ສື່ມວນຊົນອາຊີ-ປາຊີຟິກ ຢ້ຽມຢາມ Ming Yang Smart Energy ສຳຫຼວດນະວັດຕະກຳພະລັງງານສະອາດ

ວັນທີ 4 ກັນຍາ 2025 ສື່ມວນຊົນຈາກພາກພື້ນອາຊີ-ປາຊີຟິກ ໄດ້ເຂົ້າຢ້ຽມຢາມ Ming Yang Smart Energy group ທີ່ເມືອງຈົງຊານ, ແຂວງກວາງຕຸງ, ສປ ຈີນ ເພື່ອສຳຫຼວດການດຳເນີນງານ, ເຕັກໂນໂລຊີ ແລະ ນະວັດຕະກຳດ້ານພະລັງງານສະອາດ ຂອງບໍລິສັດ.

Ming Yang Smart Energy group ເປັນຜູ້ຜະລິດກັງຫັນລົມ (Turbine ໄຟຟ້າພະລັງງານລົມ) ລະດັບໂລກ ແລະ ຜູ້ໃຫ້ບໍລິການດ້ານ ພະລັງງານສະອາດ ໂດຍມຸ່ງເນັ້ນການພັດທະນານະວັດຕະກຳ ແລະ ທາງເລືອກພະລັງງານໃໝ່ ເພື່ອເລັ່ງການຫັນປ່ຽນໄປສູ່ ເປົ້າໝາຍ Net Zero ໃນລະດັບໂລກ.ບໍລິສັດກໍ່ຕັ້ງໃນປີ 1993 ແລະ ມີສຳນັກງານຢູ່ເມືອງຈົງຊານ, ປັດຈຸບັນ ມີພະນັກງານຫຼາຍກວ່າ 25.000 ຄົນທົ່ວໂລກ ຮ່ວມ ຂັບເຄື່ອນພາລະກິດຂອງບໍລິສັດໃນການ ສ້າງອະນາຄົດ ດ້ານພະລັງງານທີ່ສະອາດ ແລະ ຍືນຍົງ.

ຕະຫຼອດໄລຍະການດຳເນີນງານ, Ming Yang Smart Energy ໄດ້ສະສົມຄວາມຊຳນານດ້ານເຕັກໂນໂລຊີກັງຫັນລົມ ໂດຍສະ ເພາະພະລັງງານລົມນອກຝັ່ງ (Offshore Wind) ພ້ອມທັງຂະ ຫຍາຍການພັດທະ ນາໄປສູ່ຂະແໜງພະລັງງານແສງຕາເວັນ, ໄຮໂດຣເຈນ, ລະບົບກັກເກັບພະລັງງານ ແລະ ລະບົບພະລັງ ງານອັດສະລິຍະ.ຂໍ້ມູນຈາກບໍລິສັດລະບຸວ່າ Ming Yang ໄດ້ສົ່ງມອບກຳລັງການ ຜະລິດພະລັງງານສະອາດຫຼາຍກວ່າ 131 ກິກາວັດ (GW) ຜ່ານຫຼາຍກວ່າ 1.900 ໂຄງການໃນຫຼາຍກວ່າ 40 ປະເທດ ໂດຍມີກັງຫັນລົມທີ່ສົ່ງມອບແລ້ວຫຼາຍກວ່າ 240.000 ເຄື່ອງ.

ໂຄງການຕ່າງໆ ຂອງ Ming Yang ມີສ່ວນຊ່ວຍຫຼຸດການ ປ່ອຍກາສ CO₂ ໄດ້ປະມານ 220 ລ້ານໂຕນຕໍ່ປີ ເຊິ່ງເທົ່າກັບ ຜົນດີດ້ານການດູດຊັບຄາບອນຈາກຕົ້ນໄມ້ປະມານ 12.7 ຕື້ຕົ້ນ.ການຢ້ຽມຢາມຄັ້ງນີ້ເປັນໂອກາດໃຫ້ສື່ມວນຊົນຈາກພາກພື້ນອາຊີ-ປາຊີຟິກໄດ້ເຫັນພາບລວມຂອງທິດທາງການພັດທະນາ, ຄວາມສາມາດດ້ານນະວັດຕະກຳ ແລະບົດບາດຂອງ Ming Yang Smart Energy ໃນການສົ່ງເສີມການໃຊ້ພະລັງງານສະອາດ ພ້ອມທັງສະທ້ອນໃຫ້ເຫັນແນວທາງຂອງອຸດສາຫະກຳພະລັງງານໃໝ່ຂອງຈີນທີ່ກຳລັງຂະຫຍາຍຕົວ ແລະມີບົດບາດສຳຄັນຕໍ່ ການຫັນປ່ຽນລະບົບພະລັງງານໃນລະດັບໂລກ.

ທັງນີ້ Ming Yang Smart Energy ຍັງສືບຕໍ່ມຸ່ງໝັ້ນນຳ ເອົານະວັດຕະກຳ, ເຕັກໂນໂລຊີ ແລະໂຊລູຊັນພະລັງງານສະ ອາດມາປະຍຸກໃຊ້ ເພື່ອສ້າງລະບົບພະລັງ ງານທີ່ປ່ອຍຄາບອນຕ່ຳ ແລະຊ່ວຍເລັ່ງການກ້າວໄປສູ່ໂລກທີ່ບັນລຸເປົ້າໝາຍ Net Zero.

error: Content is protected !!