
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 -2 ກັນຍາ 2026), ຕາງໜ້າບັນດາສະຫາຍການນຳພັກ, ລັດ, ແລະປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມນັບຖືຢ່າງສູງ ແລະຂໍສົ່ງຄວາມຢ້ຽມຢາມຖາມຂ່າວ, ໄມຕິຈິດມິດຕະພາບຖານສະຫາຍອ້າຍນ້ອງຮັກແພງສະໜິດສະໜົມ ມາຍັງບັນດາສະຫາຍ ການນຳພັກ, ລັດ, ແລະປະຊາຊົນລາວ.
ໃນວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງ ບາດິ່ງ ອັນເປັນປະຫວັດສາດ , ປະທານໂຮ່ຈິມິນ-ຜູ້ນຳທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ-ໄດ້ອ່ານສູນທອນພົດປະກາດເອກະລາດ, ສະຖາປະນາ ປະເທດ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ, ປະຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ເປີດສັງກາດໃໝ່ຂອງຊົນຊາດຫວຽດນາມ: ສັງກາດທີ່ເປັນເຈົ້າຂອງປະເທດຊາດ, ອິດສະລະພາບ, ເປັນເຈົ້າຂອງຊາຕາກຳຂອງຕົນ; ສັງກາດຂອງເອກະລາດແຫ່ງຊາດທີ່ຕິດພັນກັບສັງຄົມນິຍົມ.
ນັບແຕ່ຊ່ວງເວລາປະຫວັດສາດນັ້ນ, ໂດຍຖືເອົາສັດຈະທຳທີ່ວ່າ “ບໍ່ມີຫຍັງປະເສີດໄປກວ່າເອກະລາດ ແລະ ເສລີພາບ”, ພາຍໃຕ້ຄັນທຸງນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມໄດ້ຮ່ວມກັນປະຕິບັດສຳເລັດພາລະກິດແຫ່ງການປົດປ່ອຍຊາດ, ທ້ອນໂຮມປະເທດຊາດ; ຜ່ານຜ່າທຸກຄວາມຫຍຸ້ງຍາກຢ່າງອົງອາດກ້າແກ່ນເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະອິດສະຫຼະພາບຂອງປະເທດຊາດ, ສ້າງສາ ແລະ ພັດທະນາປະເທດ, ພ້ອມດຽວກັນນັ້ນ, ກໍປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະໃນໂລກ.
ພາຍຫຼັງກວ່າ 40 ປີແຫ່ງການປະຕິບັດການປ່ຽນແປງໃໝ່ອັນຍິ່ງໃຫຍ່, ເຊິ່ງລິເລີ່ມ ແລະ ນຳພາໂດຍພັກກອມມູນິດຫວຽດນາມ, ເຖິງແມ່ນວ່າສະພາບການຂອງໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ພື້ນຖານເສດຖະກິດຫວຽດນາມຍັງຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບທີ່ສູງສົມຄວນ, ດ້ວຍອັດຕາສ່ວນການເຕີບໂຕສະເລ່ຍປະມານ 7% ຕໍ່ປີ.
ໃນປີ 1986, ເມື່ອເລີ່ມປະຕິບັດພາລະກິດປ່ຽນແປງໃໝ່, ຫວຽດນາມ ຍັງເປັນປະເທດທີ່ຂາດເຂີນ, ລາຍຮັບຕໍ່ຫົວຄົນຕ່ຳກ່ວາ 100 ໂດລາສະຫະລັດ/ປີ. ມາຮອດປິ 2025, ຂອບຂະໜາດເສດຖະກິດຂອງຫວຽດນາມໄດ້ບັນລຸ 514 ຕື້ ໂດລາສະຫະລັດ, ຢູ່ອັນດັບທີ 32 ໃນໂລກ; GDP ຕໍ່ຫົວຄົນບັນລຸ 5000 ໂດລາສະຫະລັດ/ຄົນ/ປີ. ເສດຖະກິດມະຫາພາກມີສະຖຽນລະພາບ, ຄວບຄຸມໄດ້ອັດຕາເງິນເຟີ້ຢູ່ລະດັບ 3,31%, ບັນດາຄວາມດຸ່ນດ່ຽງທີ່ສຳຄັນໄດ້ຮັບການຮັບປະກັນ.
ລວມຍອດມູນຄ່ານຳເຂົ້າ-ສົ່ງອອກບັນລຸ 930 ຕື້ ໂດລາສະຫະລັດ, ເຮັດໃຫ້ຫວຽດນາມເຂົ້າໃນກຸ່ມ 20 ປະເທດທີ່ມີຂະໜາດການຄ້າໃຫຍ່ທີ່ສຸດຢູ່ໃນໂລກ, ເກີນດຸນຫຼາຍກວ່າ 20 ຕື້ ໂດລາສະຫະລັດ. ທຶນ FDI ທີ່ໄດ້ຈົດທະບຽນບັນລຸເກືອບ 39 ຕື້ ໂດລາສະຫະລັດ, ອັດຕາສ່ວນຄອບຄົວທຸກຍາກຫຼຸດລົງຍັງແຕ່ 1,3%.
ພ້ອມດຽວກັນນັ້ນ, ປີ 2025 ຈະຖືກບັນທຶກໄວ້ໃນປະຫວັດສາດຂອງການປະຕິຮູບການບໍລິຫານ ລັດຫວຽດນາມ ຄືວ່າເປັນຂີດໝາຍທີ່ສຳຄັນເປັນພິເສດ, ຍ້ອນວ່າການຈັດຕັ້ງປະຕິບັດການປະຕິວັດໃນການຈັດຕັ້ງສັບຊ້ອນ ແລະ ປັບປຸງກະທັດຮັດໂຄງສ້າງການຈັດຕັ້ງກົງຈັກໃນຂອບຂະໜາດໃຫຍ່ທີສຸດນັບແຕ່ກ່ອນຈົນມາຮອດປັດຈຸບັນ ແລະ ເປັນຄັ້ງທຳອິດທີ່ດຳເນີນຮູບແບບການປົກຄອງທ້ອງຖິ່ນສອງຂັ້ນ, ສ້າງພື້ນຖານທີ່ສຳຄັນສຳລັບການປ່ຽນແປງໃໝ່ໃນການປົກຄອງບໍລິຫານປະເທດຊາດ, ການແບ່ງຂັ້ນຄຸ້ມຄອງ, ການແບ່ງອຳນາດ ແລະ ການພັດທະນາແບບຍືນຍົງໃນໄລຍະໃໝ່.
ໃນຕົ້ນປີ 2026, ຫວຽດນາມກໍໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV ດ້ວຍຜົນສຳເລັດຢ່າງຈົບງາມ ແລະ ໄດ້ເລືອກຕັ້ງຜູ້ແທນເຂົ້າສະພາແຫ່ງຊາດຊຸດທີ XVI. ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ກຳນົດແນວຄິດ, ວິໄສທັດ ແລະ ນະໂຍບາຍຊີ້ຂາດທີ່ມີລັກສະນະຍຸດທະສາດເພື່ອນຳພາປະເທດກ້າວໄປຢ່າງເຂັ້ມແຂງແຮງກ້າໃນສັງກາດໃໝ່; ນັ້ນຄື: ບັນລຸບັນດາເປົ້າໝາຍການພັດທະນາແຫ່ງຊາດຢ່າງສຳເລັດຜົນພາຍໃນປີ 2030, ເພື່ອກາຍເປັນປະເທດກຳລັງພັດທະນາທີ່ມີພື້ນຖານອຸດສາຫະກຳທີ່ທັນສະໄໝ ແລະ ມີລາຍໄດ້ປານກາງສູງ, ເມື່ອສະເຫຼີມສະຫຼອງການສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 100 ປີ (1930-2030); ແລະ ຫັນວິໄສທັດການພັດທະນາ ຮອດປີ 2045 ໃຫ້ປະກົດຜົນເປັນຈິງ ເພື່ອກາຍເປັນປະເທດທີ່ພັດທະນາ ແລະ ມີລາຍໄດ້ສູງ ຕາມທິດສັງຄົມນິຍົມ, ເພື່ອສະຫຼອງ ວັນສະຖາປະນາ ປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ຄົບຮອບ 100 ປີ (1945-2045).
ເພື່ອຫັນ 12 ທິດທາງ, 6 ໜ້າທີ່ຈຸດສຸມ ແລະ 3 ບາດກ້າວບຸກທະລຸຍຸດທະສາດໃຫ້ປະກົດຜົນເປັນຈິງ, ທົ່ວພັກ, ກອງທັບ, ແລະ ປະຊາຊົນຫວຽດນາມໄດ້ຕັດສິນໃຈ, ບຸກບືນພະຍາຍາມ ແລະ ບັນລຸໄດ້ຜົນສຳເລັດທີ່ໂດດເດັ່ນຫຼາຍຢ່າງ. ໃນຫົກເດືອນຕົ້ນປີ 2026, ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາໄວ້ຢ່າງໜັກແໜ້ນ; ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ; ຄວບຄຸມໄດ້ອັດຕາເງິນເຟີ້; ການພັດທະນາພື້ນຖານໂຄງລ່າງມີບາດກ້າວບຸກທະລຸຫຼາຍຢ່າງ; ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ, ແລະ ການຫັນເປັນດີຈີຕອນສືບຕໍ່ມີຄວາມກ້າວໜ້າໃໝ່; ຂົງເຂດວັດທະນະທໍາ ແລະ ສັງຄົມສືບຕໍ່ໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການສົ່ງເສີມ; GDP ເພີ່ມຂຶ້ນ 8.18%, ເຊິ່ງເປັນອັດຕາສູງສຸດເມື່ອທຽບກັບໄລຍະດຽວກັນນັບຕັ້ງແຕ່ປີ 2011; ລວມຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າບັນລຸ 549.69 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 27.1%. ທຶນ FDI ທີ່ລົງທະບຽນທັງໝົດບັນລຸຫຼາຍກວ່າ 34.6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 61% ເມື່ອທຽບກັບໄລຍະດຽວກັນໃນປີ 2025.
ດ້ານວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ, ຫວຽດນາມ ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບໃນການພົວພັນຕ່າງປະເທດ; ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ ບົນຈິດໃຈເປັນເພື່ອນມິດ, ຄູ່ຮ່ວມມືທີ່ໜ້າເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບສູງໃນປະຊາຄົມສາກົນ.
ຫວຽດນາມໄດ້ເປັນເຈົ້າການ ແລະ ຕັ້ງໜ້າໃນການເຊື່ອມໂຍງສາກົນ, ເຂົ້າຮ່ວມໃນບັນດາກົນໄກການຮ່ວມມືພາກພື້ນ ແລະ ທົ່ວໂລກນັບມືນັບເລິກເຊິ່ງ, ໃນນັ້ນ, ໄດ້ສ້າງຕັ້ງສາຍພົວພັນການທູດກັບ 194 ປະເທດໃນທົ່ວໂລກ (ລວມສະມາຊິກສະຫະປະຊາຊາດທັງໝົດ 193 ປະເທດ); ໄດ້ຍົກລະດັບສາຍພົວພັນກັບອີກ 6 ປະເທດ, ເຮັດໃຫ້ຈຳນວນຄູ່ຮ່ວມມືຮອບດ້ານ ຫຼື ສູງກວ່ານັ້ນເພີ່ມຂຶ້ນເປັນ 45 ປະເທດ, ໃນນັ້ນມີທັງໝົດ 5 ປະເທດທີ່ເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.
ເມື່ອບໍ່ດົນມານີ້, ຫວຽດນາມກໍໄດ້ເປັນເຈົ້າພາບຈັດບັນດາເຫດການລະດັບພາກພື້ນ ແລະ ສາກົນ ຢ່າງມີຜົນສຳເລັດ, ໂດຍສະເພາະແມ່ນ: ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍໂລກ 2030 (P4G) ຄັ້ງທີ 4, ພິທີລົງນາມ ແລະ ກອງປະຊຸມຜູ້ອາວຸໂສກ່ຽວກັບສົນທິສັນຍາສະຫະປະຊາຊາດກ່ຽວກັບການຕ້ານອາຊະຍາກຳທາງອິນເຕີເນັດ ແລະ ເວທີປາໄສອະນາຄົດອາຊຽນຄັ້ງທີ 3 ທີ່ນະຄອນຫຼວງຮ່າໂນ້ຍ.
ພິເສດ, ດ້ວຍຄວາມໄວ້ວາງໃຈຈາກເພື່ອນມິດສາກົນ, ຫວຽດນາມສືບຕໍ່ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດຂອງສະຫະປະຊາຊາດອີກສະໄໝໜຶ່ງ ໄລຍະ 2026-2028, ແລະ ໃນປີ 2027, ຫວຽດນາມຈະເປັນເຈົ້າພາບຈັດກອງປະຊຸມ ແລະການເຄື່ອນໄຫວຕ່າງໆໃນ ປີ APEC 2027 ເປັນຄັ້ງທີສາມ.
ເມື່ອຫວນຄືນໄລຍະທາງໃນ 8 ທົດສະວັດທີ່ຜ່ານມາ, ປະຊາຊົນຫວຽດນາມຍັງເຂົ້າໃຈຢ່າງເລິກເຊິ່ງວ່າບັນດາຜົນສຳເລັດໃນປັດຈຸບັນບໍ່ພຽງແຕ່ເປັນຜົນມາຈາກຄວາມຕັ້ງໝັ້ນ, ມານະຈິດ, ແລະ ການເສຍສະຫຼະຂອງຄົນຫວຽດນາມຫຼາຍລຸ້ນເທົ່ານັ້ນ, ຫວຽດນາມ ຍັງໄດ້ຮັບການຮ່ວມໃຈ, ສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນ, ພິເສດແມ່ນຄວາມສາມັກຄີ ແລະ ການສະໜັບສະໜູນອັນໃຫຍ່ຫຼວງ, ບໍ່ເຫັນແກ່ຕົວ, ແລະ ສຸດອົກສຸດໃຈຂອງພັກ, ລັດ, ແລະ ປະຊາຊົນລາວອ້າຍນ້ອງ.
ປະຊາຊົນຫວຽດນາມບໍ່ມີວັນລືມການຊ່ວຍເຫຼືອຂອງປະຊາຊົນລາວຕໍ່ພະນັກງານ ແລະ ນັກຮົບຫວຽດນາມໃນຊ່ວງເວລາສົງຄາມ, ກໍຄືປະຊາຊົນລາວຍັງຈື່ຈຳບັນດາລູກຫຼານຫວຽດນາມທີ່ໄດ້ຕໍ່ສູ້ ແລະ ເສຍສະລະຊີວິດຢູ່ໃນດິນແດນລາວເພື່ອເອກະລາດ ແລະ ອິດສະຫຼະພາບຂອງທັງສອງຊາດ. ນີ້ແມ່ນການຮ່ວມທຸກຮ່ວມສຸກລະຫວ່າງຜູ້ທີ່ເປັນສະຫາຍ, ອ້າຍນ້ອງ; ແມ່ນຄວາມຮັກແພງທີ່ໄດ້ທົດສອບດ້ວຍຄວາມຫຍຸ້ງຍາກ ແລະ ເພີ່ມພູນຄູນສ້າງດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງຄົນຫວຽດນ – ລາວຫຼາຍລຸ້ນ. ດັ່ງນັ້ນ, ທຸກໆຜົນສຳເລັດຂອງຫວຽດນາມໃນປັດຈຸບັນລ້ວນແຕ່ມີການປະກອບສ່ວນອັນລ້ຳຄ່າຈາກປະຊາຊົນລາວ ແລະ ທຸກໆບາດກ້າວໃນການພັດທະນາຂອງລາວກໍເປັນຄວາມມ່ວນຊື່ນດີໃຈ ຂອງພັກ, ລັດ, ແລະ ປະຊາຊົນຫວຽດນາມ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຮູ້ບູນຄຸນຢ່າງເລິກເຊິ່ງມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ຕໍ່ກັບຄວາມສາມັກຄີ, ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຫວຽດນາມ ຕະຫຼອດໄລຍະການຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.
ຂ້າພະເຈົ້າກໍຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ບັນດາທ້ອງຖິ່ນຂອງລາວ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂອັນສະດວກໃຫ້ແກ່ວົງຄະນະຍາດຊາວຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ທໍາມາຫາກິນຢູ່ລາວ; ເພື່ອໃຫ້ເຂົາເຈົ້າສາມາດ ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດຂອງລາວ ແລະ ກາຍເປັນຂົວຕໍ່ມິດຕະພາບຢ່າງແໜ້ນແຟ້ນລະຫວ່າງສອງຊາດ.
ສາຍພົວພັນຫວຽດນາມ-ລາວ ແມ່ນສາຍພົວພັນທີ່ພິເສດ, ເຊິ່ງໄດ້ຮັບການກໍ່ຕັ້ງໂດຍກົງຂອງປະທານ ໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ແລະໄດ້ຮັບການເພີ່ມພູນຄູ້ນສ້າງໂດຍຜູ້ນຳ ແລະ ປະຊາຊົນສອງປະເທດຫຼາຍລຸ້ນຕໍ່ໆໄປ. ສາຍພົວພັນນັ້ນໄດ້ຮັບການຫຼໍ່ຫຼອມຜ່ານການທົດສອບຂອງປະຫວັດສາດ ແລະ ໄດ້ກາຍເປັນ ເປັນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ ແລະເປັນແຫຼ່ງກໍາລັງອັນໃຫຍ່ຫຼວງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.
ໃນໄລຍະປັດຈຸບັນ, ຄວາມຕ້ອງການຕັ້ງຂຶ້ນແມ່ນຕ້ອງສືບຕໍ່ຄຽງບ່າຄຽງໄຫຼ່ເພື່ອຮ່ວມກັນພັດທະນາ, ຮ່ວມກັນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮ່ວມກັນຍົກສູງຖານະບົດບາດຂອງແຕ່ລະປະເທດໃນສະພາບການຂອງໂລກທີ່ກຳລັງມີການປ່ຽນແປງຢ່າງໄວວາ. ທ້າຍປີ 2025, ຫວຽດນາມ ແລະ ລາວ ໄດ້ເປັນເອກະພາບຕົກລົງເພີ່ມເນື້ອໃນ “ຫຸ້ນສ່ວນຍຸດທະສາດ”, ເຊິ່ງເຮັດໃຫ້ຂອບຂອງສາຍພົວພັນກາຍເປັນສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ”.
“ຫຸ້ນສ່ວນຍຸດທະສາດ” ນະທີ່ນີ້ບໍ່ພຽງແຕ່ເປັນການເພີ່ມປ່ຽນຊື່ເທົ່ານັ້ນ, ແຕ່ຍັງເປັນການພັດທະນາໃໝ່ໃນຄຸນນະພາບຂອງສາຍພົວພັນລະຫວ່າງສອງປະເທດ, ນັ້ນແມ່ນການເປັນຫຸ້ນສ່ວນດ້ານວິໄສທັດ ແລະ ຜົນປະໂຫຍດການພັດທະນາຍາວນານ; ຫຸ້ນສ່ວນລະຫວ່າງສະຖຽນລະພາບ, ຄວາມໝັ້ນຄົງ, ການພັດທະນາຂອງແຕ່ລະປະເທດ; ຫຸ້ນສ່ວນລະຫວ່າງສອງພື້ນຖານເສດຖະກິດ ແລະ ພື້ນທີ່ການພັດທະນາ; ສິ່ງທີ່ສຳຄັນທີ່ສຸດແມ່ນຫຸ້ນສ່ວນອະນາຄົດຂອງສອງຊາດບົນພື້ນຖານຂອງຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ແລະ ມີຜົນປະໂຫຍດຮ່ວມກັນ.
ບ່ອນອີງພື້ນຖານຂອງການພົວພັນດ້ານການເມືອງສຶບຕໍ່ໄດ້ຮັບການປັບປຸງຢ່າງໜັກແໜ້ນ, ສະໜິດສະໜົມ, ຄວາມໄວ້ເນື້ອເຊື່ອໃຈ, ເປັນແກນກາງຫຼັກແຫຼ່ງກຳນົດທິດສັງລວມໃຫ້ແກ່ສາຍພົວພັນ ລະຫວ່າງສອງປະເທດ, ປະສານສົມທົບຢ່າງໜັກແໜ້ນໃນບັນດາວຽກງານກ່ຽງກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ. ເສົາຄໍ້າການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ນັບມື້ສະໜິດແໜ້ນ, ເລິກເຊິ່ງ, ແລະ ເປີດກວ້າງຮອບດ້ານ; ປະສານສົມທົບຢ່າງໜັກແໜ້ນ, ມີປະສິດທິຜົນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນທີ່ສຳຄັນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍສັງຄົມໃນແຕ່ລະປະເທດ; ຍົກສູງຖານະບົດບາດ ແລະ ກຽດສັກສີຂອງທັງຫວຽດນາມ ແລະ ລາວໃນເວທີພາກພື້ນ ແລະສາກົນ.
ການຮ່ວມມືດ້ານລົງທຶນ, ການຄ້າໄດ້ຮັບການເອົາໃຈໃສ່ຊຸກຍູ້ຈາກທັງສອງຝ່າຍ, ມີຫຼາຍການຫັນປ່ຽນຢ່າງແຂງແຮງ, ຫັນໄປສູ່ປະສິດທິພາບ ແລະ ແທດຈິງ. ຫວຽດນາມສືບຕໍ່ເປັນໜຶ່ງໃນບັນດານັກລົງທຶນ, ຄູ່ຮ່ວມມືດ້ານການຄ້າທີ່ໃຫຍ່ທີ່ສຸດຢູ່ລາວ, ລວມທຶນຈົດທະບຽນທັງໝົດຫຼາຍກວ່າ 7 ຕື້ໂດລາສະຫະລັດ. ໃນ 7 ເດືອນຕົ້ນຂອງປີ 2026, ບັນດາວິສາຫະກິດຫວຽດນາມໄດ້ດຳເນີນ ໂຄງການລົງທຶນໃໝ່ 18 ໂຄງການຕື່ມອີກໃນຕະຫຼາດລາວ, ທຶນຈົດທະບຽນທັງໝົດຫຼາຍກວ່າ 300 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 2.2 ເທົ່າທຽບກັບໄລຍະດຽວກັນຂອງປີ 2025); ຍອດມູນຄ່າການຄ້າສອງຝ່າຍບັນລຸປະມານ 1.47 ຕື້ໂດລາສະຫະລັດ ແລະ ສືບຕໍ່ຮັກສາລະດັບການເຕີບໂຕຢ່າງຕັ້ງໜ້າ, ໃນນັ້ນ, ຫວຽດນາມຂາດດຸນການຄ້າຫຼາຍກວ່າ 635 ລ້ານໂດລາສະຫະລັດ ຈາກການນໍາເຂົ້າສີນຄ້າຂອງລາວ.
ສອງປະເທດກຳລັງຢືນຢູ່ຕໍ່ໜ້າກາລະໂອກາດໃຫຍ່ຫຼວງ ເພື່ອສ້າງບາດກ້າວຫັນປ່ຽນທີ່ແຂງແຮງໃນການເຊື່ອມຈອດສອງພື້ນຖານເສດຖະກິດ, ໂດຍສະເພາະແມ່ນຜ່ານບັນດາໂຄງການຍຸດທະສາດເຊັ່ນ: ທ່າເຮືອສາກົນວຸງອ໋າງ, ທາງລົດໄຟວຽງຈັນ-ວຸງອ໋າງ, ທາງດ່ວນຮ່າໂນ້ຍ-ວຽງຈັນ, ການເຊື່ອມຕໍ່ລະບົບພະລັງງານ, ແລະ ບັນດາແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ເປົ້າໝາຍໃນໄລຍະຍາວນານແມ່ນເຊື່ອມຕໍ່ພື້ນຖານເສດຖະກິດສອງປະເທດ, ຂະຫຍາຍພື້ນທີ່ການພັດທະນາຂອງທັງສອງປະເທດ; ຊ່ວຍລາວເສີມຂະຫຍາຍທ່າແຮງທາງພູມີສາດເສດຖະກິດໃຫ້ດີຂື້ນ; ເພີ່ມທະວີຄວາມສາມາດໃນການເຊື່ອມຕໍ່ກັບທະເລ ແລະ ບັນດາສູນກາງເສດຖະກິດຂອງພາກພື້ນ; ພ້ອມກັນນັ້ນ, ສ້າງລະບົບຕ່ອງໂສ້ການຜະລິດ, ການຄ້າ ແລະ logistics ໃໝ່ ທີ່ທັງຫວຽດນາມ ແລະ ລາວ ຈະໄດ້ຮັບຜົນປະໂຫຍດ.
ການຮ່ວມມືໃນດ້ານການສຶກສາ-ກໍ່ສ້າງ, ພັດທະນາຊັບພະຍາກອນມະນຸດ ແລະ ວັດທະນະທຳ ສືບຕໍ່ໄດ້ຮັບການເອົາໃຈໃສ່, ມີຄວາມໝາຍໃນໄລຍະຍາວ. ນັກສຶກສາ, ນັກຮຽນລາວຫຼາຍພັນຄົນ ແລະ ພະນັກງານລາວຫຼາຍລຸ້ນຄົນທີ່ໄດ້ຮັບການສຶກສາ, ຄົ້ນຄວ້າຢູ່ຫວຽດນາມ ກຳລັງປະກອບສ່ວນອັນສຳຄັນເຂົ້າໃນການກໍ່ສ້າງ ແລະ ພັດທະນາປະເດທລາວ. ໃນເວລາດຽວກັນ, ຄົນຫວຽດນາມທີ່ມາສຶກສາຄົ້ນຄວ້າ, ຮໍ່າຮຽນ, ເຮັດວຽກຢູ່ໃນລາວ ນັບມື້ນັບຫຼາຍຂຶ້ນ. ບຸກຄົນເຫຼົ່ານີ້ຈະສືບຕໍ່ມູນເຊື້ອປະຫວັດສາດ, ນຳເອົາສາຍພົວພັນໄມຕີຈິດອັນພິເສດລະຫວ່າງສອງຊາດເຂົ້າສູ່ຊີວິດປະຈຳວັນຂອງຄົນລຸ້ນຫຼັງ.
ຄຽງຄູ່ກັນນັ້ນ, ບັນດາທ້ອງຖິ່ນຂອງສອງປະເທດ, ແລະ ບັນດາສະມາຄົມມິດຕະພາບຫວຽດນາມ-ລາວ, ລາວ -ຫວຽດນາມ ແຕ່ສູນກາງຮອທ້ອງຖິ່ນ, ກໍຈັດຕັ້ງການເຄື່ອນໄຫວແລກປ່ຽນວັດທະນະທຳ ແລະ ກິລາທີ່ມີຊີວິດຊີວາເປັນປະຈຳ, ກາຍເປັນຂົວຕໍ່ເພື່ອເຊື່ອມຈອດປະຊາຊົນຂອງສອງປະເທດ.
ເຖິງວ່າສະພາບການຂອງໂລກກຳລັງເຂົ້າສູ່ໄລຍະແຫ່ງການຜັນແປຢ່າງເລິກເຊິ່ງ, ແຕ່ຄຸນຄ່າ ແລະ ຄວາມສຳຄັນຂອງສາຍພົວພັນຫວຽດນາມ-ລາວ ບໍ່ເຄີຍຫຼຸດລົງ; ຫາກຍັງນັບມື້ນັບສຳຄັນກວ່າເກົ່າ.
ອີກເທື່ອໜຶ່ງ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍຢືນຢັນວ່າ ຈະສະຫງວນບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນ, ການຮ່ວມມື ຫວຽດນາມ-ລາວ. ສະຖຽນລະພາບ, ການພັດທະນາ ແລະ ຜົນສຳເລັດຂອງລາວ ລ້ວນແຕ່ມີຄວາມໝາຍຍຸດທະສາດຕໍ່ຫວຽດນາມ; ກໍຄື ປະເທດຫວຽດນາມ ທີ່ມີສັນຕິພາບ, ສະຖຽນລະພາບ ແລະພັດທະນາ ຈະເປັນເງື່ອນໄຂທີ່ສ້າງຄວາມສະດວກໃຫ້ແກ່ພາລະກິດສ້າງສ້າ ແລະ ພັດທະນາຂອງລາວ.
ເຖິງແມ່ນວ່າສະພາບການພາກພື້ນ ແລະ ໂລກກຳລັງຜັນແປຢ່າງສັບສົນ, ບໍ່ສາມາດຄາດຄະເນໄດ້, ໃນສະພາບການໃດກໍຕາມ, ພວກຂ້າພະເຈົ້າເຊື່ອໝັ້ນຢ່າງວ່າສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຈະສືບຕໍ່ຄຽງບ່າຄຽງໄລ, ຈິງໃຈແບ່ງປັນບົດຮຽນປະສົບການ; ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງເຕັມທີ່; ຮ່ວມກັນແກ້ໄຂອຸປະສັກອຸດຕັນໃນການຮ່ວມມື; ຫັນປ່ຽນຄວາມໄວ້ເນື້ອເຊື່ອໃຈພິເສດທາງການເມືອງມາເປັນບັນດາຜົນສຳເລັດການພັດທະນາເປັນຮູບປະທຳ, ເຮັດໃຫ້ສາຍພົວພັນຫວຽດນາມ-ລາວບໍ່ພຽງແຕ່ມີຄວາມພິເສດຍ້ອນປະຫວັດສາດເທົ່ານັ້ນ, ແຕ່ຍັງມີຄວາມພິເສດຍ້ອນປະສິດທິພາບໃນການຮ່ວມມື ແລະ ຜົນປະໂຫຍດແທດຈິງທີ່ສາຍພົວພັນນີ້ນຳມາສູ່ປະຊາຊົນສອງປະເທດໃນປັດຈຸບັນ ກໍຄືໃນອະນາຄົດ.
ນັ້ນກໍເປັນວິທີທີ່ດີທີ່ສຸດ ເພື່ອໃຫ້ຄົນລຸ້ນປັດຈຸບັນປົກປັກຮັກສາ ແລະ ສົ່ງຕໍ່ຊັບສິນອັນລ້ຳຄ່າທີ່ບັນພະບຸລຸດຂອງສອງຊາດໄດ້ສ້າງຂຶ້ນດ້ວຍຄວາມພະຍາຍາມຢ່າງຫຼວງຫຼາຍໃຫ້ແກ່ຄົນລຸ້ນຫຼັງ. ຂ້າພະເຈົ້າເຊື່ອໝັ້ນວ່າຄວາມສາມັກຄີພິເສດ ຫວຽດນາມ-ລາວ ຈະ “ ເລິກເຊິ່ງກວ່າແມ່ນໍ້າຮົ່ງຮ່າ, ແມ່ນໍ້າຂອງ” ແລະ “ໝັ້ນຄົງຍືນຍົງຍິ່ງກວ່າພູເຂົາ, ຍິ່ງກວ່າແມ່ນໍ້າ ໄປຊົ່ວກາລະນານ” ແລະ “ຫອມຫວນກວ່າດອກໄມ້ຊະນິດໃດທີ່ຫອມຫວນທີ່ສຸດ,” ດັ່ງທີ່ບັນດາຜູ້ນຳຂອງສອງປະເທດພວກເຮົາປາດຖະໜາມາຕະຫຼອດ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນມາຍັງພັກ, ລັດ, ແລະ ປະຊາຊົນລາວອ້າຍນ້ອງ ຈົ່ງສືບຕໍ່ປະສົບຜົນສຳເລັດໃໝ່ອັນໃຫຍ່ຫຼວງກວ່າເກົ່າ; ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຢ່າງມີໄຊ.
ຂໍອວຍພອນໃຫ້ປະເທດລາວຈົ່ງນັບມື້ໄດ້ຮັບການພັດທະນາຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ; ປະຊາຊົນລາວອ້າຍນ້ອງມີຊີວິດການເປັນຢູ່ທີ່ນັບມື້ອີ່ມໜຳສຳລານ ແລະມີຄວາມສຸກຕະຫຼອດໄປ; ຖານະບົດບາດ ແລະ ອິດທິພົນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ໄດ້ການຍົກສູງຂຶ້ນໃນພາກພື້ນ ແລະໂລກ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ – ລາວ ຈະໝັ້ນຄົງຂະໜົງແກ່ນໄປຊົ່ວກະລະນານ.
ຂໍຂອບໃຈບັນດາສະຫາຍ ແລະເພື່ອນມິດທີ່ຮັກແພງ!