ກອງປະຊຸມ ສື່ມວນຊົນ ອາຊີ-ປາຊີຟິກ” (Asia-Pacific Media Forum) ໄຂຂຶ້ນຢ່າງເປັນທາງການພາຍໃຕ້ຫົວຂໍ້ “ການສ້າງປະຊາຄົມອາຊີ-ປາຊີຟິກເພື່ອແບ່ງປັນເສັ້ນທາງສູ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ຄວາມເຫັນເປັນເອກະພາບຂອງສື່ ແລະ ການປະຕິບັດ ໃນ ວັນທີ 5 ກັນຍາ 2026 ທີ່ ເມືອງເຊິນເຈິ້ນ ມົນທົນກວາງຕຸ້ງ ປະເທດຈີນມີ ທ່ານ ຫຼີຊູເລີຍ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ທ່ານ Lyu Yangsong ຫົວໜ້າບັນນາທິການໃຫຍ່ສຳນັກຂ່າວຊິນຫົວ ພ້ອມດ້ວຍຜູ້ນໍາ ແລະ ຕົວແທນລະດັບສູງຈາກອົງ ການສະຫະປະຊາຊາດ ກະຊວງການປ່ຽນແປງດິນຟ້າອາ ກາດປາກິດສະຖານ ສຳນັກຂ່າວ CNN ແລະ ອົງການອື່ນໆຫຼາຍກວ່າ400 ທ່ານ ຈາກ 42 ປະເທດ ເຂົ້າຮ່ວມ.

ກອງປະຊຸມ ສື່ມວນຊົນ ອາຊີ-ປາຊີຟິກ” ໃນຄັ້ງນີ້ ຖືເປັນເຫດການສຳຄັນເນື່ອງໃນໂອກາດທີ່ປີ 2026 ເປັນ “ປີເອເປັກຂອງຈີນ” (APEC “China Year”) ກ່ອນທີຈະຈັດກອງປະຊຸມຜູ້ນຳເຂດເສດຖະກິດເອເປັກຄັ້ງທີ 33 ຈະຈັດຂຶ້ນຢູ່ເມືອງເຊິນເຈິ້ນ ໃນເດືອນພະຈິກ ປີດຽວກັນ ເພື່ອແລກປ່ຽນທັດສະນະ ແລະ ຮ່ວມມືກັນແກ້ໄຂສິ່ງທ້າທາຍໃນຍຸກປັດຈຸບັນ.


ກອງປະຊຸມ ສື່ມວນຊົນ ອາຊີ-ປາຊີຟິກ”ໄດ້ປຶກສາຫາລືໃນ 4 ຫົວຂໍ້ຍ່ອຍ: 1.ການພັດທະນາ ອາຊີ-ປາຊີຟິກ: ໂອ ກາດໃໝ່ເພື່ອການເປີດກວ້າງ ນະວັດຕະກຳ ແລະ ຄວາມຮ່ວມມື2. ການປ່ຽນແປງຂອງ ອາຊີ-ປາຊີຟິກ: ເສັ້ນທາງໃໝ່ສູ່ລະບົບດີຈີຕອນ ເທັກໂນໂລຊີອັດສະລິຍະ ແລະ ການພັດທະນາທີ່ເປັນມິດ ກັບສິ່ງແວດລ້ອມ 3.ການສື່ສານໃນ ອາຊີ-ປາຊີຟິກ: ວິໄສທັດໃໝ່ເພື່ອຄວາມເທົ່າທຽມ ການຮຽນຮູ້ເຊິ່ງກັນແລະກັນ ການເສວະນາ ແລະ ການເປີດຮັບຄວາມຫຼາກຫຼາຍ 4.ເລື່ອງລາວຂອງເຊິນເຈິ້ນ ກັບການສ້າງຄວາມທັນສະໄໝແບບຈີນເພື່ອແນໃສ່ປຶກສາຫາລືການຮ່ວມມື ແລະ ນະວັດຕະກໍາໃນພາກພື້ນອາຊີ-ປາຊີຟິກ ການປ່ຽນແປງໃນອຸດສາຫະກໍາສື່ມວນຊົນໃນຍຸກປັນຍາປະດິດ (AI) ໂອກາດ ແລະ ຄວາມທ້າທາຍໃນຍຸກເຕັກໂນໂລຊີດີຈີຕອນ ແລະ ປັນຍາປະດິດ ຕະຫຼອດຮອດການແລກປ່ຽນລະຫວ່າງປະຊາຊົນກັບປະຊາຊົນທົ່ວພາກພື້ນອາຊີ-ປາຊີຟິກ ໂດຍມີຈຸດປະສົງເພື່ອສ້າງເວທີການຮ່ວມ ມືຂອງສື່ມວນຊົນອາຊີ-ປາຊີຟິກ ໃຫ້ເປັນລະບົບ ແລະ ຢ່າງເປັນປະຈໍາສົ່ງເສີມສື່ມວນຊົນໃນພາກພື້ນຮ່ວມມືເຜີຍແຜ່ຂໍ້ມູນຂ່າວສານຢ່າງເປັນລະບົບຈາກການແລກ ປ່ຽນບົດຮຽນ ໄປສູ່ການຮ່ວມກັນປະກອບສ່ວນ ແລະ ພັດທະນາຮ່ວມກັນ ປະກອບສ່ວນສະຕິປັນຍາ ແລະ ກໍາລັງ ເພື່ອສ້າງປະຊາຄົມອາຊີ-ປາຊີຟິກ ເຊັ່ນດຽວກັນກັບການຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ.



ໃນຕອນທ້າຍຂອງພິທີໄດ້ມີການປະກາດຜົນສໍາເລັດທີ່ສໍາຄັນ ເຊັ່ນ:ພິທີເປີດໂຕ ຄະນະກໍາການຮ່ວມມືພັນທະມິດສື່ມວນຊົນອາຊີ-ປາຊີຟິກ ພິທີແລກປ່ຽນເອກະສານການຮ່ວມມືດ້ານສື່ມວນຊົນ ການເປີດໂຕຂໍ້ລິເລີ່ມ “Gather in Shenzhen, Create a Better Asia-Pacific” ແລະ ການປະກາດໃຊ້ “ມະຕິຕົກລົງເຊີນເຈິ້ນ” (Shenzhen Consensus) ຂອງກອງປະຊຸມສື່ມວນຊົນອາຊີ-ປາຊີຟິກ ເພື່ອເປັນກອບໃນການຮ່ວມມືໄລຍະຍາວ.


