເງິນ​ຄັ້ງ​ທີ III ທີ່​ຈະ​ຈັດ​ຂຶ້ນ​ໃນ​ມໍ່ໆ​ນີ້ ໂດຍ​ສະ­ເພາະ​ຄາດ­ໝາຍ​ສູ້​ຊົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກະ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ III ໃນ 5 ປີ ຕໍ່­ໜ້າ​ໃຫ້​ມີ​ຄວາມ​ລະ­ອຽດ ຄົບ​ຖ້ວນ ຈະ­ແຈ້ງ ລວມ​ທັງ​ການ​ຕີ​ລາ­ຄາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ II ຂອງ​ອົງ­ຄະ​ນະ​ພັກ​ກະ­ຊວງ​ການ​ເງິນ​ໄລ­ຍະ 5 ປີ (2016-2020) ໃຫ້​ມີ​ຜົນ­ສຳ­ເລັດ ເຊິ່ງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ກະ­ຊວງ​ການ​ເງິນ ໄດ້​ຈັດ​ຕັ້ງ​ເຜີຍ­ແຜ່ ເຊື່ອມ​ຊຶມ​ບັນ­ດາ​ແນວ­ທາງ ນະ­ໂຍ­ບາຍ​ຂອງ​ພັກ ມະ­ຕິ ຄຳ​ສັ່ງ ລະ­ບຽບ​ກົດ­ໝາຍ​ຂອງ​ລັດ ເປັນ­ຕົ້ນ ມະ­ຕິ 7 8 ແລະ 9 ສະ­ໄໝ​ທີ X ແລະ ມະ­ຕິ​ອື່ນໆ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ເພື່ອ​ໃຫ້​ສະ­ມາ­ຊິກ​ພັກ​ໄດ້​ກຳ​ແໜ້ນ ຮັບ​ຮູ້ ແລະ ເຂົ້າ­ໃຈ​ຢ່າງ​ເລີກ​ເຊິ່ງ ເພື່ອ​ແນ­ໃສ່​ຍົກ​ສູງ​ຄຸນ​ທາດ​ການ­ເມືອງ ຄຸນ­ສົມ­ບັດ​ສິນ​ທຳ​ປະ­ຕິ­ວັດ ແລະ ເສີມ​ຂະ­ຫຍາຍ​ຄວາມ​ຮູ້​ຄວາມ​ສາ­ມາດ​ຂອງ​ສະ­ມາ­ຊິກ​ພັກ-ພະ­ນັກ­ງານ​ໃຫ້​ດີ​ຂຶ້ນ ແລະ ບັນ­ດາ​ທິດ​ທາງ​ຄາດ­ໝາຍ​ສູ້​ຊົນ ແລະ ວຽກ​ງານ​ຈຸດ​ສຸມ​ໃນ​ການ​ນຳ­ພາ​ຂອງ​ຄະ­ນະ​ພັກ​ກະ­ຊວງ​ການ​ເງິນ​ໃນ​ໄລ­ຍະ 2021-2025 ໃຫ້​ມີ​ຜົນ­ສຳ­ເລັດ​ເປັນ​ກ້າວໆ.

ໃນ​ກອງ​ປະ­ຊຸມ ຍັງ​ໄດ້​ມີ​ການ​ຜ່ານ​ຮ່າງ​ບົດ​ສຳ​ຫຼວດ​ການ​ນຳ­ພາ​ລວມ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ກະ­ຊວງ ຜ່ານ​ມາດ­ຖານ​ເງື່ອນ­ໄຂ​ບຸກ​ຄະ­ລາ​ກອນ ຜູ້​ທີ່​ຈະ​ສະ­ໝັກ​ຮັບ​ເລືອກ​ຕັ້ງ​ໃນ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ຊຸດ​ໃໝ່ ແລະ ໄດ້​ດຳ­ເນີນ​ການ​ບ່ອນ​ບັດ​ທາບ​ທາມ​ບຸກ​ຄະ­ລາ​ກອນ ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ກະ­ຊວງ​ການ​ເງິນ​ຮອບ II ເພື່ອ​ເລືອກ­ເຟັ້ນ​ເອົາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ຜູ້​ມີ​ຄວາມ​ຮູ້ ຄວາມ​ສາ­ມາດ ແລະ ມີ​ເງື່ອນ­ໄຂ​ມາດ­ຖານ​ຢ່າງ​ຄົບ​ຖ້ວນ.

error: Content is protected !!