ກອງປະຊຸມຍ່ອຍ Zhuhai Sub-forum ຊຸກຍູ້ການຮ່ວມມື ແລະ ການເຊື່ອມໂຍງໃນເຂດ GBA

ໃນວັນທີ 3 ກັນຍາ 2026  ໄດ້ມີການຈັດກອງປະຊຸມຍ່ອຍ ຈູໄຫ (Zhuhai Sub-forum) ຂຶ້ນຢ່າງເປັນທາງການ ຢູ່ທີ່ເກາະໂລມາຟ້າ (Blue Dolphin Island) ເຂດຂົວເຊື່ອມຕໍ່ ຮ່ອງກົງ-ຈູໄຫ-ມາເກົ໊າ ໂດຍມີບັນດານັກວິຊາການ ຕົວແທນສື່ມວນຊົນ ແລະ ແຂກຜູ້ມີກຽດຈາກຫຼາຍປະເທດເຂົ້າຮ່ວມ.

ພິທີເປີດກອງປະຊຸມ ໄດ້ຮັບກຽດກ່າວຕ້ອນຮັບ ແລະ ເປີດງານໂດຍ ທ່ານ ເສິນ ຢົງ (Chen Yong) ເລຂາຄະນະພັກເມືອງຈູໄຫ ທັງເປັນເລຂາຄະນະພັກສະພາບໍລິ ຫານ ເຂດຮ່ວມມື ເຮັງຊິນ (Hengqin Working Committee) ໃນໄລຍະກອງປະຊຸມ ໄດ້ມີການນຳສ ະເໜີບົດປາໄສໃນຫຼາຍຫົວຂໍ້ທີ່ໜ້າສົນໃຈ ເປັນຕົ້ນແມ່ນ ການເຊື່ອມໂຍງ ແລະ ການຂະຫຍາຍໂຕທາງເສດຖະກິດຂອງຂົວ ຮ່ອງກົງ-ຈູໄຫ-ມາເກົ໊າ ໂດຍ ທ່ານ ຫວັງ ເຈ້ຍ (Wang Jie) ການສົ່ງເສີມແພດແຜນບູຮານ (TCM) ສູ່ເວທີສາກົນ ໂດຍ ທ່ານ ວິນເຊັນ ລາມ (Vincent Lam) ຈາກມາເກົ໊າ ແລະ ການແບ່ງປັນມຸມມອງກ່ຽວກັບເມືອງຈູໄຫ ໂດຍ ທ່ານ ມັດເຕຍ ປິນຊາ (Mattia Pinza) ນັກທຸລະກິດຈາກອິຕາລີ.​      

ນອກຈາກນີ້ ພາຍໃນງານຍັງໄດ້ມີການຈັດບັນຍາຍ (Panel Sessions) ໃນ 2 ຫົວຂໍ້ຫຼັກ ຄື:1.ການສົ່ງເສີມການສົນທະນາ ແລະ ການແລກປ່ຽນຂອງເຍົາວະຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ການຮ່ວມມືໃນ ອາຊີ-ປາຊີຟິກ: ດຳເນີນໂດຍ ທ່ານ ຫວັນ ເຈີ (Wan Zhe) ຜູ້ຊ່ຽວຊານຈາກ ມະຫາວິທະຍາໄລ BNU ພ້ອມດ້ວຍວິທະຍາກອນຈາກ ເປຣູ ມາເລເຊຍ ອົດສະຕຣາລີ ແລະ ບຣູໄນ 2.ການຮ່ວມມືດ້ານອຸດສາຫະກຳ ແລະ ການແລກປ່ຽນວັດທະນະທຳປະຊາຊົນ ດຳເນີນໂດຍ ທ່ານ ຈູ ຢາງ (Zhou Yang) ຈາກສຳນັກຂ່າວຊິນຮົວ ໂດຍມີຜູ້ແທນຈາກບໍລິສັດ Kingsoft ເມັກຊິໂກ ສາຍການບິນ We Sky Airline ແລະ ເລຂາທິການ APEC ເຂົ້າຮ່ວມ.​     

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ມີການນຳສະເໜີວາລະພິເສດ ເນື່ອງໃນໂອກາດຄົບຮອບ 30 ປີ ຂອງງານສະແດງການບິນຈີນ (Airshow China) ໂດຍ ທ່ານ ນາງ ແອມມີ້ ຈ່ຽງ (Amy Jiang) ຜູ້ອຳນວຍການ ຈູໄຫ ເອັກຊິບິຊັນ & ຄອນເວນຊັນ ກຣຸບ.       

ເມືອງ ຈູໄຫ່ ຕັ້ງຢູ່ທາງຕາເວັນຕົກສຽງໃຕ້ຂອງມົນທົນກວາງຕົ່ງ ສປ ຈີນ ມີເຂດແດນຕິດກັບມາເກົ໋າ ແລະ ຢູ່ກົງກັນຂ້າມທະເລກັບຮ່ອງກົງ ເປັນ 1 ໃນ 5 ເຂດເສດ ຖະກິດພິເສດ ຍຸກທຳອິດຂອງຈີນ  ທີ່ມີເປົ້າໝາຍເນັ້ນໃສ່ການພັດທະນາ ເສດຖະກິດ ເຕັກໂນໂລຊີ ແລະ ການທ່ອງທ່ຽວ​ເຊິ່ງມີຫລາຍທ່າແຮງເປັນຕົ້ນແມ່ນເປັນເຂດ ເສດຖະກິດ ແລະ ການເຊື່ອມໂຍງອ່າງແຮ່ ຈູໄຫ່-ຮ່ອງກົງ-ມາເກົ໋າ (Greater Bay Area – GBA) ມີຂົວຮ່ອງກົງ-ຈູໄຫ່-ມາເກົ໋າ ເປັນ ຂົວຂ້າມທະເລທີ່ຍາວທີ່ສຸດໃນໂລກ (55 ກິໂລແມັດ) ເຊິ່ງເປັນສັນຍາລັກຂອງການເຊື່ອມໂຍງດ້ານຄົມມະນາຄົມ ແລະ ເສດຖະກິດ ລະຫວ່າງ ຈີນແຜ່ນດິນໃຫຍ່ ຮ່ອງກົງ ແລະ ມາເກົ໋າ ທັງເປັນ ເຂດຮ່ວມມືຢ່າງເລິກເຊິ່ງ ເຮັງຊິນ (Hengqin Deep Cooperation Zone)ເຂດນີ້ເປັນ ພື້ນທີ່ຍຸດທະສາດທີ່ຈູໄຫ່ ຮ່ວມມືກັບ ມາເກົ໋າ ເພື່ອສົ່ງເສີມການລົງທຶນ ທຸລະກິດຂ້າມແດນ ການເງິນ ແລະ ນະວັດຕະກໍາເຕັກໂນໂລຊີ.​      ນອກຈາກນີ້ ​ເມືອງ ຈູໄຫ່ ເປັນສະຖານທີ່ຈັດງານ China International Aviation&Aerospace Exhibition (Zhuhai Airshow) ເຊິ່ງເປັນງານສະແດງການບິນ ແລະ ອຸປິກອນການບິນລະດັບໂລກ ພ້ອມທັງເປັຮເມືອງສູນກາງການຜະລິດເຕັກໂນໂລຊີລະດັບສູງ ອຸປະກອນເອເລັກໂຕຣນິກ ພະລັງງານສະອາດ ແລະ ອຸດສາຫະກຳທາງທະເລ ແລະ ໄດ້ເນັ້ນການສົ່ງເສີມການທ່ອງທ່ຽວ.​

error: Content is protected !!