ເສບຢາ-ຫຼິນເກມ ເຄື່ອນໄຫວລັກຊັບ ຖືກຈັບດໍາເນີນຄະດີ

        ປັດຈຸບັນການດໍາລົງຊີວິດ ແມ່ນມີຄວາມຫຍຸ້ງຍາກສົມຄວນນອກຈາກສະພາບເສດຖະກິດທີ່ ໄດ້ຮັບຜົນກະທົບຈາກການລະບາດຂອງ COVID-19 ແລ້ວ ຍັງມີກະທົບຈາກຜົນຮ້າຍຂອງຢາເສບຕິດ ແລະ ລິດຂອງການພະນັນ (ເກມອອນລາຍ) ນໍາອີກ ເພາະທັງສອງຢ່າງນີ້ຖືກວ່າເປັນປັດໄຈທີ່ກໍ່ໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມກໍວ່າໄດ້ ເຊັ່ນດຽວກັບຄະດີຂອງທ້າວ ຄໍາສີ ອາຍຸ 25 ປີ ຢູ່ບ້ານໂນນສະຫວັນ ແລະ ທ້າວ ສໍາລານ ອາຍຸ 25 ປີ ຢູ່ ບ້ານໂຊກໃຫຍ່ທັງສອງຄົນຢູ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວລັກຊັບ ພົນລະເມືອງມາແຕ່ປີ 2018 ເພື່ອເອົາເງິນໄປຊື້ຢາບ້າມາເສບ ແລະ ຫຼິ້ນເກມສຸດທ້າຍຖືກເຈົ້າ ໜ້າທີ່ ປກສ ກຸ່ມວັງຊາຍ ກັກຕົວໄດ້ແລ້ວນໍາສົ່ງໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ ປກສ ເມືອງໄຊເສດຖາ ດໍາເນີນການສືບສວນ-ສອບສວນ ໃນວັນທີ 27 ກໍລະກົດ 2020 ພ້ອມຂອງກາງງາຊ້າງ 2 ຄູ່.

   ອີງຕາມຂໍ້ມູນຈາກ ເພຈຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ກຸ່ມວັງຊາຍ ໄດ້ໃຫ້ຮູ້ວ່າ: ກ່ອນການເຂົ້າກັກຕົວທັງສອງຄົນໃນ ເວລາປະມານ 15:30 ໂມງ ຂອງວັນທີ 10 ກໍລະ ກົດ 2020 ໄດ້ມີ ຜູ້ເສຍຫາຍ ຢູ່ບ້ານໂນນສະຫວັນ ເມືອງໄຊເສດຖາ ມາແຈ້ງຄວາມ ວ່າ: ເຮືອນຂອງຜູ້ກ່ຽວຖືກຄົນຮ້າຍງັດແງະແລ້ວລັກເອົາໂທລະພາບໄປ 1 ໜ່ວຍ ດັ່ງນັ້ນ ເຈົ້າໜ້າທີ່ ປກສ ກຸ່ມຈຶ່ງໄດ້ປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ເກີດ ເຫດຕົວຈິງ ຈຶ່ງສາມາດຮູ້ໄດ້ວ່າ: ເປົ້າໝາຍແມ່ນທ້າວ ຄໍາສີ ອາຍຸ 25 ປີ ຢູ່ບ້ານໂນນສະຫວັນ ເມືອງໄຊເສດຖາ ນວ ຈຶ່ງໄດ້ນໍາ ກໍາລັງວິຊາສະເພາະລົງຕິດຕາມ ແລະ ກັກຕົວຢູ່ເຮືອນຂອງທ້າວ ສໍາລານ ອາຍຸ 25 ປີ ບ້ານໂຊກໃຫຍ່ ເມືອງໄຊເສດຖາ ໃນວັນທີ 27 ກໍລະກົດ 2020 ແລ້ວສືບຕໍ່ ນໍາກັກຕົວທ້າວ ສໍາລານ ໄດ້ຢູ່ຖຽງນາຂອງຜູ້ກ່ຽວໃນວັນດຽວກັນຕາມການຊັດທອດ.

   ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ທ້າວ ສໍາລານ ໄດ້ຍອມຮັບສາລະພາບວ່າ: ໃນເດືອນມິຖຸນາ 2020 ຕົນກັບໝູ່ຄົນໜຶ່ງຢູ່ບ້ານດຽວກັນ ໄດ້ພາກັນຂີ່ລົດຈັກເຄື່ອນໄຫວລັກຊັບພົນລະເມືອງ ພໍຂີ່ລົດເລາະມາຮອດເຂດບ້ານໄຊສະຫວ່າງ ເມືອງໄຊທານີ ຈຶ່ງໄດ້ສັງເກດເຫັນເຮືອນວິນລາ 2 ຊັ້ນ ມີກໍາແພງຮົ້ວອ້ອມປະຕູບໍ່ໄດ້ລ໋ອກ ແລະ ບໍ່ມີຄົນອາໄສຢູ່ເຮືອນຈຶ່ງໄດ້ພາກັນປີນກໍາແພງຮົ້ວຂຶ້ນແລ້ວຍ່າງເຂົ້າໄປໃນເຮືອນ ແລ້ວໄດ້ເຫັນງາຊ້າງຕິດໂຊໄວ້ຝາ ເຮືອນ ຈໍານວນ 2 ຄູ່ ຈຶ່ງໄດ້ພາກັນລັກເອົາ 1 ຄູ່ ຫຼັງຈາກນັ້ນ ກໍເອົາໄປເຊື່ອງໄວ້ໃນເຮືອນຂອງຕົນ ຢູ່ ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນວ ຕົກມາຮອດວັນທີ 27 ກໍລະ ກົດ 2020 ຕົນ ແລະ ທ້າວ ຄໍາສີ ແລະ ໝູ່ອີກຄົນໜຶ່ງ ໄດ້ຊວນກັນຂີ່ລົດຈັກຂອງຕົນຊ້ອນ 3 ກັນໄປ ລັກເອົາງາຊ້າງຢູ່ເຮືອນຫຼັງເກົ່າອີກ ເທື່ອທີ 2 ໄດ້ອີກ 1 ຄູ່ ແລ້ວນໍາ ມາເຊື່ອງໄວ້ໃນເຮືອນຂອງຕົນຄື ເກົ່າ ລວມເປັນ 2 ຄູ່ ເພື່ອລໍຖ້າຂາຍ ແຕ່ບໍ່ທັນໄດ້ຂາຍ ຖືກ ປກສ ກຸ່ມວັງຊາຍເຂົ້າກັກຕົວພ້ອມງາ ຊ້າງ 2 ຄູ່ ສ່ວນເງິນທີ່ໄດ້ຈາກການລັກຊັບຜ່ານມາແມ່ນເອົາໄປ ຊື້ຢາບ້າມາເສບ ແລະ ຫຼິ້ນເກມຈົນໝົດ.

   ເຈົ້າໜ້າທີ່ ປກສ ເມືອງໄຊ ເສດຖາໃຫ້ຮູ້ວ່າ: ຜ່ານມາ ທ້າວ ສໍາລານ ເຄີຍຕ້ອງໂທດມາແລ້ວ 1 ຄັ້ງ ໃນຂໍ້ຫາລັກຊັບພົນລະເມືອງ (ລັກລົດຈັກ) ຖືກສານຕັດສິນຈໍາ ຄຸກ 1 ປີ ແລະ ທ້າວ ຄໍາສີ ກໍເຄີຍຕ້ອງໂທດມາແລ້ວ 1 ຄັ້ງ ໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ ຖືກສານຕັດສິນຈໍາຄຸກ 2 ປີ ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າ ທີ່ພວມເລັ່ງຕິດຕາມນໍາຈັບຕົວຜູ້ ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ ສ່ວນ ງາຊ້າງ 2 ຄູ່ ທີ່ເປັນຂອງກາງແມ່ນຈະໄດ້ມອບໃຫ້ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ນວ ສືບຕໍ່ດໍາເນີນຄະດີ.

error: Content is protected !!